ສຶກສາພຶດຕິກຳຄາຕະກອນ "ຂ້າປາດສົບ" ດ້ວຍທິດສະດີອາຊະຍາວິທະຍາ ຕອນທີ່ປາດພວກເຂົາຄິດຫຍັງໃນໃຈ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgrhV7orWjetp6jpAzQjI9LQy4TO7a0hDF9KBQe1ftAxwetPBBHMAVwIri-NNvWbhjh-IYP43a3UOKGknj8qeo0auquDm1C2rjLQdGuEI4i3u0eFJxwhe09qgiMS21fDy20qv_Szxm4sk0/s1600/225.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhZYnuJrJOalH48XdXT1vfycb53kw1966Yeq9PZ6k3yvvzlomztLfK-2RJUEmfFRPyGfM0rL9YhjTLo3LzRFGBLRw_iogWgZB41NiTlF9xUlhjOEMvzof1aWjKbNM0YVMHjdDE-NlcVvJg/s1600/209.jpg)
ະດີຄາຕະກຳແບບ "ຂ້າປາດສົບ" ຖືວ່າເປັນອີກຮູບແບບໜຶ່ງທີ່ໃຊ້ໃນການອຳພາງ, ຊຸກເຊື່ອງ ແລະ ທຳລາຍສົບດ້ວຍຄວາມແຄ້ນ ນັກອາຊະຍາວິທະຍາໄດ້ໃຫ້ຄຳອະທິບາຍພຶດຕິກຳຂອງກໍລະນີການອຳພາງສົບດ້ວຍການປາດອອກເປັນຕ່ອນໆໄວ້ວ່າ ສາເຫດຫຼັກໆຄືມາຈາກຄວາມແຄ້ນ ແລະ ຄວາມເຈັບປວດທີ່ຢູ່ໃນໃຈຂອງຄາຕະກອນຈຶ່ງໄດ້ເລືອກວິທີນີ້ ດັ່ງນັ້ນ, ຈຶ່ງຈະພາທຸກທ່ານໄປຮູ້ນຳກັນວ່າ ຂະນະທີ່ພວກເຂົາກຳລັງປາດສົບຢູ່ນັ້ນຈິດໃຈຂອງເຂົາເຈົ້າຢູ່ໃນສະພາວະແບບໃດ.
ການປາດສົບຂອງມະນຸດນັ້ນມັນບໍ່ແມ່ນເລື່ອງງ່າຍແນ່ນອນ, ໂດຍນັກອາຊະຍາວິທະຍາໄດ້ຈຳແນກຜູ້ກະທຳນັ້ນອອກເປັນ 3 ກຸ່ມ ໃນກຸ່ມທຳອິດຈັດຢູ່ໃນປະເພດທີ່ເຮັດວຽກກ່ຽວກັບການໃຊ້ມີດປາດຢູ່ເປັນປະຈຳເຊັ່ນ: ແພດໝໍ ຫຼື ຜູ້ເຮັດວຽກໃນໂຮງງານຂ້າສັດ ຈຶ່ງຈະສາມາດເຮັດໄດ້ໂດຍບໍ່ຮູ້ສຶກຫຍັງເລີຍ.
ປະເພດທີສອງຄືກຸ່ມຜູ້ທີ່ເຄີຍໄດ້ຮັບການກະທົບການແທກທາງຈິດໃຈຈາກການເຫັນພາບຄາຕະກຳຕໍ່ໜ້າ ຫຼື ເຄີຍຖືກທຳຮ້າຍຢູ່ເລື້ອຍໆ ຈົນມື້ໜຶ່ງຄວາມຮູ້ສຶກທີ່ເກັບກົດໄວ້ລະເບີດອອກມາ.
ປະເພດສຸດທ້າຍກໍ່ຄືຜູ້ທີ່ເກີດອາກາດທາງຈິດແບບກະທັນຫັນຈົນເຮັດໃຫ້ຂາດສະຕິ ເຊິ່ງສອງປະເພດຫຼັງນີ້ຈະມີຈຸດຮ່ວມຄືຈະປາດສົບ, ທຳລາຍສົບ ເພື່ອລະບາຍຄວາມແຄ້ນບວກກັບຕ້ອງການອຳພາງສົບ.
ສຳລັບເຫດການລັກສະນະແບບນີ້ຄາຕະກອນທີ່ໃຊ້ວິທີ "ປາດສົບ" ສ່ວນໃຫຍ່ແລ້ວມັກຈະເປັນຜູ້ຊາຍ ເພາະການທຳລາຍສົບດ້ວຍວິທີນີ້ ນອກຈາກຈະຕ້ອງໃຊ້ຄວາມກ້າ ແລະ ຄວາມແຂງແຮງຂອງຮ່າງກາຍແລ້ວ ຈິດໃຈຂອງຜູ້ກະທຳຈະຕ້ອງໜັກແໜ້ນທີ່ສຸດ ເພາະວິທີນີ້ຖືວ່າເປັນອາຊະຍາກຳທີ່ໂຫດຮ້າຍທາລຸນກວ່າການນຳສົບໄປອຳພາງດ້ວຍວິທີອື່ນ ຈຶ່ງບໍ່ແປກທີ່ເກີດຂຶ້ນໃນແຕ່ລະຄັ້ງມັກຈະກາຍເປັນຂ່າວໃຫຍ່ໃນສັງຄົມ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