ຈີນຂ້າສາຍລັບ CIA ຂອງສະຫະລັດອາເມຣິກາ 20 ຄົນ - ອິດສະຫຼະ

ຈີນຂ້າສາຍລັບ CIA ຂອງສະຫະລັດອາເມຣິກາ 20 ຄົນ



ໜັງສືພິມນິວຢອກທາມ ລາຍງານວ່າ ໃນໄລຍະແຕ່ປີ 2010-2012 ລັດຖະບານຈີນສັງຫານແຫຼ່ງຂ່າວຂອງ CIA ໄປແລ້ວຢ່າງໜ້ອຍ 18-20 ຄົນ.

ນິວຢອກທາມ ລາຍງານໂດຍອ້າງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດທັງໃນປັດຈຸບັນ ແລະ ໃນອະດີດຈຳນວນຫຼາຍວ່າ ການຮົ່ວໄຫຼໃນການຫາຂ່າວກອງຄັ້ງນີ້ຖືເປັນເລື່ອງຮ້າຍແຮງທີ່ສຸດໃນຮອບຫຼາຍສິບປີ ແລະ ເຮັດໃຫ້ທັງສຳນັກງານຂ່າວກອງກາງຂອງສະຫະລັດ (CIA) ແລະ ໜ່ວຍງານບັງຄັບໃຊ້ກົດໝາຍຫຼາຍແຫ່ງ ລວມທັງສຳນັກງານສືບສວນກາງສະຫະລັດ (FBI) ເລັ່ງດຳເນີນການສືບສວນ ເຖິງແມ່ນວ່າເຈົ້າໜ້າທີ່ສືບສວນຈະມີຄວາມເຫັນແຕກເປັນ 2 ຝ່າຍ ໂດຍຝ່າຍໜຶ່ງເຫັນວ່າມີສາຍລັບເຮັດວຽກໃຫ້ຈີນລາຍໜຶ່ງແອບແຝງຢູ່ໃນ CIA ແລະ ໄດ້ເປີດເຜີຍແຫຼ່ງຂ່າວຂອງສຳນັກງານ CIA ໃຫ້ລັດຖະບານຈີນ, ສ່ວນອີກຝ່າຍໜຶ່ງເຊື່ອວ່າທາງການຈີນສາມາດເຈາະເຂົ້າສູ່ລະບົບປິດລັບທີ່ CIA ໃຊ້ໃນການຕິດຕໍ່ສື່ສານກັບແຫຼ່ງຂ່າວຕ່າງປະເທດ.

ສື່ດັ່ງກ່າວຂອງອາເມຣກາລະບຸວ່າ ທາງການຈີນໄດ້ສັງຫານບຸກຄົນທີ່ໃຫ້ຂໍ້ມູນຂ່າວສານແກ່ CIA ຕັ້ງແຕ່ອາທິດສຸດທ້າຍຂອງປີ 2010 ຈົນເຖິງທ້າຍປີ 2012 ແລະ ຍັງມີລາຍອື່ນໆທີ່ຖືກຈັບຕົວເຂົ້າຄຸກ ຖືເປັນການທຳລາຍເຄືອຂ່າຍໜ່ວຍຂ່າວ CIA ຄັ້ງໃຫຍ່ ແລະ ເປັນຜົນສຳເລັດຂອງຈີນ.

ເຖິງຢ່າງໃດກໍ່ຕາມ ໃນສ່ວນຂອງ CIA ແລະ FBI ຕ່າງກໍ່ປະຕິເສດທີ່ຈະສະແດງຄວາມຄິດເຫັນກ່ຽວກັບລາຍງານຂ່າວນີ້.

ນອກຈາກນີ້ ນິວຢອກທາມ ຍັງລາຍງານຕື່ມອີກວ່າ CIA ພະຍາຍາມສ້າງເຄືອຂ່າຍສາຍລັບໃນຈີນຂຶ້ນມາໃໝ່ ເຊິ່ງເປັນຄວາມພະຍາຍາມທີ່ຕ້ອງໃຊ້ຕົ້ນທຶນສູງ ແລະ ໃຊ້ເວລາຫຼາຍ ຂະນະທີ່ຈີນກໍ່ມີຄວາມພະຍາຍາມໃນການຕັ້ງໜ້າກຳຈັດໜ່ວຍຂ່າວກອງ.

No comments

Powered by Blogger.