18 ເປົ້າໝາຍການພັດທະນາແບບຍືນຍົງ ເພື່ອຄວາມກ້າວໜ້າຢ່າງເທົ່າທຽມ - ອິດສະຫຼະ

18 ເປົ້າໝາຍການພັດທະນາແບບຍືນຍົງ ເພື່ອຄວາມກ້າວໜ້າຢ່າງເທົ່າທຽມ



ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ປັດຈຸບັນ ອົງການສະຫະປະຊາຊາດໄດ້ກຳນົດນິຍາມກ່ຽວກັບແຜນການພັດທະນາພາຍຫຼັງປີ 2015 ແລະ ໄດ້ຮັບຮອງຢ່າງເປັນທາງການໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໃນເດືອນ ກັນຍາ 2015 ທີ່ຜ່ານມາ, ທັງເປັນມື້ທີ່ເປັນຂີດໝາຍຂອງການສຳເລັດເປົ້າໝາຍສະຫັດສະຫວັດດ້ານການພັດທະນາ (MDGs).

ຂັ້ນຕອນກ່ອນການຮັບຮອງແຜນການພັດທະນາພາຍຫຼັງປີ 2015 ແມ່ນໄດ້ດຳເນີນໂດຍມີປະເທດສະມາຊິກເປັນເຈົ້າການລະດົມການມີສ່ວນຮ່ວມຈາກກຸ່ມ ແລະ ອົງການຈັດຕັ້ງຂອງສັງຄົມຢ່າງກວ້າງຂວາງ. ຜ່ານມາກໍ່ໄດ້ເກັບກຳຂໍ້ມູນຢ່າງຫຼວງຫຼາຍເພື່ອເອົາເຂົ້າໃນແຜນພັດທະນານີ້ ຈຶ່ງກາຍເປັນເປົ້າໝາຍການພັດທະນາແບບຍືນຍົງ (SDGs) ນີ້ຂຶ້ນ.

ໃນເປົ້າໝາຍການພັດທະນາແບບຍືນຍົງປະກອບມີທັງໝົດ 17 ເປົ້າໝາຍ (ຂອງສາກົນ) ແຕ່ສຳລັບ ສປປ.ລາວ ເປົ້າໝາຍການພັດທະນາແບບຍືນຍົງ ແມ່ນເພີ່ມອີກໜຶ່ງເປົ້າໝາຍເປັນເປົ້າໝາຍທີ 18 ຖືເປັນເປົ້າໝາຍການພັດທະນາທີ່ຍືນຍົງແຫ່ງຊາດ ດັ່ງລາຍລະອຽດແຕ່ລະເປົ້າໝາຍລຸ່ມນີ້:

1. ຢຸດຕິຄວາມທຸກຍາກໃນທຸກຮູບແບບໃນທົ່ວທຸກເຂດ

2. ຢຸດຕິຄວາມອຶດຫິວ, ຮັບປະກັນສະບຽງອາຫານໃຫ້ພຽງພໍ, ປັບປຸງດ້ານໂພຊະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ

3. ຮັບປະກັນໃຫ້ທຸກຄົນໃນທຸກເພດໄວມີສຸຂະພາບທີ່ເຂັ້ມແຂງ ແລະ ມີຊີວິດການເປັນຢູ່ທີ່ດີ

4. ຮັບປະກັນໃຫ້ທຸກຄົນໄດ້ຮັບການສຶກສາທີ່ມີຄຸນນະພາບ ບົນພື້ນຖານຂອງຄວາມສົມດຸນ ແລະ ເທົ່າທຽມກັນ ພ້ອມທັງສົ່ງເສີມໃຫ້ຕະຫຼອດຊີວິດອັນຍາວນານຂອງທຸກຄົນໄດ້ຮັບໂອກາດໃນການສຶກສາ

5. ສ້າງໃຫ້ມີຄວາມສະເໝີພາບຍິງ-ຊາຍ ແລະ ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກຍິງທຸກຄົນ

