ອະດີດຜູ້ນຳເກົາຫຼີໃຕ້ ກຽມຂຶ້ນສານຄະດີສໍ້ລາດບັງຫຼວງ ແລະ ອາດຕິດຄຸກຕະຫຼອດຊີວິດ - ອິດສະຫຼະ

ອະດີດຜູ້ນຳເກົາຫຼີໃຕ້ ກຽມຂຶ້ນສານຄະດີສໍ້ລາດບັງຫຼວງ ແລະ ອາດຕິດຄຸກຕະຫຼອດຊີວິດ



ສຳນັກຂ່າວຕ່າງປະເທດລາຍງານ 23 ພຶດສະພາ 2017 ວ່າ: ຈາກທີ່ເຄີຍເປັນບຸກຄົນທີ່ມີອຳນາດສູງສຸດຂອງປະເທດ ຕອນນີ້ທ່ານນາງ ປາກ ກຶນເຮ ຕ້ອງຖືກດຳເນີນຄະດີ ຕາມຂໍ້ຫາຂູດຮີດ, ຮັບສິນບົນ ແລະ ໃຊ້ອຳນາດໜ້າທີ່ໂດຍບໍ່ຖືກຕ້ອງ ທີ່ອາດສົ່ງຜົນໃຫ້ລາວຕ້ອງໄດ້ຢູ່ໃນຄຸກຕະຫຼອດຊີວິດ.

ການພິຈາລະນາໃນຫ້ອງໝາຍເລກ 417 ຂອງສານແຂວງໂຊກາງ ຈະເປັນການປາກົດຕົວຕໍ່ສາທາລະນະເປັນຄັ້ງທຳອິດຂອງທ່ານນາງ ປາກ ນັບຕັ້ງແຕ່ລາວຖືກຈັບຂັງເມື່ອຕອນເຊົ້າຂອງວັນທີ 31 ມີນາ 2017 ການຈັບທ່ານນາງ ປາກ ມີຂຶ້ນພາຍຫຼັງທີ່ລາວຖືກປົດອອກຈາກຕຳແໜ່ງ ຕາມຄຳຕັດສິນຂອງສານລັດຖະທຳມະນູນ ເຊິ່ງຍື່ຕາມມະຕິຖອດຖອນໂດຍສະມາຊິກສະພາໃນເດືອນທັນວາ 2016 ຫຼັງການເດີນຂະບວນປະທ້ວງຄັ້ງໃຫຍ່ຕັ້ງແຕ່ເດືອນຕຸລາ 2016 ເພື່ອຂັບໄລ່ທ່ານນາງ ປາກ ທີ່ຖືກກ່າວຫາວ່າສໍ້ລາດບັງຫຼວງ.

ຄະດີນີ້ເຈົ້າໜ້າທີ່ສຳນັກງານໄອຍະການກ່າວວ່າ ມີພະຍານຫຼັກຖານ "ຄົບຖ້ວນສົມບູນ" ທີ່ຈະພິຈາລະນາໃຫ້ເຫັນວ່າທ່ານນາງ ປາກ ພົວພັນກັບຄວາມຜິດອາຍາ ໂດຍໄອຍະການກ່າວຫາທ່ານນາງ ປາກ ປະທານປະເທດຍິງຄົນທຳອິດຂອງປະເທດເກົາຫຼີໃຕ້ວ່າ ສົມຮູ້ຮ່ວມຄິດກັບນາງ ຊະເວ ຊູນຊິນ ໝູ່ສະໜິດທີ່ຄົບຫາກັນມາດົນເຖິງ 40 ປີ ຮັບເງິນປະມານ 26 ລ້ານໂດລາສະຫະລັດ ຈາກຫຼາຍບໍລິສັດຂະໜາດໃຫຍ່ຂອງເກົາຫຼີໃຕ້ ໂດຍຜ່ານສິນບົນ ນອກຈາກນັ້ນທ່ານນາງ ປາກ ຍັງຖືກກ່າວວ່າ ປ່ອຍໃຫ້ນາງ ຊະເວ ແຊກແຊງການບໍລິຫານປະເທດ.

ທ່ານນາງ ປາກ ແລະ ນາງ ຊະເວ ຈະຂຶ້ນສານພ້ອມກັນໃນມື້ນີ້ (ອັງຄານ 23 ພຶດສະພາ 2017) ແລະ ຜູ້ພິພາກສາ ຄິມ ເຊຢູນ ຈະເປັນຜູ້ຕັດສິນວ່າ ຈະພິຈາລະນາທັງສອງແຍກຄະດີ ຫຼື ເປັນຈຳເລີຍຮ່ວມຄະດີດຽວກັນ ໂດຍທີມທະນາຍຂອງທ່ານນາງ ປາກ ກ່າວວ່າ ຫາກລວມເປັນຄະດີດຽວກັນອາດເຮັດໃຫ້ເກີດອັກຄະຕິໄດ້.


