ສະຫະລັດ-ຊາອູດິດ ຊື້-ຂາຍ ອາວຸດມູນຄ່າກວ່າແສນລ້ານໂດລາສະຫະລັດ - ອິດສະຫຼະ

ສະຫະລັດ-ຊາອູດິດ ຊື້-ຂາຍ ອາວຸດມູນຄ່າກວ່າແສນລ້ານໂດລາສະຫະລັດ



ສຳນັກຂ່າວຕ່າງປະເທດລາຍງານ 22 ພຶດສະພາ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ລົງນາມຂໍ້ຕົກລົງຊື້-ຂາຍອາວຸດກັບລັດຖະບານອາຣັບບີ ຊາອູດິດ ມູນຄ່າກວ່າ 1.1 ແສນລ້ານໂດລາສະຫະລັດ ລະຫວ່າງການເດີນທາງຢ້ຽມຢາມອາຣັບບີ ຊາອູດິດຂອງ ປ.ທຣຳ ເມື່ອວັນເສົາທີ່ຜ່ານມາ.

ພາຍໃຕ້ລັດຖະບານຂອງ ປ.ທຣຳ ສະຫະລັດຕ້ອງການທີ່ຈະສ້າງຄວາມສຳພັນອັນດີກັບອາຣັບບີ ຊາອູດິດອີກຄັ້ງ ຫຼັງຈາກທີ່ມີຄວາມບໍ່ພໍໃຈກັນເກີດຂຶ້ນໃນສະໄໝອະດີດປະທານປະເທດ ທ່ານ ບາຣັກ ໂອບາມາ ໂດຍ ປ.ທຣຳ ຕ້ອງການທີ່ຈະຮ່ວມມືກັບອາຣັບບີ ຊາອູດິດໃນການຕໍ່ສູ້ກັບກຸ່ມລັດອິດສະລາມ (IS)


ນອກຈາກນີ້ ປ.ທຳ ແລະ ສົມເດັດພະລາຊາທິບໍດີຊາມານ ບິນ ອັບດູນລາຊິດ ເອວ ສະອູດ ແຫ່ງອາຣັບບີ ຊາອູດິດ ໄດ້ບັນລຸຂໍ້ຕົກລົງຮ່ວມກັນຫຼາຍສະບັບເມື່ອວັນເສົາທີ່ຜ່ານມາ ເຊິ່ງມີມູນຄ່າເຖິງ 2.8 ແສນລ້ານໂດລາສະຫະລັດ ໂດຍປະກອບມີຂໍ້ຕົກລົງທາງການທະຫານ, ການຄ້າ, ພະລັງງານ ແລະ ປີໂຕຣເຄມີ.



No comments

Powered by Blogger.