ຈີນສົ່ງອາວຸດປືນຫຼາຍພັນກະບອກ ຊ່ວຍເຫຼືອກອງທັບຟິລິບປິນປາບປາມກຸ່ມຫົວຮຸນແຮງທີ່ຢຶດເມືອງມາຣາວີ - ອິດສະຫຼະ

ຈີນສົ່ງອາວຸດປືນຫຼາຍພັນກະບອກ ຊ່ວຍເຫຼືອກອງທັບຟິລິບປິນປາບປາມກຸ່ມຫົວຮຸນແຮງທີ່ຢຶດເມືອງມາຣາວີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ທີ່ຜ່ານມາ ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນກ່າວລະຫວ່າງພິທີມອບ-ຮັບອາວຸດປືນຈາກຈີນຈຳນວນຫຼາຍພັນກະບອກ ແລະ ລູກປືນອີກຈຳນວນຫຼາຍ ລວມມູນຄ່າປະມານ 7.35 ລ້ານໂດລາສະຫະລັດ ເມື່ອວັນພຸດທີ່ຜ່ານມາວ່າ ເປັນການເປີດສັກກະຫຼາດໃໝ່ອັນຮຸ່ງເຮືອງຕໍ່ຄວາມສຳພັນລະຫວ່າງສອງປະເທດ ແລະ ກ່າວວ່າເປັນເລື່ອງທີ່ດີຫຼາຍທີ່ມີມິດທີ່ດີຍິ່ງແບບຈີນ ເຊິ່ງມີຄວາມເຂົ້າໃຈເປັນຢ່າງດີຕໍ່ສະຖານະການໃນຟິລິບປິນ.


ໃນດ້ານຂອງທ່ານ ຈ້າວ ຈ້ຽນຫົວ ເອກອັກຄະລັດຖະທູດຈີນປະຈຳນະຄອນຫຼວງມະນິລາກ່າວວ່າ ອາວຸດຊຸດດັ່ງກ່າວເປັນພຽງຊຸດທຳອິດເທົ່ານັ້ນ ແລະ ຊຸດທີ່ສອງຈະເດີນທາງມາເຖິງຟິລິບປິນພາຍໃນໄລຍະເວລາອັນໃກ້ນີ້ ເພື່ອສະໜັບສະໜູນກອງທັບຟິລິບປິນໃນພາລະກິດຂັບໄລ່ກຸ່ມກະບົດເມົາເຕ ທີ່ເປັນພັນທະມິດຂອງກຸ່ມ IS ອອກຈາກເມືອງມາຣາວີ ຢູ່ເກາະມິນດາເນົາ, ເຊິ່ງສະຖານະການຄວາມຮຸນແຮງຢູ່ເມືອງມາຣາວີເລີ່ມຂຶ້ນຕັ້ງແຕ່ວັນທີ 23/05/2017 ທີ່ຜ່ານມາ ຈົນມາຮອດປັດຈຸບັນມີຜູ້ເສຍຊີວິດແລ້ວຫຼາຍກວ່າ 400 ຄົນ, ປະມານ 300 ຄົນເປັນກຸ່ມຄົນຮ້າຍ, ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຢ່າງໜ້ອຍ 71 ຄົນ ສ່ວນທີ່ເຫຼືອແມ່ນປະຊາຊົນ.

No comments

Powered by Blogger.