ຕຳຫຼວດລອນດອນຖະແຫຼງພົບຜູ້ເສຍຊີວິດແລ້ວ 6 ຄົນຈາກເຫດໄຟໄໝ້ຕຶກໃນນະຄອນຫຼວງລອນດອນ - ອິດສະຫຼະ

ຕຳຫຼວດລອນດອນຖະແຫຼງພົບຜູ້ເສຍຊີວິດແລ້ວ 6 ຄົນຈາກເຫດໄຟໄໝ້ຕຶກໃນນະຄອນຫຼວງລອນດອນ



ສຳນັກຂ່າວຕ່າງປະເທດລາຍງານ 14 ມິຖຸນາ 2017 ວ່າ: ຖະແຫຼງການຂອງຕຳຫຼວດນະຄອນບານລອນດອນລະບຸວ່າ ຕຳຫຼວດສາມາດຢືນຢັນໄດ້ຂະນະນີ້ວ່າມີຜູ້ເສຍຊີວິດແລ້ວ 6 ຄົນ ຈາກເຫດໄຟໄໝ້ຕຶກ Grenfell Tower ສູງ 24 ຊັ້ນ ທີ່ຕັ້ງຢູ່ທາງຕິດຕາເວັນຕົກຂອງນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອຕອນເຊົ້າມືດມື້ນີ້ ແຕ່ຕົວເລກຜູ້ເສຍຊີວິດອາດສູງຫຼາຍກວ່ານີ້ ເພາະຍັງມີຜູ້ສູນຫາຍອີກເປັນຈຳນວນຫຼາຍ, ຂະນະດຽວກັນປະຕິບັດການຟື້ນຟູຂອງຕຳຫຼວດ ອາດເປັນວຽກທີ່ຊັບຊ້ອນ ແລະ ຕ້ອງໃຊ້ເວລາ.


ໃນດ້ານຂອງຜູ້ໄດ້ຮັບບາດເຈັບນັ້ນມີລາຍງານຂ່າວລະບຸວ່າ ມີຜູ້ບາດເຈັບແລ້ວ 74 ຄົນ ໃນຈຳນວນນັ້ນມີ 20 ຄົນອາການສາຫັດ.


ຕຶກດັ່ງກ່າວເປັນອະພາດເມັ້ນສຳລັບຢູ່ອາໄສ ສ້າງຂຶ້ນໃນປີ 1974 ປະກອບດ້ວຍຫ້ອງຈຳນວນ 120 ຫ້ອງ ແລະ ຫາກໍ່ມີການປັບປຸງເມື່ອປີທີ່ຜ່ານມາ ແຕ່ຜູ້ຢູ່ໃນເຫດການເລົ່າວ່າ ບໍ່ມີສັນຍານເຕືອນໄພແຕ່ຢ່າງໃດໃນຂະນະທີ່ເກີດເຫດ.


No comments

Powered by Blogger.