ປະທານ ສີ ກວດສອບສວນສະໜາມກອງທັບຈີນໃນຮອງກົງ ທ່າມກາງການຮັກສາຄວາມປອດໄພແໜ້ນໜາສູງສຸດ - ອິດສະຫຼະ

ປະທານ ສີ ກວດສອບສວນສະໜາມກອງທັບຈີນໃນຮອງກົງ ທ່າມກາງການຮັກສາຄວາມປອດໄພແໜ້ນໜາສູງສຸດ



ສຳນັກຂ່າວຕ່າງປະເທດລາຍງານຈາກເຂດບໍລິຫານພິເສດຮອງກົງໃນມື້ນີ້ 30 ມິຖຸນາ 2017 ວ່າ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເປັນປະທານໃນພິທີສວນສະໜາມຂອງກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງປະຈຳການຢູ່ໃນຮອງກົງຫຼາຍກວ່າ 3,000 ຄົນໃນປັດຈຸບັນ ຖືເປັນການເດີນສວນສະໜາມຂອງກອງທັບປົດປ່ອຍປະຊາຊົນຈີນໃນຮອງກົງຄັ້ງຍິ່ງໃຫຍ່ທີ່ສຸດ ນັບຕັ້ງແຕ່ລັດຖະບານຈີນມອບ-ຮັບເກາະແຫ່ງນີ້ຄືນຈາກອັງກິດ ພາຍຫຼັງຄົບສັນຍາເຊົ່າ 99 ປີ ເມື່ອປີ 1997 ໂດຍກອງທັບປົດປ່ອຍປະຊາຊົນຈີນໄດ້ມີການເຮັດປ້າຍຂຶ້ນຂໍ້ຄວາມຂະໜາດໃຫຍ່ທີ່ຂຽນວ່າ "ປະຕິບັດຢ່າງເຄັ່ງຄັດຕາມນະໂຍບາຍອັນທີ່ດີເລີດ 1 ປະເທດ 2 ລະບົບ" ເຊິ່ງເປັນຫຼັກການບໍລິຫານທີ່ຈີນແຜ່ນດິນໃຫຍ່ທີ່ໃຊ້ກັບຮອງກົງໃນຖານະເຂດປົກຄອງພິເສດ.


ເຊິ່ງທ່ານ ສີ ເດີນທາງເຖິງຮອງກົງເມື່ອວັນພະຫັດທີ່ຜ່ານມາ (29/06/2017) ຖືເປັນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງປະທານປະເທດ ແລະ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນ ເມື່ອປີ 2013 ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະ ລະນຶກເນື່ອງໃນໂອກາດຄົບຮອບ 20 ປີຂອງວາລະສຳຄັນດັ່ງກ່າວທີ່ເກີດຂຶ້ນເມື່ອວັນທີ 1 ກໍລະກົດ 1997, ເຖິງຢ່າງໃດກໍ່ຕາມການຢ້ຽມຢາມ ແລະ ປະຕິບັດໜ້າທີ່ຄັ້ງນີ້ໃນຮອງກົງຂອງຜູ້ນຳຈີນ ແລະ ຄະນະເກີດຂຶ້ນທ່າມກາງມາດຕະການຮັກສາຄວາມປອດໄພທີ່ແໜ້ນໜາຂັ້ນສູງສຸດ ເນື່ອງຈາກມີການຊຸມນຸມປະທ້ວງຕໍ່ຕ້ານຈີນແຜ່ນດິນໃຫຍ່ຕະຫຼອດອາທິດນີ້ ໂດຍແກນນຳຂອງການເຄື່ອນໄຫວຄືພັກການເມືອງ Demosisto ທີ່ມີທ່ານ ໂຈຊົວ ຫວ່ອງ ເປັນແກນນຳຄົນສຳຄັນ ແລະ ຖືກຈັບກຸມເມື່ອວັນພຸດທີ່ຜ່ານມາ (28/06/2017) ກ່ອນທີ່ເຈົ້າໜ້າທີ່ຈະປ່ອຍຕົວທ່ານ ຫວ່ອງ ເມື່ອຕອນເຊົ້າຂອງມື້ນີ້ (30/06/2017) ພ້ອມກຸ່ມຜູ້ປະທ້ວງອີກປະມານ 25 ຄົນ.


ຂະນະດຽວກັນໂຄສົກກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາ ກ່າວຮຽກຮ້ອງໃຫ້ລັດຖະບານຈີນເຄົາລົບຫຼັກເສລີພາບທັງໃນທາງການເມືອງ, ເສດຖະກິດ-ສັງຄົມ ແລະ ການມອບສິດພົນລະເມືອງຂັ້ນພື້ນຖານໃຫ້ແກ່ຊາວຮອງກົງຢ່າງເທົ່າທຽມກັນ ພ້ອມທັງຢືນຢັນວ່າລັດຖະບານສະຫະລັດອາເມຣິກາສະໜັບສະໜູນໃຫ້ລະບົບປະຊາທິປະໄຕໃນຮອງກົງເກີດພັດທະນາການຂຶ້ນ, ອີກຢ່າງໜຶ່ງການຊຸມນຸມທາງການເມືອງຄັ້ງຍິ່ງໃຫຍ່ທີ່ສຸດໃນຮອງກົງນັບຕັ້ງແຕ່ໄດ້ຮັບສະຖານະເປັນເຂດປົກຄອງພິເສດຂອງຈີນເກີດຂຶ້ນເມື່ອປີ 2014 ໂດຍກຸ່ມຜູ້ຊຸມນຸມຮຽກຮ້ອງໃຫ້ລັດຖະບານຈີນມອບສິດໃນການຈັດຕັ້ງການເລືອກຕັ້ງຕາມບັນທັດຖານສາກົນ.


No comments

Powered by Blogger.