ການວິໄຈເປີດເຜີຍວ່າ "ຄົນໜ້າຕາດີ" ມັກມີອາຍຸຊີວິດຄູ່ທີ່ສັ້ນ ແລະ ຢ່າຮ້າງຫຼາຍກວ່າຄົນໜ້າຕາທຳມະດາ - ອິດສະຫຼະ

ການວິໄຈເປີດເຜີຍວ່າ "ຄົນໜ້າຕາດີ" ມັກມີອາຍຸຊີວິດຄູ່ທີ່ສັ້ນ ແລະ ຢ່າຮ້າງຫຼາຍກວ່າຄົນໜ້າຕາທຳມະດາ



ຫຼາຍຄັ້ງທີ່ຄົນໜ້າຕາດີ ຫຼື ຄົນງາມຄົນຫຼໍ່ມັກໄດ້ຮັບໂອກາດທາງສັງຄົມຫຼາຍກວ່າຄົນທົ່ວໄປ ແຕ່ທ່າມກາງຂໍ້ໄດ້ປຽບຕ່າງໆຫຼາກຫຼາຍ ຜົນການວິໄຈຂອງນັກຈິດຕະວິທະຍາ Christine Ma-Kellams ແລະ ທີມວິໄຈຈາກມະຫາວິທະຍາໄລ La Verne ທີ່ເຜີຍແຜ່ໃນວາລະສານ Personal Relationships ພົບວ່າຄົນໜ້າຕາດີມັກມີອາຍຸຊີວິດຄູ່ທີ່ສັ້ນ ແລະ ມີທິດທາງການຢ່າຮ້າງສູງກວ່າຄົນທົ່ວໄປ.

"ຍິ່ງມີສະເໜ່ (ທາງກາຍຍະພາບ) ຫຼາຍເທົ່າໃດ ກໍ່ຍິ່ງເຮັດໃຫ້ມີໂອກາດທີ່ຄົນອື່ນຈະເຂົ້າມາພົວພັນ ຫຼື ມີຄວາມສຳພັນຫຼາຍຂຶ້ນເທົ່ານັ້ນ"

ທີມວິໄຈໄດ້ມີການສຶກສາເພື່ອຫາຄວາມຈິງ ແລະ ຜົນທີ່ເກີດຂຶ້ນ ໂດຍການສຶກສາຈາການສຳຫຼວດປະຫວັດການແຕ່ງດອງຂອງຜູ້ຊາຍ 238 ຄົນ ທີ່ຈົບການສຶກສາໃນຊ່ວງປາຍຂອງຊຸມປີ 1970 ຈາກໂຮງຮຽນລະດັບມັດທະຍົມແຫ່ງໜຶ່ງໃນລັດຄາລິຟໍເນຍ ເຊິ່ງຜູ້ຊາຍກຸ່ມນີ້ຈັດໃຫ້ຜູ້ກຸ່ມຄົນໜ້າຕາດີ (ເບິ່ງຈາກພາບຖ່າຍໃນໜັງສືລຸ້ນຂອງໂຮງຮຽນ) ໂດຍຫວນຄືນເບິ່ງຂໍ້ມູນການແຕ່ງດອງ ແລະ ການຢ່າຮ້າງທີ່ທາງລັດໄດ້ບັນທຶກໄວ້ ຕະຫຼອດຊ່ວງໄລຍະເວລາ 30 ປີ.

ນັກວິໄຈພົບວ່າ "ຜູ້ຊາຍທີ່ໄດ້ຮັບການຈັດອັນດັບວ່າມີຄວາມດຶງດູດໃຈທາງໜ້າຕາ (ຫຼືໜ້າຕາດີນັ້ນເອງ) ຈະມີອາຍຸການແຕ່ງດອງທີ່ສັ້ນ ແລະ ມີທິດທາງການຢ່າຮ້າງສູງກວ່າ"

ຕໍ່ມາທີມວິໄຈໄດ້ກວດສອບການແຕ່ງດອງຄັ້ງທຳອິດຂອງນັກສະແດງ ແລະ ຄົນດັງທັງຊາຍ ແລະ ຍິງຈຳນວນ 130 ຄົນ ໂດຍຈັດອັນດັບເກນຄວາມມີສະເໜ່ດຶງດູດທາງກາຍຍະພາບຂອງຄົນດັງເຫຼົ່ານັ້ນຈາກຮູບຖ່າຍ ໂດຍມີລະດັບຄະແນນຕັ້ງແຕ່ 1 ເຖິງ 10 ແລະ ສະຫຼຸບວ່າ "ຄົນທີ່ໜ້າຕາດີຫຼາຍເທົ່າໃດກໍ່ຈະມີໄລຍະອາຍຸຂອງການແຕ່ງດອງທີ່ສັ້ນຫຼາຍຂຶ້ນເທົ່ານັ້ນ"

ແຕ່ຖ້າຄິດຕາມຄວາມເຂົ້າໃຈທົ່ວໄປທີ່ວ່າ ຄົນງາມຄົນຫຼໍ່ມັກຈະໝັ້ນໃຈໃນໜ້າຕາຂອງຕົວເອງ ອາດເປັນໄປໄດ້ເມື່ອຄວາມສຳພັນມີບັນຫາ ເຂົາເຈົ້າເລືອກທີ່ຈະເອົາແຕ່ໃຈຫຼາຍກວ່າຫັນໜ້າມາໂອ້ລົມກັນ ຈົນເປັນເຫດໃຫ້ຄວາມສຳພັນມີຮອຍ ແລະ ເຖິງຂັ້ນຕ້ອງແຕກແຍກກັນໄປໃນທີ່ສຸດ.

No comments

Powered by Blogger.