(ວິດີໂອ) ລັດເຊຍທົດລອງຂີປະນາວຸດ Iskander-M ໜຶ່ງໃນຂີປະນາວຸດທີ່ມີປະສິດທິພາບ ແລະ ແມ້ນຢຳສູງ - ອິດສະຫຼະ

(ວິດີໂອ) ລັດເຊຍທົດລອງຂີປະນາວຸດ Iskander-M ໜຶ່ງໃນຂີປະນາວຸດທີ່ມີປະສິດທິພາບ ແລະ ແມ້ນຢຳສູງ



ວິດີໂອການທົດລອງດັ່ງກ່າວເຜີຍແຜ່ໂດຍ ກະຊວງປ້ອງກັນປະເທດລັດເຊຍ ທີ່ໄດ້ມີການທົດລອງໃນວັນທີ 15 ເມສາ 2016 ເຊິ່ງສາມາດໂຈມຕີເປົ້າໝາຍຈຳລອງທີ່ຈຳນົດໄວ້ຢູ່ຫ່າງຈາກຈຸດຍິງ 200 ກິໂລແມັດໄດ້ຢ່າງແມ້ນຢຳ ຈົນເປັນຂຸມ ແລະ ກຸ່ມຄວັນຂະໜາດໃຫຍ່.


Iskander-M ເປັນຂີປະນາວຸດທີ່ມີໄລຍະການຍິງໄດ້ໄກເຖິງ 500 ກິໂລແມັດ, ມີນໍ້າໜັກ 3,800 ກິໂລກຣາມ, ຕິດຕັ້ງຫົວຮົບນິວເຄຼຍໜັກ 480-700 ກິໂລກຣາມ, ມີຄວາມໄວສູງສຸດເຖິງ 6.2 ມັດ ຫຼື ປະມານ 7,655 ກິໂລແມັດ/ຊົ່ວໂມງ ແລະ ເລີ່ມເຂົ້າປະຈຳການໃນກອງທັບລັດເຊຍປີ 2006 ຈົນເຖິງປັດຈຸບັນ.


No comments

Powered by Blogger.