ລັດຖະບານຖະແຫຼງ ຜົນກອງປະຊຸມສະໄໝສາມັນ ປະຈໍາເດືອນ ມິຖຸນາ 2017 - ອິດສະຫຼະ

ລັດຖະບານຖະແຫຼງ ຜົນກອງປະຊຸມສະໄໝສາມັນ ປະຈໍາເດືອນ ມິຖຸນາ 2017



ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານຖະແຫຼງຜົນກອງປະຊຸມລັດຖະບານສະໄໝ ປະຈໍາເດືອນ ມິຖຸນາ 2017 ຕໍ່ສື່ມວນຊົນ ດັ່ງນີ້:


ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ມິຖຸນາ ໄດ້ໄຂຂຶ້ນໃນວັນທີ 22 ແລະ ປິດລົງໃນວັນທີ 23 ມິຖຸນາ 2017 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.


I . ການເຄື່ອນໄຫວທີ່ພົ້ນເດັ່ນຂອງລັດຖະບານ ປະຈຳເດືອນ ມິຖຸນາ 2017:
ໃນເດືອນຜ່ານມາ ລັດຖະບານ ໄດ້ສືບຕໍ່ດຳເນີນການແກ້ໄຂ ບັນຫາຢາເສບຕິດ, ດຳເນີນມາດຕະການ ສ້າງຄວາມເປັນລະບຽບໃນສັງຄົມ, ສືບຕໍ່ແກ້ໄຂບັນດາ ປະກົດການຫຍໍ້ທໍ້ຂອງສັງຄົມ, ເອົາໃຈໃສ່ນຳພາການ ເຄື່ອນໄຫວເສດຖະກິດສັງຄົມ ການດຳລົງຊີວິດ ຂອງປະຊາຊົນ ໃຫ້ເຂົ້າສູ່ຄວາມມີລະບຽບຮຽບຮ້ອຍ ໃນທົ່ວປະເທດ; ສະມາຊິກລັດຖະບານ ກໍ່ຄື ການນໍາຫຼັກແຫຼ່ງ ຂອງບັນດາກະຊວງ-ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ນໍາພາການດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ໃນກົງຈັກລັດຖະບານ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ; ໄດ້ຈັດກິດຈະກໍາສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົດຟຶ້ນ ແລະ ແຂງແຮງ, ເຊິ່ງເປັນການສ້າງຈິດສໍານຶກ ໃຫ້ລູກຫລານຂອງພວກເຮົາ ໃຫ້ເຕີບໃຫຍ່ດ້ວຍຈິດໃຈ ຮັກຫອມທໍາມະຊາດ ແລະ ສິ່ງແວດລ້ອມ.

ພ້ອມດຽວກັນນັ້ນ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຮ່ວມກັບຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ໄດ້ປຶກສາຫາລື ແລະ ພິຈາລະນາ ບັນຫາທີ່ສໍາຄັນຮີບດ່ວນຈໍານວນໜຶ່ງ ຢ່າງເປັນປົກກະຕິ ເປັນຕົ້ນ ແມ່ນການແກ້ ໄຂບັນຫາການຍົກຍ້າຍ, ຈັດສັນປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳງຽບ 1 ແລະ ໂຄງການເຂື່ອນໄຟຟ້ານໍ້າຕົກ ເຊຊູ 4 ແຂວງອັດຕະປື; ການຜັນຂະຫຍາຍ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການພັດທະນາ ໂຄງການສາຍສົ່ງ, ການພັດທະນາ ເຂດເສດຖະກິດພິເສດ ຄອນພະເພັງ ແລະ ດອນໂຂງ ແລະ ອະນຸ ມັດບັນດາໂຄງການລົງທຶນ ສຳຄັນຈຳນວນໜຶ່ງອີກ; ໄດ້ສຸມໃສ່ວຽກງານເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ໃຫ້ໄປຕາມແຜນການທີ່ວາງໄວ້; ສໍາລັບການເບີກຈ່າຍເງິນເດືອນ ໃຫ້ພະນັກງານທົ່ວປະເທດ ກໍ່ສາມາດປະຕິ ບັດໄດ້ເດືອນຕໍ່ເດືອນຢ່າງເປັນປົກກະຕິ ແລະ ຍັງສືບຕໍ່ແກ້ໄຂການເບີກຈ່າຍ ທີ່ຍັງຊັກຊ້າ ຢູ່ບາງເມືອງໃນບາງແຂວງ ຫ່າງໄກສອກຫຼີກໃຫ້ໄວຂຶ້ນ.

