ໄອຍະການສູງສຸດລັດແມຣີແລນ ແລະ ນະຄອນຫຼວງວໍຊິຕັນ ຟ້ອງ ປ.ທຣຳ ຂຶ້ນສານລະເມີດລັດຖະທຳມະນູນຮັບຜົນປະໂຫຍດທັບຊ້ອນ - ອິດສະຫຼະ

ໄອຍະການສູງສຸດລັດແມຣີແລນ ແລະ ນະຄອນຫຼວງວໍຊິຕັນ ຟ້ອງ ປ.ທຣຳ ຂຶ້ນສານລະເມີດລັດຖະທຳມະນູນຮັບຜົນປະໂຫຍດທັບຊ້ອນ



ເມື່ອວັນຈັນທີ່ຜ່ານມາ (12 ມິຖຸນາ 2017) ໄອຍະການສູງສຸດຂອງລັດແມຣີແລນ ແລະ ນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມຣິກາ ຍື່ນຟ້ອງທ່ານ ໂດໂນ ທຣຳ ປະທານປະເທດ ໂດຍກ່າວຫາວ່າລະເມີດບົດບັນຍັດ emoluments clauses ໃນລັດຖະທຳມະນູນ ເຊິ່ງເປັນບົດບັນຍັດທີ່ຫ້າມເຈົ້າໜ້າທີ່ຂອງລັດ ຮັບຄ່າຕອບແທນຈາກທຸລະກິດໃດໆ ໂດຍສະເພາະຈາກຕ່າງປະເທດ ແລະ ຍັງຫ້າມຜູ້ນຳຂອງສະຫະລັດອາເມຣິກາ ຮັບຄ່າຕອບແທນອື່ນໃດນອກເໜືອຈາກຄ່າຕອບແທນໃນຕຳແໜ່ງປະທານປະເທດເທົ່ານັ້ນ ເພື່ອປ້ອງກັນການໃຊ້ອຳນາດໜ້າທີ່ໃນການສໍ້ລາດບັງຫຼວງ.

ໂດຍໄອຍະການຂອງລັດແມຣີແລນ ແລະ ນະຄອນຫຼວງວໍຊິຕັນ ໄດ້ຍົກກໍລະນີຂອງໂຮງແຮມ Trump International Hotel ໃນນະຄອນຫຼວງວໍຊິງຕັນ ທີ່ຫາກໍ່ເປີດກິດຈະການເມື່ອທ້າຍປີທີ່ຜ່ານມາ ແລະ ເປັນໂຮງແຮມທີ່ຄະນະຜູ້ແທນຈາກຕ່າງປະເທດເຊັ່ນ: ຈາກອາຣັບບີ ຊາອູດິດ ນິຍົມເຂົ້າພັກ. ໂດຍເຮັດໃຫ້ເກີດຄຳຖາມວ່າ ຜູ້ແທນຈາກຕ່າງປະເທດທີ່ເຂົ້າພັກໃນໂຮງແຮມດັ່ງກ່າວ ໄດ້ພະຍາຍາມສ້າງຄວາມພໍໃຈໃຫ້ກັບ ປ.ທຣຳ ຫຼື ບໍ່ ເພື່ອໃຫ້ມີຜົນຕໍ່ການຕັດສິນໃຈດ້ານນະໂຍບາຍ ເຊິ່ງໄອຍະການສູງສຸດຂອງລັດແມຣີແລນໄດ້ກ່າວວ່າ ຊາວອາເມຣິກາບໍ່ເຄີຍຕ້ອງຕັ້ງຄຳຖາມມາກ່ອນວ່າ ການຕັດສິນໃຈຂອງປະທານປະເທດຄົນປັດຈຸບັນ ແມ່ນເພື່ອປະເທດຊາດ ຫຼື ເພື່ອຜົນປະໂຫຍດທາງທຸລະກິດຕົວເອງ.

ເຖິງຢ່າງໃດກໍ່ຕາມ ນັກກົດໝາຍຂອງ ປ.ທຣຳ ໄດ້ອອກມາກ່າວວ່າ ໂຮງແຮມ Trump International Hotel ເຊິ່ງເປັນທຸລະກິດຂອງ ປ.ທຣຳ ນັ້ນ ບໍ່ເຄີຍໄດ້ຮັບຂອງຂວັນຈາກຕ່າງປະເທດໃດໆ ແລະ ມີພຽງການຮັບຄ່າຕອບແທນຈາກການບໍລິການເທົ່ານັ້ນ.

ນອກຈາກນີ້ໃນຜ່ານມາ ຍັງບໍ່ເຄີຍມີການໃຊ້ບົດບັນຍັດດັ່ງກ່າວໃນລັດຖະທຳມະນູນມາກ່ອນ ແຕ່ນັກກົດໝາຍຫຼາຍຄົນກ່າວວ່າ ຄຳຮ້ອງຟ້ອງຮ່ວມຂອງໄອຍະການສູງສຸດລັດແມຣີແລນ ແລະ ນະຄອນຫຼວງວໍຊິຕັນນັ້ນ ມີນ້ຳໜັກທາງກົດໝາຍ ແລະ ອາດຕ້ອງເຖິງຂັ້ນຂຶ້ນສານສູງສຸດຂອງສະຫະລັດອາເມຣິກາ ເພື່ອພິຈາລະນາ ແລະ ຕັດສິນ.

No comments

Powered by Blogger.