ກາຕາ ປະຕິເສດເງື່ອນໄຂທັງ 13 ຂໍ້ຂອງອາຣັບບີ ຊາອູດິດ ແລະ ພັນທະມິດໃນການຟື້ນຟູຄວາມສຳພັນ - ອິດສະຫຼະ

ກາຕາ ປະຕິເສດເງື່ອນໄຂທັງ 13 ຂໍ້ຂອງອາຣັບບີ ຊາອູດິດ ແລະ ພັນທະມິດໃນການຟື້ນຟູຄວາມສຳພັນ



ສຳນັກຂ່າວຕ່າງປະເທດລາຍງານ 24 ມິຖຸນາ 2017 ວ່າ: ສຳນັກສື່ສານຂອງທຳນຽມນາຍົກລັດຖະມົນຕີກາຕາອອກຖະແຫຼງການໃນມື້ນີ້ກ່ຽວກັບ "ເງື່ອນໄຂ 13 ຂໍ້" ຂອງອາຣັບບີ ຊາອູດິດ, ສະຫະນະຄອນ ເອເມຣັດ ອາຣັບ, ບາເຣນ ແລະ ເອຢິບ ທີ່ໄດ້ຍື່ນສະເໜີຮ່ວມກັນຜ່ານທາງປະເທດກູເວດໃນຖານະຜູ້ແທນໄກ່ເກ່ຍວ່າ ຄວາມຕ້ອງການດັ່ງກ່າວເປັນໄປຕາມຈຸດຢືນທີ່ລັດຖະບານກາຕາປະກາດໄວ້ຕັ້ງແຕ່ຕົ້ນວ່າ ການໃຊ້ມາດຕະການປິດລ້ອມຢ່າງຜິດກົດໝາຍເປັນຄົນລະເລື່ອງກັບຄວາມພະຍາຍາມຕໍ່ຕ້ານການກໍ່ການຮ້າຍ ແຕ່ເປັນຄວາມຕ້ອງການຈຳກັດອະທິປະໄຕ ແລະ ການດຳເນີນນະໂຍບາຍຕ່າງປະເທດຂອງກາຕາ.

ຂະນະທີ່ກະຊວງການຕ່າງປະເທດກາຕາອອກຖະແຫຼງການວ່າເງື່ອນໄຂທັງ 13 ຂໍ້ນັ້ນ ເປັນໄປບໍ່ໄດ້ ແລະ ບໍ່ສາມາດປະຕິບັດຕາມໄດ້ ໂດຍຈາກບັນດາເງື່ອນໄຂທັງໝົດທີ່ລັດຖະບານອາຣັບບີ ຊາອູດິດ ແລະ ພັນທະມິດຕ້ອງການໃຫ້ກາຕາຕອບຮັບພາຍໃນ 10 ວັນນັບຕັ້ງແຕ່ມື້ວັນສຸກທີ່ຜ່ານມາ ເພື່ອແລກກັບການຟື້ນຟູຄວາມສຳພັນທີ່ຕັດຂາດກັນມາຕັ້ງແຕ່ວັນທີ 5 ມິຖຸນາ 2017 ທີ່ຜ່ານມານັ້ນ ມີຢູ່ 4 ຂໍ້ທີ່ໄດ້ຮັບການຈັບຕາຢ່າງໃກ້ຊິດຈາກຫຼາຍຝ່າຍຄື: ການຕັດຄວາມສຳພັນທາງການທູດກັບອີຣານ, ການຢຸດຕິອອກອາກາດ ແລະ ເຜີຍແຜ່ຂ່າວສານໃນທຸກຊ່ອງທາງຂອງສະຖານນີໂທລະພາບ Al Jazeera, ການປິດຖານທັບຕວັກກີ ແລະ ການຍົກເລີກໃຫ້ການສະໜັບສະໜູນແກ່ກຸ່ມກໍ່ການຮ້າຍທີ່ລວມເຖິງກຸ່ມຮາມາສ ແລະ ກຸ່ມອ້າຍນ້ອງມຸດສະລິມ.

ຂ່າວທີ່ກ່ຽວຂ້ອງ:
- 4 ປະເທດໃນອາຣັບຍື່ນ 13 ເງື່ອນໄຂໃຫ້ປະເທດກາຕາປະຕິບັດ ຖ້າຢາກຟື້ນຟູຄວາມສຳພັນນຳ

No comments

Powered by Blogger.