ທ່ານນາຍົກລັດຖະມົນຕີ ໄດ້ສຳເລັດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ແລະ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອານາຄົດຂອງອາຊີ ຄັ້ງທີ 23 ທີ່ໂຕກຽວ ເຊິ່ງຕີລາຄາວ່າໄດ້ຮັບໝາກຜົນເປັນຢ່າງດີ.
ນອກນີ້, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານຫຼາຍສະຫາຍ ກໍໄດ້ເຄື່ອນໄຫວວຽກງານທັງພາຍໃນ ແລະ ຕ່າງປະເທດ ຢ່າງຕັ້ງໜ້າ ເພື່ອຊີ້ນຳວຽກງານຂະແໜງການຕົນ ໃຫ້ບັນລຸຕາມແຜນການທີ່ໄດ້ວາງໄວ້.

II. ກອງປະຊຸມລັດຖະບານ ປະຈໍາເດືອນ ມິຖຸນາ 2017
ສໍາລັບກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2017 ນີ້ ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນສຸມໃສ່ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ຕໍ່ກັບບັນດາເອກະສານສໍາຄັນ ດັ່ງນີ້:

1. ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນ, ວຽກງານ ປກຊ-ປກສ ແລະ ສະພາບການ ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ.

2. ໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນຕໍ່ບັນຫາທີ່ພົ້ນເດັ່ນ ທາງດ້ານເສດຖະກິດ-ສັງຄົມ ຄື :

- ການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບ-ລາຍຈ່າຍ ປະຈຳງວດ 2 ຂອງປີ 2017;

- ຜົນການລົງກວດກາ ການນຳເຂົ້າພາຫະນະ ທີ່ບໍ່ຖືກຕ້ອງ ແລະ ປັບປຸງບັນດໍາລັດວິສາຫະກິດ ແລະ ສະພາບການຄຸ້ມຄອງ ອັດຕາແລກປ່ຽນ;

- ການກະກຽມໃຫ້ແກ່ ການຊຸກຍູ້ການຜະລິດລະດູຝົນ ແລະ ມາດຕະການຄຸ້ມຄອງ ການລັກລອບນຳສັດຈາກຕ່າງປະເທດ ແລະ ສົ່ງເສີມ ການຜະລິດພາຍໃນໃຫ້ແຂງແຮງ;

- ຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ກ່ຽວກັບການແກ້ໄຂບັນຫາໄມ້ ໃນໄລຍະຜ່ານມາ ແລະ ບາງນະໂຍບາຍ ແລະ ມາດຕະການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນໃນຕໍ່ໜ້າ;

- ປະກອບຄຳເຫັນເຂົ້າໃສ່ເອກະສານ ກ່ຽວກັບການເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະ ນາທີ່ດິນໃນໄລຍະໃໝ່ ເພື່ອສະເໜີໃຫ້ ຄະນະບໍລິຫານງານສູນກາງພັກ ພິຈາລະນາອອກເປັນມະຕິ.

- ທິດທາງ ແລະ ມາດຕະການໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາ ທີ່ກ່ຽວຂ້ອງເພື່ອຄຸ້ມຄອງຮ້ານກິນດື່ມ ແລະ ຮ້ານບັນເທິງ ຢູ່ໃກ້ສະຖານທີ່ການສຶກສາ ແລະ ໂຮງໝໍ ໃນທົ່ວປະເທດ.

