ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2017 - ອິດສະຫຼະ

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2017



ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2017 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2017 ຢູ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການ ເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.


ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ພຶດສະພາ 2017 ຄັ້ງນີ້ ບັນດາສະມາຊິກລັດຖະບານ ແມ່ນຈະໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ເຂົ້າໃນຫຼາຍບັນຫາສຳຄັນ ເປັນຕົ້ນ ຮ່າງລັດຖະບັນຍັດ 003/ປປທ, ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບປັບປຸງ; ຮ່າງແຜນຈັດຕັ້ງປະຕິບັດວຽກງານເລືອດ 5 ປີຄັ້ງທີ II (2016-2020), ຍຸດທະສາດການພັດທະນາວຽກງານເລືອດ 2016-2025 ແລະ ວິໄສທັດ ຮອດປີ 2030; ຮ່າງດໍາລັດ ວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ; ຮ່າງດໍາລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ; ຮ່າງດໍາລັດ ວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ; ຮັບຟັງການລາຍງານ ກ່ຽວກັບການຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາມະຕິ, ດໍາລັດ, ຄໍາສັ່ງ, ຂໍ້ຕົກລົງຂອງລັດຖະບານ ແລະ ຄໍາເຫັນຊີ້ນໍາ ຂອງທ່ານນາຍົກລັດຖະມົນຕີ; ຮັບຟັງການລາຍາງນກ່ຽວກັບ ແລວທາງດ່ວນ ນະຄອນຫຼວງວຽງຈັນ-ບໍ່ເຕ່ນ, ຕອນທີ 1 ນະຄອນຫຼວງວຽງຈັນ-ວັງວຽງ ແລະ ຮ່າງດໍາລັດ ວ່າດ້ວຍທຸລະກິດນໍ້າມັນເຊື່ອໄຟ.

No comments

Powered by Blogger.