7 ສັນຍານ ທີ່ບົ່ງບອກວ່າເຮົາກຳລັງເປັນຝ່າຍຮັກເຂົາເຈົ້າຂ້າງດຽວ - ອິດສະຫຼະ

7 ສັນຍານ ທີ່ບົ່ງບອກວ່າເຮົາກຳລັງເປັນຝ່າຍຮັກເຂົາເຈົ້າຂ້າງດຽວ



ລອງອ່ານເບິ່ງນຳກັນເລີຍວ່າ ຄົນທີ່ເຮົາກຳລັງຄົບຫາຢູ່ນັ້ນເປັນແບບນີ້ຫຼືບໍ່ ຖ້າແມ່ນກໍ່ໃຫ້ກຽມໂບກມືລາກັນໄວ້ໄດ້ເລີຍ:

1. ເຮົາເປັນຝ່າຍທີ່ຕ້ອງຂໍໂທດເຂົາເຈົ້າຢູ່ຕະຫຼອດ ເຖິງແມ່ນວ່າເຂົາເຈົ້າຈະຜິດກໍ່ຕາມ.

2. ເຮົາເປັນທີ່ເພິ່ງພາໃຫ້ເຂົາເຈົ້າຕະຫຼອດ ແຕ່ເຂົາເຈົ້າບໍ່ເຄີຍເປັນທີ່ເພິ່ງພາໃຫ້ກັບເຮົາເລີຍ

3. ເຂົາເຈົ້າຢາກຈະເຮັດສິ່ງອື່ນຫຼາຍກວ່າ ທີ່ຢາກໃຊ້ເວລາຢູ່ຮ່ວມກັບເຮົາ

4. ພຽງແຕ່ຢາກຂໍໃຫ້ມີເວລາໄດ້ມາໂອ້ລົມກັບເຮົາແດ່ກໍ່ຍັງເປັນເລື່ອງຍາກແລ້ວ

5. ພຽງແຕ່ຊວນໄປທ່ຽວ ຫຼື ໄປໃສກໍ່ແລ້ວແຕ່ ເຂົາເຈົ້າຂໍຄິດເບິ່ງກ່ອນຢູ່ຕະຫຼອດ

6. ໄປໃສ່ກໍ່ບໍ່ມັກໄປນຳ ເວລາມີຄົນຖາມ ຫຼື ໝູ່ເຮົາຖາມ ເຮັດຕ້ອງໄດ້ຫາຂໍ້ແກ້ຕົວໃຫ້ຕະຫຼອດວ່າຄາວຽກ ຫຼື ອື່ນໆ

7. ເຮົາຢາກໃຫ້ເຂົາເຈົ້າມີສ່ວນຮ່ວມໃນຊີວິດຂອງເຮົາຫຼາຍຂຶ້ນ ແຕ່ເຂົາເຈົ້າຜັດບໍ່ເຮັດຫຍັງເລີຍ ແລະ ບໍ່ຄ່ອຍໃສ່ໃຈ.

No comments

Powered by Blogger.