3. ໄດ້ປຶກສາຫາລື ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດ ເທື່ອທີ 4, ຂອງສະພາແຫ່ງຊາດ ຊຸດທີ VIII.
ຕໍ່ກັບບົດລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນສົກປີ, ຄາດຄະເນ 6 ເດືອນທ້າຍປີ ແລະ ໝົດປີ 2017, ກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ປັບປຸງ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ເອົາໃຈໃສ່ສູ້ຊົນບຸກບືນຜ່ານຜ່າ ເພື່ອເຮັດໃຫ້ເສດຖະກິດມີຄວາມເຂັ້ມແຂງ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ, ສືບຕໍ່ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຄົບຖ້ວນຕາມກໍານົດເວລາ, ມີຄວາມໂປ່ງໃສ ເພື່ອຫຼຸດຜ່ອນຊ່ອງຫວ່າງ ການຮົ່ວໄຫຼຂອງງົບປະມານ, ກໍານົດມາດຕະການ ໃນການສຶກສາອົບຮົມ ໄປຄຽງຄູ່ກັບ ການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ໃນການລົງທຶນ, ໃນນັ້ນ ຕ້ອງໄດ້ມີການຕິດຕາມກວດກາ ຄຸນນະພາບ ແລະ ປະສິດທິຜົນ ໃນການລົງທຶນຂອງໂຄງການຕ່າງໆ ຢ່າງຄັກແນ່, ສໍາຄັນ ແຕ່ນີ້ຈົນຮອດທ້າຍປີ 2017 ນີ້ ການຈັດເກັບລາຍຮັບເຂົ້າງົບປະມານ ຕ້ອງເກັບໃຫ້ໄດ້ຕາມແຜນ ຫຼື ລື່ນແຜນການທີ່ວາງໄວ້.

- ກ່ຽວກັບວຽກງານທະນາຄານ ໃຫ້ເອົາໃຈໃສ່ແກ້ໄຂສະພາບຄ່ອງຂອງທະນາຄານ ໃຫ້ໄດ້ໂດຍໄວ. ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ດຶງດູດ ແລະ ລະດົມເງິນຕາຕ່າງປະເທດ ຈາກປະຊາຊົນ ໃຫ້ມາເຂົ້າສູ່ລະບົບທະນາຄານ ໃຫ້ຫຼາຍຂຶ້ນ ເປັນຕົ້ນ ການລະດົມເງິນຝາກ.

- ສໍາລັບການນໍາເຂົ້າລົດ ທີ່ບໍ່ຖືກຕ້ອງ ແລະ ປອມແປງເອກະສານນັ້ນ ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 142/ຫສນຍ.ກລຂ, ລົງວັນທີ 25 ມັງກອນ 2017 ກ່ຽວກັບການແກ້ໄຂລົດນໍາເຂົ້າ ທີ່ບໍ່ຖືກຕ້ອງ ໃນຂອບເຂດທົ່ວປະເທດ.

- ກ່ຽວກັບການປັບປຸງ ບັນດາລັດວິສາຫະກິດນັ້ນ ແມ່ນໃຫ້ມີການຈັດລຽງບູລິດມະສິດຄັກແນ່, ພ້ອມດຽວກັນນັ້ນ ແມ່ນໃຫ້ຈັດກອງປະຊຸມ ປຶກສາຫາລືກັນຕື່ມ.