6. ຮັບປະກັນໃຫ້ທຸກຄົນມີນ້ຳໃຊ້ ແລະ ມີການຄຸ້ມຄອງນ້ຳ ແລະ ສຸຂະພາບອະນາໄມແບບຍືນຍົງ

7. ຮັບປະກັນໃຫ້ມີການສະໜອງພະລັງງານຢ່າງສົມເຫດສົມຜົນ, ມີຄວາມແນ່ນອນ, ຍືນຍົງ ແລະ ທັນສະໄໝ ໃຫ້ແກ່ທຸກຄົນ

8. ສົ່ງເສີມການເຕີບໃຫຍ່ຂອງເສດຖະກິດທີ່ຕໍ່ເນື່ອງ, ສົມດຸນ ແລະ ຍືນຍົງ; ສົ່ງເສີມການຈ້າງງານເຕັມເວລາ, ມີຜະລິດຕະຜົນ ແລະ ເປັນອາຊີບທີ່ດີໃຫ້ແກ່ທຸກຄົນ

9. ກໍ່ສ້າງພື້ນຖານໂຄງລ່າງທີ່ທົນທານ, ສົ່ງເສີມການຫັນໄປສູ່ອຸດສາຫະກຳທີ່ສົມດຸນ ແລະ ຍືນຍົງ ພ້ອມທັງປຸກລະດົມໃຫ້ມີວິວັດທະນາການອັນໃໝ່

10. ຫຼຸດຜ່ອນຄວາມບໍ່ສະເໝີພາບພາຍໃນ ແລະ ລະຫວ່າງປະເທດ

11. ສ້າງຕົວເມືອງ ແລະ ທີ່ພັກອາໄສທີ່ສົມດຸນ, ປອດໄພ, ທົນທານ ແລະ ຍືນຍົງ

12. ຮັບປະກັນໃຫ້ມີການຊົມໃຊ້ ແລະ ຮູບແບບຂອງການຜະລິດທີ່ຍືນຍົງ

13. ຮີບຮ້ອນປະຕິບັດການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ຜົນກະທົບຂອງມັນ

14. ສະຫງວນ ແລະ ນຳໃຊ້ມະຫາສະໝຸດ, ທະເລ ແລະ ຊັບພະຍາກອນນ້ຳເຂົ້າໃນການພັດທະນາຢ່າງຍືນຍົງ

15. ປົກປ້ອງ, ເກັບຮັກສາ ແລະ ສົ່ງເສີມການນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ, ມີການຄຸ້ມຄອງປ່າແບບຍືນຍົງ, ຕ້ານທຸກກິດຈະກຳທີ່ກໍ່ໃຫ້ເກີດໄພແຫ້ງແລ້ງ, ຢຸດຕິ ແລະ ແກ້ໄຂບັນຫາການເສື່ອມໂຊມຂອງດິນ ແລະ ການສູນເສຍຊີວະນາໆພັນ

16. ສົ່ງເສີມສັງຄົມທີ່ມີຄວາມສະຫງົບ ແລະ ສົມດຸນ ເພື່ອເອື້ອອຳນວຍໃຫ້ແກ່ການພັດທະນາແບບຍືນຍົງ, ທຸກຄົນມີສິດໄດ້ຮັບຄວາມຍຸດຕິທຳ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນກ່ຽວຂ້ອງໃຫ້ມີປະສິດທິພາບ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ມີຄວາມຮັບຜິດຊອບຮ່ວມກັນໃນທຸກລະດັບ

17. ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດ ແລະ ຮັດແໜ້ນສາຍພົວພັນລະຫວ່າງປະເທດໃນທົ່ວໂລກເພື່ອບັນລຸໄດ້ການພັດທະນາແບບຍືນຍົງ

18. ຫຼຸດຜ່ອນຜົນກະທົບຂອງລະເບີດບໍ່ທັນແຕກໃນ ສປປ.ລາວ

No comments

Powered by Blogger.