ເກົາຫຼີເໜືອປະກາດຕ້ອງການຊີວິດ ອະດີດຜູ້ນຳເກົາຫຼີໃຕ້ ທ່ານນາງ ປາກ ກຶນ-ເຮ ແລະ ອະດີດຫົວໜ້າໜ່ວຍຂ່າວກອງຂອງເກົາຫຼີໃຕ້ - ອິດສະຫຼະ

ເກົາຫຼີເໜືອປະກາດຕ້ອງການຊີວິດ ອະດີດຜູ້ນຳເກົາຫຼີໃຕ້ ທ່ານນາງ ປາກ ກຶນ-ເຮ ແລະ ອະດີດຫົວໜ້າໜ່ວຍຂ່າວກອງຂອງເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ມິຖຸນາ 2017 ທີ່ຜ່ານມາວ່າ ສຳນັກຂ່າວກາງເກົາຫຼີເໜືອລາຍງານວ່າ ຖະແຫຼງການຂອງກະຊວງຄວາມໝັ້ນຄົງ ແລະ ສຳນັກງານໄອຍະການຂອງເກົາຫຼີເໜືອລະບຸວ່າ ເກົາຫຼີເໜືອຂໍປະກາດໃຫ້ຮູ້ທົ່ວເຖິງກັນທັງໃນປະເທດ ແລະ ຕ່າງປະເທດວ່າຈະໃສ່ໂທດປະຫານຊີວິດກັບຜູ້ທໍລະຍົດທ່ານນາງ ປາກ ກຶນ-ເຮ ອະດີດປະທານປະເທດເກົາຫຼີໃຕ້ ດ້ວນຂໍ້ກ່າວຫາວ່າພະຍາຍາມຊຸກດັນຕາມແຜນການທີ່ສະເໜີໂດຍສຳນັກງານຂ່າວກອງແຫ່ງຊາດເກົາຫຼີໃຕ້ພາຍໃຕ້ການນຳຂອງທ່ານ ລີ ບຽງ ໂຮ ອະດີດຜູ້ອຳນວຍການສຳນັກງານຂ່າວກອງແຫ່ງຊາດຂອງເກົາຫຼີໃຕ້ໃຫ້ລອບສັງຫານຜູ້ນຳສູງສຸດຂອງເກົາຫຼີເໜືອນັ້ນກໍ່ຄືທ່ານ ຄິມ ຈອງ ອຶນ ດັ່ງນັ້ນ, ບຸກຄົນທັງສອງຈະຕ້ອງຖືກສັງຫານຈະດ້ວຍວິທີການໃດໆກໍ່ຕາມຕັ້ງແຕ່ນີ້ເປັນຕົ້ນໄປ.

ລາຍງານຂ່າວລະບຸວ່າ ອະດີດປະທານປະເທດເກົາຫຼີໃຕ້ ທ່ານນາງ ປາກ ກຶນ-ເຮ ພະຍາຍາມຊຸກດັນແຜນປະຕິບັດການລັບເພື່ອຫາທາງປ່ຽນຕົວຜູ້ນຳເກົາຫຼີເໜືອໃນໄລຍະທ້າຍປີ 2015 ເຊິ່ງມີສຳນັກງານຂ່າວກອງແຫ່ງຊາດຂອງເກົາຫຼີໃຕ້ເປັນແກນນຳຮັບແຜນປະຕິບັດການ ລວມທັງການລອບສັງຫານ ແຕ່ແຜນການດັ່ງກ່າວຖືກຍົກເລີກໄປພ້ອມກັບທ່ານນາງ ປາກ ໄດ້ອອກຈາກຕຳແໜ່ງ ເມື່ອສະມາຊິກສະພາຂອງເກົາຫຼີໃຕ້ລົງມະຕິຖອດຖອນທ່ານນາງ ປາກ ອອກຈາກຕຳແໜ່ງຕາມຄວາມຜິດໃນຂໍ້ຫາຮ້າຍແຮງເລື່ອງຂອງການສໍ້ລາດບັງຫຼວງເມື່ອເດືອນທັນວາ ປີທີ່ຜ່ານມາ.

ລັດຖະບານເກົາຫຼີເໜືອຕ້ອງການໃຫ້ລັດຖະບານເກົາຫຼີໃຕ້ສົ່ງມອບຕົວທ່ານນາງ ປາກ ກຶນ-ເຮ ແລະ ທ່ານ ລີ ບຽງ ໂຮ ພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງລະຫວ່າງປະເທດ ເພາະການກະທຳຂອງບຸກຄົນທັງສອງຖືວ່າເປັນການກໍ່ການຮ້າຍໂດຍລັດສະໜັບສະໜູນ ແຕ່ເຖິງຢ່າງໃດກໍ່ຕາມເຈົ້າໜ້າທີ່ຈາກສຳນັກງານຂ່າວກອງແຫ່ງຊາດເກົາຫຼີໃຕ້ປະຕິບັດວ່າ ຂໍ້ກ່າວຫາດັ່ງກ່າວຂອງເກົາຫຼີເໜືອບໍ່ແມ່ນຄວາມຈິງ.


No comments

Powered by Blogger.