- ຕໍ່ກັບບົດລາຍງານ ກ່ຽວກັບການກະກຽມ ໃຫ້ແກ່ການຊຸກຍູ້ ສົ່ງເສີມການຜະລິດລະດູຝົນ ແລະ ມາດຕະການຄຸ້ມຄອງການລັກລອບ ນໍາເຂົ້າຊິ້ນໝູຈາກຕ່າງປະເທດ. ກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ປັບປຸງຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຕ້ອງຮັບ ປະກັນໃຫ້ປະຊາຊົນ ມີເຂົ້າກິນຢ່າງພຽງພໍ ເມື່ອຜະລິດເຂົ້າອອກມາແລ້ວ ຕ້ອງມີຕະຫຼາດຮອງຮັບທີ່ໝັ້ນຄົງ. ພ້ອມດຽວກັນນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ປຶກສາຫາລື ແລະ ປະສານສົມທົບກັນລະອຽດ ເພື່ອຊຸກຍູ້ສົ່ງເສີມ ແລະ ແກ້ໄຂຂັ້ນຂອດ ທີ່ເປັນສິ່ງອຸດຕັນ ຕໍ່ການຜະລິດຂອງປະຊາຊົນ ໂດຍສະເພາະແມ່ນ ການສະໜອງເງິນກູ້, ການປູກ, ການລ້ຽງ, ການປັບປຸງສົ່ງເສີມ ແລະ ສະໜອງແນວພັນພືດ ແລະ ສັດ ໃຫ້ປະຊາຊົນ ເພື່ອເຮັດໃຫ້ການຜະລິດຂອງປະຊາຊົນ ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ສາມາດສົ່ງອອກຂາຍພາຍໃນ ແລະ ຕ່າງປະເທດ. ພ້ອມນັ້ນ ຕ້ອງມີມາດຕະການ ຕ້ານແລ້ງຕ້ານຖ້ວມທີ່ຊັດເຈນ ເມື່ອເກີດມີບັນຫາ ສາມາດຈັດຕັ້ງປະຕິບັດໄດ້ທັນທີ ເປັນຕົ້ນ ການແຜ່ລະບາດ ຂອງຕັກກະແຕນ, ໜູຂີ ແລະ ອື່ນໆ.

- ບົດລາຍງານ ກ່ຽວກັບການແກ້ໄຂບັນຫາໄມ້ (ການປະມູນ, ການຄຸ້ມຄອງ, ການສົ່ງອອກ, ການດັດ ສົມໂຮງງານ ແລະ ອື່ນໆ). ກອງປະຊຸມເຫັນດີຮັບຮອງ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ສືບຕໍ່ຕິດຕາມກວດກາເບີ່ງ ບັນດາໂຮງເລື່ອຍໂຮງຊອຍ ທີ່ມີຄໍາສັ່ງໃຫ້ເຊົາ ຫຼື ຍຸບໄປແລ້ວນັ້ນ ຍັງມີການສືບຕໍ່ລັກລອບເຮັດອີກບໍ່ ? ເພື່ອບໍ່ສ້າງເງື່ອນໄຂໃນການລັກລອບຕັດໄມ້. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ຍຸບເລີກ ບັນດາໂຮງງານທີ່ຍັງເຫຼືອ ໃຫ້ສໍາເລັດໂດຍໄວ ມອບໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມໜ້າທີ່ ທີ່ໄດ້ຮັບມອບໝາຍ, ສໍາລັບການເກັບກູ້, ປະມູນຂາຍ ແລະ ນໍາໃຊ້ໄມ້ທີ່ຕັດແລ້ວນັ້ນ ແມ່ນໃຫ້ສືບຕໍ່ກວດກາ, ອອກນະໂຍບາຍ ແລະ ນິຕິກໍາຕື່ມ ເພື່ອແກ້ໄຂບັນຫາໃຫ້ຖືກຈຸດໃນການປະມູນ, ເຮັດໃຫ້ຖືກກັບນະໂຍບາຍ ແລະ ບໍ່ໃຫ້ມີຊ່ອງຫວ່າງ, ເອົາໃຈໃສ່ອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະມູນ, ຜູ້ຊື້. ພ້ອມດຽວກັນນັ້ນ, ກໍ່ໃຫ້ປາບປາມຜູ້ທີ່ຍັງມີການລັກລອບຕັດ ແລະ ສົ່ງອອກໄມ້ທີ່ບໍ່ຖືກຕ້ອງ. ກ່ຽວ ກັບການສົ່ງອອກນັ້ນ ຕ້ອງໄດ້ອໍານວຍຄວາມສະດວກ ໃຫ້ຜູ້ປະກອບການ ທີ່ດໍາເນີນການຖືກຕ້ອງຕາມລະບຽບ.

