ນຳຕົວອະດີດຜູ້ນຳສູງສຸດເກົາຫຼີໃຕ້ ຂຶ້ນສານຄະດີສໍ້ລາດບັງຫຼວງ (ວິດີໂອ) - ອິດສະຫຼະ

ນຳຕົວອະດີດຜູ້ນຳສູງສຸດເກົາຫຼີໃຕ້ ຂຶ້ນສານຄະດີສໍ້ລາດບັງຫຼວງ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 23 ພຶດສະພາ 2017 ວ່າ: ສານແຂວງໂຊກາງ ເປີດການໄຕ່ສວນນັດທຳອິດໃນຄະດີທ່ານນາງ ປາກ ກຶນເຮ ອະດີດປະທານປະເທດເກົາຫຼີໃຕ້ໃນຂໍ້ຫາສົມຄົບຄິດກໍ່ການສໍ້ລາດບັງຫຼວງກັບນາງ ຊະເວ ຊຸນຊິນ ເຊິ່ງເປັນໝູ່ສະໜິດ ແລະ ສ້າງຄວາມເສຍຫານຢ່າງມະຫາສານໃຫ້ແກ່ລະບົບການເມືອງ ແລະ ສະຖຽນລະພາບທາງເສດຖະກິດຂອງເກົາຫຼີໃຕ້ ເນື່ອງຈາກຈຳເລີຍຮ່ວມກັບອີກຫຼາຍຄົນທີ່ເປັນເຈົ້າໜ້າທີ່ລະດັບສູງທາງການເມືອງ ແລະ ຜູ້ບໍລິຫານລະດັບສູງໃນບໍລິສັດຂະໜາດໃຫຍ່ຫຼາຍແຫ່ງສໍ້ໂກງ.

ການເຂົ້າຮັບການໄຕ່ສວນຈາກສານຂອງທ່ານນາງ ປາກ ໃນຄັ້ງນີ້ຖືເປັນການປາກົດຕົວຄັ້ງທຳອິດຢ່າງເປັນທາງການຂອງລາວ ນັບຕັ້ງແຕ່ຖືກຈັບຂັງເມື່ອວັນທີ 31 ມີນາ 2017 ທີ່ຜ່ານມາ ພາຍຫຼັງທີ່ສານລັດຖະທຳມະນູນພິພາກສາຮັບຮອງມະຕິຖອດຖອນຂອງສະພາແຫ່ງຊາດ ເມື່ອວັນທີ 9 ທັນວາ 2016.

ທັງນີ້ເຈົ້າໜ້າທີ່ຄຸມຂັງສະຖານຄຸມຂັງນະຄອນຫຼວງໂຊນຳຕົວທ່ານນາງ ປາກ ອາຍຸ 65 ປີເດີນທາງມາຍັງສານດ້ວຍລົດເມຂອງສຳນັກງານ ເຊິ່ງອະດີດຜູ້ນຳຍິງຄົນທຳອິດຂອງເກົາຫຼີໃຕ້ຢູ່ໃນສະພາບຖືກໃສ່ກຸນແຈມື ເຊິ່ງຫຼາຍຝ່າຍຄາດການວ່າທ່ານນາງ ຈະໃຫ້ການປະຕິເສດທຸກຂໍ້ກ່າວຫາ.


No comments

Powered by Blogger.