ສານສູງສຸດຂອງສະຫະລັດອາເມຣິກາບັງຄັບໃຊ້ຄຳສັ່ງຫ້າມ 6 ປະເທດມຸດສະລິມເຂົ້າປະເທດ - ອິດສະຫຼະ

ສານສູງສຸດຂອງສະຫະລັດອາເມຣິກາບັງຄັບໃຊ້ຄຳສັ່ງຫ້າມ 6 ປະເທດມຸດສະລິມເຂົ້າປະເທດ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 26 ມິຖຸນາ 2017 ວ່າ: ຄະນະຜູ້ພິພາກສາສານສູງສຸດຂອງສະຫະລັດອາເມຣິກາມີມະຕິຫຼຸດຜ່ອນຂອບເຂດຄຳຕັດສິນຂອງສານຊັ້ນຕົ້ນ ແລະ ສານອຸທອນໃນລະດັບລັດ ທີ່ລະງັບມາດຕະການຈຳກັດການເຂົ້າເມືອງຂອງພົນລະເມືອງຈາກ 6 ປະເທດທີ່ສ່ວນໃຫຍ່ເປັນປະເທດມຸດສະລິມ ແລະ ທຳນຽມຂາວຕ້ອງການໃຫ້ມີຜົນບັງຄັບໃຊ້ເມື່ອວັນທີ 6 ມີນາ 2017 ທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ ຄຳພິພາກສາຂອງສານສູງສຸດອະນຸມັດມາດຕະການຂອງລັດຖະບານສະຫະລັດອາເມຣິກາພຽງບາງສ່ວນ ນັ້ນຄືການໃຫ້ຄຳສັ່ງມີຜົນສະເພາະບຸກຄົນທີ່ບໍ່ສາມາດສະແດງຫຼັກຖານທີ່ໜ້າເຊື່ອຖື ຫຼື ຊັດເຈນວ່າມີຄວາມສຳພັນ ຫຼື ມີການຮ່ວມມືກັບບຸກຄົນ ຫຼື ກ່ຽວຂ້ອງກັບຊັບສິນໃດກໍ່ຕາມທີ່ຢູ່ໃນສະຫະລັດອາເມຣິກາ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງສາມາດບັງຄັບໃຊ້ມາດຕະການດັ່ງກ່າວໄດ້ຈົນກວ່າຈະເຖິງກຳນົດເວລາໃນການສືບສວນຄັ້ງຕໍ່ໄປ ທີ່ຈະມີຂຶ້ນຢ່າງເຕັມຮູບແບບໃນເດືອນຕຸລາ 2017 ນີ້.

ເຊິ່ງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ຕ້ອງການລະງັບການເຂົ້າເມືອງຂອງພົນລະເມືອງຈາກ 6 ປະເທດໄດ້ແກ່: ຊີຣີ, ຊູດັງ, ອີຣານ,  ລີບີ, ໂຊມາລີ ແລະ ເຢເມນ ເປັນເວລາ 90 ວັນ ແລະ ການຫ້າມຜູ້ລີ້ໄພທຸກສັນຊາດເດີນທາງເຂົ້າສູ່ສະຫະລັດເປັນເວລາ 120 ວັນ ໂດຍໃນໄລຍະເວລາດັ່ງກ່າວລັດຖະບານຈະປະຕິຮູບຂະບວນການຄວບຄຸມຊາຍແດນໃຫ້ມີປະສິດທິພາບຫຼາຍຍິ່ງຂຶ້ນ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການເກີດການກໍ່ການຮ້າຍພາຍໃນປະເທດ ເຊິ່ງມາດຕະການສະບັນນີ້ເປັນການແກ້ໄຂເນື້ອໃນບາງສ່ວນຈາກຄຳສັ່ງສະບັບທຳອິດທີ່ ປ.ທຣຳ ຕ້ອງການໃຫ້ມີຜົນບັງຄັບໃຊ້ເມື່ອວັນທີ 27 ມັງກອນ 2017 ຄືການສັ່ງຫ້າມຜູ້ລີ້ໄພຊາວຊີຣີເຂົ້າປະເທດແບບບໍ່ມີກຳນົດ ແລະ ລາຍຊື່ປະເທດທີ່ຢູ່ໃນລາຍຊື່ຫ້າມເຂົ້າປະເທດເປັນເວລາ 90 ວັນ ກໍ່ມີອິຣັກພ້ອມ ແຕ່ຖືກຕັດອອກໃນສະບັບປັດຈຸບັນ.

ໃນດ້ານຂອງກະຊວງການຕ່າງປະເທດສະຫະລັດອາເມຣິກາອອກຖະແຫຼງການຕອບຮັບຄຳພິພາກສາຂອງສານສູງວ່າ ຈະເລີ່ມດຳເນີນການຕາມກອບທີ່ໄດ້ຮັບອະນຸຍາດຢ່າງເໝາະສົມ ພາຍໃນເວລາ 72 ຊົ່ວໂມງ.

No comments

Powered by Blogger.