- ສໍາລັບເອກະສານ ຮ່າງມະຕິຂອງຄະນະບໍລິຫານງານ ສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່. ກອງປະຊຸມ ເຫັນດີຮັບຮອງດ້ານຫຼັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວ ຂ້ອງນໍາເອົາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ.

- ທິດທາງ ແລະ ມາດຕະການ ຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາ ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງຮ້ານກິນດື່ມ ແລະ ຮ້ານບັນເທີງ ຢູ່ໃກ້ກັບສະຖານທີ່ການສຶກສາ ແລະ ໂຮງໝໍ ໃນທົ່ວປະເທດ. ກອງປະຊຸມ ເຫັນດີໃຫ້ຈັດຕັ້ງປະຕິບັດ ຕາມກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ບໍ່ຈໍາເປັນອອກຄໍາສັ່ງສະເພາະ ຕື່ມອີກ.

- ແຜນການສ້າງ ແລະ ປັບປຸງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາໃນ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII. ກອງປະຊຸມ ເຫັນດີຮັບຮອງດ້ານຫຼັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວ ຂ້ອງນໍາເອົາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ທຸກກະຊວງ ຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນ ໃນການສ້າງ ແລະ ປັບປຸງກົດໝາຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

III. ທິດທາງວຽກຈຸດສຸມປະຈຳເດືອນ ກໍລະກົດ 2017:
ເພື່ອຮັບປະກັນໃຫ້ສາມາດ ບັນລຸຄາດໝາຍທີ່ວາງໄວ້, ໃນເດືອນກໍລະກົດນີ້, ລັດຖະບານ ມີຈຸດສຸມທີ່ຈະຕ້ອງໄດ້ເອົາໃຈໃສ່ ດັ່ງນີ້ :

1. ສືບຕໍ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບທາງດ້ານການ ເມືອງ ໃຫ້ໝັ້ນທ່ຽງ. ເອົາໃຈໃສ່ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນ ໜໍ່ແໜງຂອງອາສະຍາກຳ, ບັນຫາຢາເສບຕິດ, ການຂີ້ລັກງັດແງະ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ ແລະ ອື່ນໆ ຕະຫຼອດຮອດ ການເຄື່ອນໄຫວແບ່ງແຍກ ແລະ ຍຸແຍ່ໃຫ້ປະຊາຊົນ ໃຫ້ເຂົ້າໃຈຜິດ ຕໍ່ການຈັດຕັ້ງຂອງພວກເຮົາ ແລະ ມີການເຄື່ອນໄຫວ ທີ່ບໍ່ສອດຄອງກັບກົດໝາຍ ແລະ ລະບຽບການ.

2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈຢ່າງລະອຽດ, ເລີກເຊິ່ງຕໍ່ຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ. ພ້ອມນີ້, ກໍ່ສືບຕໍ່ການເຄື່ອນໄຫວ ວຽກງານຕ່າງປະເທດ ຢ່າງຫ້າວຫັນ ທັງໃຫ້ປ້ອງກັນຜົນປະໂຫຍດ ທາງດ້ານການເມືອງ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ແກ່ປະເທດຊາດ.