ໃນຊ່ວງຫຼາຍອາທິດທີ່ຜ່ານມາ ທ່ານນາງ ປາກ ຖືກຂັງໃນຫ້ອງຂັງແຄບໆ ທີ່ມີໂທລະພາບ, ຫ້ອງນ້ຳ, ອ່າງລ້າງໜ້າ, ໂຕະ ແລະ ບ່ອນນອນ ລາຍງານລະບຸວ່າ ລາວພົບປະກັບຜູ້ໄປຢ້ຽມຢາມ ແລະ ທະນາຍຄວາມພຽງບໍ່ພໍເທົ່າໃດຄັ້ງ ແລະ ເກືອບທຸກຄັ້ງລາວຈະຫຼີກລ້ຽງບໍ່ພົບກັບນັກຂ່າວ ຈາກການເປີດເຜີຍຂອງເຈົ້າໜ້າທີ່ຄຸມຂັງ ທ່ານນາງ ປາກ ໃຊ້ເວລາວ່າງສ່ວນໃຫຍ່ອ່ານວັດຈະນານຸກົມພາສາອັງກິດ-ເກົາຫຼີ.

ຖືໄດ້ວ່າເປັນຄວາມຕົກຕ່ຳຢ່າງໜ້າຕົກໃຈ ສຳລັບຜູ້ຍິງຄົນໜຶ່ງທີ່ເຄີຍຊະນະການເລືອກຕັ້ງປະທານປະເທດປີ 2012 ດ້ວຍຄະແນນສຽງເໜືອຄູ່ແຂ່ງ (ທ່ານ ມູນ ແຈອິນ ປະທານປະເທດຄົນປັດຈຸບັນ) ກວ່າ 1 ລ້ານຄະແນນ ແລະ ລາວໄດ້ຮັບການສະໜັບສະໜູນຢ່າງແຮງກ້າຈາກຊາວເກົາຫຼີໃຕ້ອະນຸລັກນິຍົມ ທີ່ຍົກຍ້ອງອະດີດປະທານປະເທດທ່ານ ປາກ ຈຸງຮີ ພໍ່ຂອງທ່ານນາງ ປາກ ວ່າເປັນຜູ້ນຳພາປະເທດໃຫ້ຫຼຸດພົ້ນຈາກຄວາມທຸກຍາກໃນຊຸມປີ 1960-1970 ຂະນະທີ່ຝ່າຍວິຈານກ່າວວ່າ ມີການລະເມີດສິດທິມະນຸດຢ່າງຮ້າຍແຮງໃນຍຸກທີ່ທ່ານ ປາກ ຜູ້ເປັນພໍ່ທີ່ເປັນຜູ້ນຳຜະເດັດການຂອງປະເທດ.

ການພິຈາລະນາຄະດີທ່ານນາງ ປາກ ອາດໃຊ້ເວລາຫຼາຍເດືອນ ກ່ອນທີ່ສານຈະມີຄຳຕັດສິນ ແລະ ພາຍໃຕ້ກົດໝາຍຂອງເກົາຫຼີໃຕ້ຄວາມຜິດຖານຮັບສິນບົນກ່ຽວພັນກັບເງິນຈຳນວນຫຼາຍກວ່າ 200 ລ້ານວອນ ອາດຖືກລົງໂທດຕິດຄຸກຕັ້ງແຕ່ 10 ປີ ເຖິງ ຕະຫຼອດຊີວິດ.

ຫ້ອງພິຈາລະນາຄະດີຫຼາຍເລກ 417 ຂອງສານແຂວງໂຊກາງ ເປັນຫ້ອງດຽວກັນກັບທີ່ ອະດີດປະທານປະເທດ ທ່ານພົນເອກ ຊຸນ ດີຮວານ ຜູ້ນຳຜະເດັດການທະຫານ ທີ່ກໍ່ລັດຖະປະຫານຢຶດອຳນາດ ໂດຍການລອບສັງຫານທ່ານ ປາກ ຈູງຮີ ໃນປີ 1979 ຖືກສານຕັດສິນລົງໂທດປະຫານຊີວິດໃນປີ 1996 ແຕ່ຕໍ່ມາໂທດຖືກຫຼຸດລົງເຫຼືອຕິດຄຸກຕະຫຼອດຊີວິດ ກ່ອນຈະໄດ້ຮັບການປ່ອຍຕົວຈາກການອະໄພຍະໂທດໂດຍປະທານປະເທດຄິມ ຢັງຊຳ.

ແຕ່ທ່ານ ມູນ ແຈອິນ ປະທານປະເທດຄົນປັດຈຸບັນປະກາດໃນລະຫວ່າງການຫາສຽງເລືອກຕັ້ງປະທານປະເທດວ່າ ລາວຈະບໍ່ໃຫ້ອະໄພຍະໂທດແກ່ທ່ານນາງ ປາກ ກຶນເຮ ໂດຍເດັດຂາດ.

No comments

Powered by Blogger.