ເກົາຫຼີເໜືອ ຖະແຫຼງຕໍ່ສະຫະປະຊາຊາດວ່າ ຈະເກີດຫຍັງຂຶ້ນກໍ່ຈະເດີນໜ້າພັດທະນາອາວຸດ ແລະ ນິວເຄຼຍຕໍ່ໄປ - ອິດສະຫຼະ

ເກົາຫຼີເໜືອ ຖະແຫຼງຕໍ່ສະຫະປະຊາຊາດວ່າ ຈະເກີດຫຍັງຂຶ້ນກໍ່ຈະເດີນໜ້າພັດທະນາອາວຸດ ແລະ ນິວເຄຼຍຕໍ່ໄປ



ສຳນັກຂ່າວຕ່າງປະເທດລາຍງານ 30 ມິຖຸນາ 2017 ວ່າ: ທ່ານ ຄິມ ອິນ-ຣະຢອງ ເອກອັກຄະລັດຖະທູດເກົາຫຼີເໜືອປະຈຳສະຫະປະຊາຊາດກ່າວຖະແຫຼງຕໍ່ທີ່ປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ເມື່ອວັນທີ 28/06/2017 ທີ່ຜ່ານມາວ່າ ສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ ໄດ້ຊ້ອມຮົບຄັ້ງຍິ່ງໃຫຍ່ເພື່ອສະແດງຄວາມພ້ອມທາງສົງຄາມຮ່ວມກັນ ໃນລະຫວ່າງເດືອນເມສາ-ພຶດສະພາ ທີ່ຜ່ານມາ ຖືເປັນການນຳເກົາຫຼີເໜືອ ແລະ ສະຫະລັດອາເມຣິກາໃຫ້ເຂົ້າໃກ້ສົງຄາມຫຼາຍທີ່ສຸດ ນັບຕັ້ງແຕ່ເກີດຄວາມຂັດແຍ່ງຂຶ້ນເມື່ອ 50 ກວ່າປີທີ່ຜ່ານມາ.


ທ່ານ ຄິມກ່າວຕໍ່ວ່າ ເຖິງແມ່ນວ່າທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາຈະຍັງຄົງດຳເນີນນະໂຍບາຍຮຸກຮານຕໍ່ລັດຖະບານເກົາຫຼີເໜືອ ບໍ່ຕ່າງຈາກລັດຖະບານທຸກຊຸດທີ່ຜ່ານມາ ແຕ່ແນວຄິດພື້ນຖານນັ້ນຫຼ້າສະໄໝຫຼາຍ ເພາະໃນຂະນະທີ່ສະຫະລັດອາເມຣິກາສາມາດເດີນໜ້າພັດທະນາໂຄງການນິວເຄຼຍຂອງຕົນເອງໄດ້ ແຕ່ປະເທດອື່ນບໍ່ສາມາດປະຕິບັດແບບດຽວກັນໄດ້ ແລະ ທຸກຄັ້ງທີ່ສະຫະລັດອາເມຣິກາກ່າວເຖິງການເຈລະຈາກັບລັດຖະບານເກົາຫຼີເໜືອນັ້ນ ໝາຍເຖິງການເພີ່ມມາດຕະການຂວໍ້າບາດ ຖືເປັນນະໂຍບາຍທີ່ສອງມາດຕະຖານຢ່າງຊັດເຈນ.

ເຖິງຢ່າງໃດກໍ່ຕາມເກົາຫຼີເໜືອ ຈະເດີນໜ້າພັດທະນາຂີດຄວາມສາມາດດ້ານນິວເຄຼຍ ແລະ ຂີປະນາວຸດຂອງຕົວເອງຕໍ່ໄປ ແລະ ບໍ່ຢຸດນິ້ງ ບໍ່ວ່າສະຫະລັດອາເມຣິກາຈະເພີ່ມແຮງກົດດັນທາງທະຫານ ຫຼື ໃຊ້ມາດຕະການຂວໍ້າບາດທີ່ຮຸນແຮງຂຶ້ນກໍ່ຕາມ ເພື່ອປົກປ້ອງອະທິປະໄຕໃຫ້ຫຼຸດພົ້ນຈາກການຖືກຮຸນຮານ.

ເຊິ່ງຖືເປັນເຫດການທີ່ເກືອບບໍ່ເຄີຍເກີດຂຶ້ນມາກ່ອນ ຕໍ່ການທີ່ນັກການທູດລະດັບສູງຂອງເກົາຫຼີເໜືອ ໄດ້ຮັບເຊີນໃຫ້ກ່າວຖະແຫຼງຕໍ່ທີ່ປະຊຸມ UNSC ໂດຍການປະຊຸມໃນຄັ້ງນີ້ກ່ຽວຂ້ອງກັບມະຕິເມື່ອປີ 2004 ວ່າດ້ວຍການຫາທາງປ້ອງກັນບໍ່ໃຫ້ກຸ່ມກໍ່ການຮ້າຍ, ກຸ່ມຫົວຮຸນແຮງ ແລະ ຜູ້ສະແດງບົດບາດບໍ່ແມ່ນລັດ (Non State Actors) ເຊັ່ນ: ອົງການລະຫວ່າງປະເທດ ຄອບຄອງອາວຸດນິວເຄຼຍ, ອາວຸດເຄມີ ແລະ ອາວຸດຊີວະພາບ.

No comments

Powered by Blogger.