3. ດຳເນີນມາດຕະການ ເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໂດຍມີການຖອດຖອນບົດຮຽນ ຈາກໄລຍະ 6 ເດືອນຜ່ານມາ ແນໃສ່ຮັບປະກັນ ການຈັດເກັບລາຍຮັບໃຫ້ບັນລຸຄາດໝາຍ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ມີປະສິດທິພາບ. ດ້ານລາຍຮັບ, ໃຫ້ສຸມໃສ່ ການຈັດເກັບຈາກຖານລາຍຮັບ ທີ່ມີຢ່າງເຂັ້ມງວດ ແລະ ແທດຕົວຈິງ, ປ້ອງກັນການລັກລອບ ແລະ ມີມາດຕະການເຄັ່ງຂັດ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການຕ່າງໆ. ດ້ານລາຍຈ່າຍ, ໃຫ້ຕິດຕາມ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດ ລາຍຈ່າຍງົບປະມານລັດ ໃຫ້ມີປະສິດທິຜົນ, ເຂັ້ມງວດໃນການກວດກາ ການສະເໜີຂໍພິຈາລະນາ ລາຍຈ່າຍບໍລິຫານ, ລາຍຈ່າຍດັດສົມ, ລາຍຈ່າຍຊື້ໃໝ່ ແລະ ການເບິກຈ່າຍເງິນເດືອນ ໂດຍສືບຕໍ່ເອົາໃຈໃສ່ ແກ້ໄຂການເບິກຈ່າຍເງິນເດືອນ ຢູ່ບາງເມືອງ ແລະ ເຂດຮ່າງໄກ ທີ່ຍັງຊັກຊ້າ ໃຫ້ຕົກໄປຢ່າງຂາດຕົວ.

4. ສືບຕໍ່ປັບປຸງບັນດາກົດໝາຍ ແລະ ນິຕິກໍາ ທີ່ລັດຖະບານໄດ້ຊີ້ນໍາ ແລະ ເປັນເອກະພາບ ໃນກອງປະຊຸມລັດຖະບານ; ບັນຫາໃດທີ່ຈະນໍາສະເໜີຕໍ່ ກອງປະຊຸມສະພາແຫ່ງຊາດ ໃນເດືອນຕຸລາ 2017 ທີ່ຈະມາເຖິງ, ເປັນຕົ້ນແມ່ນ ຮ່າງບົດສະຫຼຸບ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ປະຈຳປີ 2017 ແລະ ແຜນປີ 2018, ກໍ່ໃຫ້ຮີບຮ້ອນປັບປຸງ ແລະ ສົ່ງໃຫ້ສະພາແຫ່ງຊາດ ທັນຕາມເວລາທີ່ກໍານົດ. ສືບຕໍ່ຄົ້ນ ຄວ້າ ແລະ ປັບປຸງກົດໝາຍອາກອນ ແລະ ອາກອນມູນຄ່າເພີ່ມ, ລັດຖະບັນຍັດ 003/ປປທ ວ່າດ້ວຍຄ່າທຳນຽມ ແລະ ບໍລິການ, ດໍາລັດວ່າດ້ວຍທຸລະກິດນ້ໍາມັນເຊື້ອໄຟ, ດໍາລັດຄຸ້ມຄອງ ດ່ານສາກົນທາງບົກ ແລະ ນິຕິກໍາອື່ນໆ ທີ່ເລັ່ງດ່ວນໃຫ້ສໍາເລັດໂດຍໄວ ແລະ ທັນກັບສະພາບຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນປັດຈຸບັນ.

5. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ, ຄຸ້ມຄອງອັດຕາເງິນເພີ້, ອັດຕາແລກປ່ຽນ ໃຫ້ຢູ່ໃນເກນປົກກະຕິ; ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວ ຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຕິດຕາມຢ່າງໃກ້ສິດ ແລະ ຄົ້ນຄວ້າທິດທາງແກ້ໄຂ ຢ່າງຮອບຄອບ ແລະ ທັນການຕໍ່ການເຄື່ອນໄຫວ ລະດົມທຶນທີ່ບໍ່ຖືກລະບຽບ; ເອົາໃຈໃສ່ຄົ້ນຄວ້າ ອັດຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະໃນເງື່ອນໄຂທີ່ພາກທຸລະກິດພາຍໃນ, ສົ່ງເສີມການລົງທຶນຂອງຕ່າງປະເທດ ເພື່ອເປັນມາດຕະການໜຶ່ງ ໃນການກະຕຸ້ນເສດຖະກິດ. ໃຫ້ທະນາຄານ ແຫ່ງ ສປປ.ລາວ ສົມທົບກັບ ທະນາຄານທຸລະກິດ ຄົ້ນຄວ້າທິດທາງ ແລະ ວິທີການເພື່ອຊ່ວຍເຫຼືອຜູ້ຜະລິດພາຍໃນ ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ແລະ ຜູ້ຜະລິດລາຍຍ່ອຍ ໃຫ້ເປັນຮູບປະທໍາ.

