ໄທ ອອກດຳລັດແຮງງານຕ່າງດ້າວສະບັບໃໝ່ ບໍ່ມີໃບອະນຸຍາດ ແລະ ເຮັດວຽກຕ້ອງຫ້າມປັບສູງສຸດເຖິງ 800,000 ບາດ - ອິດສະຫຼະ

ໄທ ອອກດຳລັດແຮງງານຕ່າງດ້າວສະບັບໃໝ່ ບໍ່ມີໃບອະນຸຍາດ ແລະ ເຮັດວຽກຕ້ອງຫ້າມປັບສູງສຸດເຖິງ 800,000 ບາດ



ສຳນັກຂ່າວໃນໄທລາຍງານວ່າເມື່ອວັນທີ 27 ມິຖຸນາ 2017 ທີ່ຜ່ານມາໂຄສົກກະຊວງແຮງງານຂອງໄທຖະແຫຼງ ແລະ ຊີແຈງການປະກາດໃຊ້ດຳລັດ (ພາສາໄທ: พ.ร.ก.) ການບໍລິຫານຈັດການການເຂົ້າມາເຮັດວຽກຂອງຄົນຕ່າງດ້າວ ປີ 2017 ທີ່ໄດ້ເພີ່ມໂທດປັບໃໝນາຍຈ້າງຜູ້ໃຊ້ແຮງງານຜິດກົດໝາຍໄວ້ເຕັມອັດຕາສູງສຸດເຖິງ 800,000 ບາດ.

ໂຄສົກກະຊວງການແຮງງານໄທກ່າວວ່າ ຜ່ານມາກົດໝາຍມີອັດຕາໂທດໜ້ອຍຄົນຈຶ່ງບໍ່ປະຕິບັດ ກະຊວງແຮງງານເປີດໃຫ້ຈົດທະບຽນແຮງງານຕ່າງດ້າວຫຼາຍຄັ້ງ ຜູ້ປະກອບການສ່ວນໜຶ່ງກໍ່ຍັງບໍ່ໃສ່ໃຈປະຕິບັດຕາມກົດໝາຍ ມາຮອດປັດຈຸບັນນີ້ຂໍ້ກຳນົດກົດໝາຍມີໂທດທີ່ຮຸນແຮງຂຶ້ນຕໍ່ກັບແຮງງານຕ່າງດ້າວ, ນາຍຈ້າງຄົນໃດຮັບຄົນຕ່າງດ້າວມາເຮັດວຽກທີ່ຫ້າມຄົນຕ່າງດ້າວເຮັດ, ຮັບຄົນຕ່າງດ້າວທີ່ບໍ່ມີໃບອະນຸຍາດເຮັດວຽກ, ຮັບຄົນຕ່າງດ້າວທີ່ບໍ່ມີໃບອະນຸຍາດໃຫ້ເຮັດວຽກກັບຕົນເຂົ້າເຮັດວຽກ ມີໂທດປັບໃໝຕັ້ງແຕ່ 400,000 - 800,000 ບາດ ຕໍ່ຄົນຕ່າງດ້າວທີ່ຈ້າງ 1 ຄົນ; ນາຍຈ້າງໃຫ້ຄົນຕ່າງດ້າວເຮັດວຽກບໍ່ຖືກຕາມທີ່ກຳນົດໄວ້ໃນໃບອະນຸຍາດ ມີໂທດປັບບໍ່ເກີນ 400,000 ບາດຕໍ່ຄົນຕ່າງດ້າວ 1 ຄົນ.


No comments

Powered by Blogger.