ຜູ້ຊ່ຽວຊານເປັນຫ່ວງສະພາບອາກາດໂລກຮ້ອນ ພາຍຫຼັງທີ່ອາເມຣິກາ ຖອນຕົວຈາກສົນທິສັນຍາປາຣີສ - ອິດສະຫຼະ

ຜູ້ຊ່ຽວຊານເປັນຫ່ວງສະພາບອາກາດໂລກຮ້ອນ ພາຍຫຼັງທີ່ອາເມຣິກາ ຖອນຕົວຈາກສົນທິສັນຍາປາຣີສ



ບັນດາໜ່ວຍງານດ້ານວິທະຍາສາດເປີດເຜີຍວ່າ ມີຫຼັກຖານທາງວິທະຍາສາດຊັດເຈນທີ່ບົ່ງບອກວ່າ ກິດຈະກຳຂອງມະນຸດເປັນຕົ້ນເຫດຂອງການປ່ຽນແປງສະພາບດິນຟ້າອາກາດໂລກ, ຄະນະກຳມະການລະຫວ່າງປະເທດວ່າດ້ວຍ ການປ່ຽນແປງສະພາບດິນຟ້າອາກາດໂລກ (Intergovernmental Panel on Climate Change) ຫຼື IPCC ເປັນຄະນະກຳມະການອິດສະຫຼະດ້ານວິທະຍາສາດລະຫວ່າງປະເທດ ເຕືອນວ່າຫາກຍັງບໍ່ມີມາດຕະການເພີ່ມເຕີມເພື່ອຫຼຸດຜ່ອນແກັດເຮືອນແກ້ວທີ່ປ່ອຍສູ່ຊັ້ນບັນຍາກາດ ຈະມີຄວາມສຽງສູງຫຼາຍທີ່ພາວະໂລກຮ້ອນຈະເຮັດໃຫ້ເກີດຜົນກະທົບທີ່ຮຸນແຮງ, ກິນວົງກວ້າງ ແລະ ແກ້ໄຂບໍ່ໄດ້.

ທ່ານ ໂຈນາທານ ລິນ ໂຄສົກຂອງ IPCC ກ່າວວ່າ ທາງຄະນະກຳມະການເຫັນວ່າ ການຄວບຄຸມພາວະໂລກຮ້ອນ ແລະ ຜົນກະທົບ ຈະປະສົບຄວາມສຳເລັດໄດ້ກໍ່ຕໍ່ເມື່ອເຮົາສາມາດຫຼຸດຜ່ອນປະລິມານແກັດເຮືອນແກ້ວທີ່ປ່ອຍສູ່ຊັ້ນບັນຍາກາດລົງໃນປະລິມານທີ່ຫຼາຍພໍ ແລະ ຕ້ອງຫຼຸດລົງຢ່າງຍືນຍົງ, ນອກຈາກນີ້ທ່ານ ລິນ ຍັງກ່າວອີກວ່າ ບັນຫາພາວະໂລກຮ້ອນເປັນບັນຫາຂອງທຸກຄົນ ແລະ ຕ້ອງມີການຄວາມຮ່ວມມືກັນໃນລະດັບທົ່ວໂລກ, ການຫຼຸດຜ່ອນພາວະໂລກຮ້ອນທີ່ໄດ້ຜົນບໍ່ມີທາງສຳເລັດ ຫາກປະເທດໃດປະເທດໜຶ່ງຈະເຫັນແຕ່ຜົນປະໂຫຍດຂອງຕົນເທົ່ານັ້ນເປັນສຳຄັນ.

ໃນຂະນະນີ້ຍັງບໍ່ຊັດເຈນວ່າການຖອນຕົວຂອງສະຫະລັດອາເມຣິກາ ອອກຈາກສົນທິສັນຍາປາຣີສວ່າດ້ວຍ ການປ່ຽນແປງສະພາບດິນຟ້າອາກາດ ຈະມີຜົນກະທົບແບບໃດຕໍ່ການຫຼຸດປະລິມານແກັດເຮືອນແກ້ວທີ່ປ່ອຍສູ່ຊັ້ນບັນຍາກາດໃນອະນາຄົດ.

ທ່ານ ດີລອນ ເທີບລອງ ຫົວໜ້າຝ່າຍການວິໄຈດ້ານຊັ້ນບັນຍາກາດໂລກ ແລະ ສິ່ງແວດລ້ອມຂອງອົງການອຸຕິນິຍົມວິທະຍາໂລກ (World Meteorological Organization) ກ່າວວ່າ ພາວະໂລກຮ້ອນຍັງຈະເກີດຂຶ້ນຕໍ່ໄປຢ່າງຕໍ່ເນື່ອງ ຕາບໃດທີ່ຄົນເຮົາຍັງປ່ອຍແກັດເຮືອນແກ້ວສູ່ຊັ້ນບັນຍາກາດ, ການຫຼຸດຜ່ອນການປ່ອຍແກັດເຮືອນແກ້ວສູ່ຊັ້ນບັນຍາກາດຈະບໍ່ຊ່ວຍໃຫ້ປະລິມານແກັດເຮືອນແກ້ວທີ່ສະສົມໃນຊັ້ນບັນຍາກາດຫຼຸດລົງແຕ່ຢ່າງໃດ ເນື່ອງຈາກມັນຈະຄົງຢູ່ໃນຊັ້ນບັນຍາກາດເປັນເວລາດົນຫຼາຍຮ້ອຍປີ.


ທ່ານ ເທີບລອງ ກ່າວວ່າ ພາວະໂລກຮ້ອນຈະຍັງດຳເນີນຕໍ່ໄປ ແລະ ເຊື່ອວ່າຜົນກະທົບທີ່ຮຸນແຮງທີ່ສຸດຈາກການຖອດຕົວຈາກສົນທິສັນຍາປາຣີສວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຂອງສະຫະລັດອາເມຣິກາ ອາດຈະເຮັດໃຫ້ສະພາບອາກາດຂອງໂລກຮ້ອນຂຶ້ນອີກ 0.3 ອົງສາເຊ ສູງກວ່າລະດັບອຸນຫະພູມໃນຕອນກ່ອນຍຸກອຸດສາຫະກຳ.

No comments

Powered by Blogger.