6. ສືບຕໍ່ຄົ້ນຄວ້າ ວິທີການທີ່ເໝາະສົມ ແລະ ເປັນໄປໄດ້ໃນການແກ້ໄຂ ໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຫຼາຍຮູບການ ເຊັ່ນ: ການແກ້ໄຂດ້ວຍຮູບການແບບອ ວ່າຍໜີ້ 3 ແຈ, ການກວດກາຄືນ ແລະ ເຈລະຈາຫຼຸດຜ່ອນ ມູນຄ່າໜີ້ຂອງໂຄງການ ຫຼື ວິທີການອື່ນໆ.

7. ສືບຕໍ່ຕິດຕາມ, ອຳນວຍຄວາມສະດວກ, ຊຸກຍູ້ ແລະ ແກ້ໄຂບັນຫາທີ່ຕິດພັນກັບ ໂຄງການລົງທຶນ ແລະ ໂຄງການພັດທະນາຂະໜາດໃຫຍ່ຕ່າງໆ ເຊັ່ນ : ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂຄງການເຂື່ອນໄຟຟ້າຕ່າງໆ, ໂຄງການພັດທະນາ ລະບົບສາຍສົ່ງ, ໂຄງການສຳຫຼວດ ແລະ ຂຸດຄົ້ນແຮ່ທາດ ແລະ ອື່ນໆ ໃຫ້ດຳເນີນໄປຕາມແຜນການ. ພ້ອມກັນນີ້, ກໍ່ໃຫ້ຮີບຮ້ອນປັບປຸງນະໂຍບາຍ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ສາມາດຮັບຮອງໄດ້ໄວ, ພ້ອມທັງສືບຕໍ່ຄົ້ນຄວ້າ ແລະ ຜັນຂະຫຍາຍເປັນກົດ ໝາຍ, ນິຕິກຳລຸ່ມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ໄວ ແລະ ມີປະສິດທິຜົນ.

8. ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ວຽກງານກະກຽມຮອບດ້ານໃຫ້ແກ່ການຜະລິດລະດູຝົນທີ່ກຳລັງມາເຖິງ; ສືບຕໍ່ກະກຽມການຄວບຄຸມຕັກກະແຕນຝຸງ ທີ່ກໍາລັງແຜ່ລະບາດ ແລະ ມີໂອກາດຂະຫຍາຍກວ້າງຢູ່ຫຼາຍແຂວງ; ສືບຕໍ່ຈັດຕັ້ງການເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດໄຂ້ຫວັດສັດປີກ (H5N1, H7N9), ພະຍາດໝູ ແລະ ພະຍາດສັດອື່ນໆ ທີ່ອາດເກີດຂຶ້ນໃນໄລຍະລະດູຮ້ອນ.

9. ສືບຕໍ່ຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາໄມ້ ແລະ ເອົາໃຈໃສ່ຄົ້ນຄວ້າແກ້ໄຂ ບັນຫາໄມ້ໃຫ້ມີປະສິດທິຜົນ ເປັນຕົ້ນແມ່ນ ການສືບຕໍ່ປະຕິບັດຢ່າງເຂັ້ມງວດ ການຮື້ຖອນ ແລະ ຍຸບເລີກໂຮງງານ ອຸດສາຫະກຳໄມ້ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ, ການປະມູນຂາຍໄມ້ທີ່ຍືດໄດ້, ການຊຸກຍູ້ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການສົ່ງອອກຜະລິດຕະພັນໄມ້, ແກ້ໄຂກໍລະນີ ລັກລອບຕັດໄມ້ ແລະ ລັກສົ່ງໄມ້ອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ແລະ ອື່ນໆ.

