ລັດເຊຍ-ຫວຽດນາມເພີ່ມການຮ່ວມມືດ້ານການລົງທຶນ ແລະ ພະລັງງານ ມູນຄ່າຫຼາຍຕື້ໂດລາສະຫະລັດ - ອິດສະຫຼະ

ລັດເຊຍ-ຫວຽດນາມເພີ່ມການຮ່ວມມືດ້ານການລົງທຶນ ແລະ ພະລັງງານ ມູນຄ່າຫຼາຍຕື້ໂດລາສະຫະລັດ



ສຳນັກຂ່າວຕ່າງປະເທດລາຍງານ 30 ມິຖຸນາ 2017 ວ່າ: ທ່ານ ວະລາດີເມຍ ປູຕິນ ປະທານປະເທດລັດເຊຍ ພົບປະຫາລືກັບທ່ານ ເຈິ່ນ ດ້າຍ ກວາງ ປະທານປະເທດຫວຽດນາມທີ່ທຳນຽມເຄຼມລິນ ເມື່ອວັນທີ 29/06/2017 ທີ່ຜ່ານມາ ເນື່ອງໃນໂອກາດທີ່ຜູ້ນຳຫວຽດນາມເດີນທາງຢ້ຽມຢາມນະຄອນຫຼວງມົດສະກູຢ່າງເປັນທາງການ ໂດຍຜູ້ນຳທັງສອງປະເທດຮ່ວມກັນເປັນສັກຂີພິຍານໃນພິທີລົງນາມບັນທຶກຄວາມເຂົ້າໃຈ (MOU) ດ້ານການຄ້າ ແລະ ການລົງທຶນຫຼາຍກວ່າ 20 ສະບັບ ເຊິ່ງມີມູນຄ່າລວມປະມານ 10,000 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຮ່ວມມືທາງການຄ້າໃນລະດັບທະວິພາຄີ ທີ່ລວມເຖິງການອຳນວຍຄວາມສະດວກໃຫ້ສິນຄ້າຈາກຫວຽດນາມມີໂອກາດວາງຈຳໜ່າຍໃນຕະຫຼາດລັດເຊຍຫຼາຍຂຶ້ນ.

ນອກຈາກນີ້ທ່ານ ປູຕິນ ຍັງກ່າວເຖິງການຂະຫຍາຍຂອບເຂດການຮ່ວມມືໃນໂຄງການສຳຫຼວດ-ຜະລິດນໍ້າມັນ ແລະ ແກັດທຳມະຊາດບໍລິເວນໄຫຼ່ທະວີບຂອງຫວຽດນາມ ທີ່ຜູ້ນຳລັດເຊຍຢືນຢັນວ່າການດຳເນີນການຈະເປັນໄປຕາມກອບຂອງອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ສະບັບປີ 1982 ຢ່າງແນ່ນອນ, ໂດຍບໍລິສັດທີ່ຈະມີບົດບາດສຳຄັນຕໍ່ໂຄງການຮ່ວມມືດັ່ງກ່າວຄືບໍລິສັດຂະໜາດໃຫຍ່ 3 ແຫ່ງຈາກລັດເຊຍທີ່ນຳໂດຍ Gazprom ເຊິ່ງເປັນລັດວິສາຫະກິດຜູ້ຜະລິດແກັດທຳມະຊາດລາຍໃຫຍ່ທີ່ສຸດຂອງໂລກ ຮ່ວມກັບບໍລິສັດປີໂຕຼຫວຽດນາມ ເຊິ່ງເປັນລັດວິສາຫະກິດດ້ານພະລັງງານຂອງຫວຽດນາມ.


ເຊິ່ງຄວາມສຳພັນລະຫວ່າງລັດເຊຍ-ຫວຽດນາມມີການພັດທະນາດີຂຶ້ນເລື້ອຍໆ ໂດຍລັດຖະບານຫວຽດນາມຖືເປັນໜຶ່ງໃນປະເທດຄູ່ຄ້າດ້ານອາວຸດລາຍໃຫຍ່ທີ່ສຸດຂອງລັດເຊຍ ແລະ ມີການບັນລຸຂໍ້ຕົກລົງການຄ້າເສລີ (FTA) ຮ່ວມກັບສະຫະພາບເສດຖະກິດຢູເຣເຊຍ (EAE) ທີ່ສະມາຊິກປະກອບດ້ວຍລັດເຊຍ, ເບລາຣຸດຊີ, ກາຊັກສະຖານ, ກຽກກິດສະຖານ ແລະ ອາກເມນີ ເມື່ອເດືອນພຶດສະພາ 2015.


No comments

Powered by Blogger.