10. ເອົາໃຈໃສ່ຜັນຂະຫຍາຍ ໝາກຜົນຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ຕ່າງປະເທດ ຂອງຄະນະລັດຖະບານ ໂດຍເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ໃນຂອບສອງຝ່າຍ ທີ່ໄດ້ມີການປຶກສາຫາລື ແລະ ຕົກລົງກັນໃນເດືອນຜ່ານມາ ເປັນຕົ້ນແມ່ນໂຄງການຮ່ວມມື ລາວ-ຫວຽດນາມ, ລາວ-ຈີນ, ລາວ-ຍີ່ປຸ່ນ, ລາວ-ໄທ ແລະ ຄູ່ຮ່ວມມືອື່ນໆ ໃຫ້ມີຄວາມຄືບໜ້າໂດຍໄວ ແລະ ມີປະສິດທິຜົນ.

11. ສືບຕໍ່ເອົາໃຈໃສ່ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ໂດຍສະເພາະ ໃນຂົງເຂດການລົງທຶນຂອງລັດ, ການຫັນຊັບສິນເປັນທຶນ ໃນໄລຍະຜ່ານມາ, ການລົງທຶນ ຂອງພາກທຸລະກິດ ແລະ ອື່ນໆ ເພື່ອໃຫ້ສືບຕໍ່ດ້ານການຄຸ້ມຄອງລັດ ໃຫ້ເຂົ້າສູ່ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ພ້ອມກັນນີ້ ກໍ່ເອົາໃຈໃສ່ກວດກາ ການແກ້ໄຂຄຳຮ້ອງທຸກ ແລະ ຄຳສະເໜີຂອງປະຊາຊົນ ຫຼື ນິຕິບຸກຄົນ ທີ່ກ່ຽວກັບຂໍ້ຂັດແຍ່ງ ຫຼື ຄະດີຄວາມຕ່າງໆ ເພື່ອໃຫ້ຄວາມເປັນທຳ ແລະ ມີຄວາມຍຸຕິທໍາແກ່ທຸກຝ່າຍ.

12. ຊີ້ນຳ ແລະ ຕິດຕາມ ການສ້າງກິດຈະກຳຕ່າງໆ ເປັນຕົ້ນແມ່ນ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການຊ່ວຍເຫຼືອສັງຄົມ, ການອະນຸລັກຮັກສາ ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາດ ແລະ ອື່ນໆ ໃຫ້ບັນດານ້ອງນັກຮຽນ-ນັກສຶກສາ ທີ່ກຳລັງພັກຮຽນ ໃນຊ່ວງລະດູຝົນນີ້ ໃຫ້ມີເນື້ອໃນ ແລະ ເປັນປະໂຫຍດຕໍ່ສັງຄົມ ແລະ ຕໍ່ການພັດທະນາຂອງນ້ອງນັກຮຽນ ແລະ ນັກສຶກສາເອງ, ທັງເປັນການໃຊ້ເວລາວ່າງຂອງເຂົາເຈົ້າ ໃຫ້ມີຄຸນຄ່າ, ຫ່າງໄກຈາກ ຢາເສບຕິດ ແລະ ອະບາຍະມຸກຕ່າງໆ.

13. ບັນດາສະມາຊິກລັດຖະບານ ສຶບຕໍ່ຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ ພ້ອມທັງ ມີການສະຫຼຸບລາຍງານ ມາຍັງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ກ່ອນກອງປະຊຸມລັດຖະບານ ໃນເດືອນກໍລະກົດ. ພ້ອມນີ້, ພວກເຮົາຈະໄດ້ທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ແຈ້ງການ ແລະ ທິດຊີ້ນຳທີ່ສຳຄັນຕ່າງໆ ຂອງລັດຖະບານຕໍ່ກອງປະຊຸມໃນເດືອນຕໍ່ໄປ.


No comments

Powered by Blogger.