ສ.ອາເມຣິກາ ຂາຍອາວຸດໃຫ້ໄຕ້ຫວັນ ທ່າມກາງຄວາມບໍ່ພໍໃຈຢ່າງຍິ່ງຂອງຈີນຕໍ່ການກະທຳດັ່ງກ່າວ - ອິດສະຫຼະ

ສ.ອາເມຣິກາ ຂາຍອາວຸດໃຫ້ໄຕ້ຫວັນ ທ່າມກາງຄວາມບໍ່ພໍໃຈຢ່າງຍິ່ງຂອງຈີນຕໍ່ການກະທຳດັ່ງກ່າວ



ສຳນັກຂ່າວຕ່າງປະເທດລາຍງານ 30 ມິຖຸນາ 2017 ວ່າ: ກະຊວງການຕ່າງປະເທດສະຫະລັດອາເມຣິກາໄດ້ອະນຸມັດການຊື້-ຂາຍອາວຸດໃຫ້ໄຕ້ຫວັນ ທີ່ມີມູນຄ່າລວມກວ່າ 1,400 ລ້ານໂດລາສະຫະລັດ ຖືເປັນການຊື້-ຂາຍອາວຸດໃຫ້ໄຕ້ຫວັນຄັ້ງທຳອິດໃນສະໄໝການນຳຂອງ ທ່ານ ໂດໂນ ທຣຳ ທີ່ເປັນປະທານປະເທດສະຫະລັດອາເມຣິກາ ເຊິ່ງການຂາຍອາວຸດໃຫ້ໄຕ້ຫວັນຄັ້ງນີ້ເຮັດໃຫ້ຈີນບໍ່ພໍໃຈເປັນຢ່າງຍິ່ງ ເພາະໄຕ້ຫວັນຖືເປັນດິນແດນສ່ວນໜຶ່ງຂອງຈີນ.

ສະຫະລັດອາເມຣິກາລະບຸວ່າ ການຂາຍອາວຸດໃຫ້ໄຕ້ຫວັນ ແມ່ນເພື່ອໃຫ້ໄຕ້ຫວັນປ້ອງກັນຕົນເອງ ເຊິ່ງຂໍ້ຕົກລົງຂາຍອາວຸດຄັ້ງຫຼ້າສຸດທີ່ຜ່ານມາຂອງສະຫະລັດອາເມຣິກາໃຫ້ໄຕ້ຫວັນເກີດຂຶ້ນເມື່ອເດືອນທັນວາ ປີ 2015 ທີ່ຜ່ານມາ.


ໃນຂະນະທີ່ກະຊວງການຕ່າງປະເທດຂອງຈີນອອກຖະແຫຼງວ່າ ລັດຖະບານຈີນໄດ້ປະທ້ວງຢ່າງເປັນທາງການຕໍ່ການກະທຳຂອງສະຫະລັດອາເມຣິກາ ແລະ ຮຽກຮ້ອງໃຫ້ລັດຖະບານສະຫະລັດອາເມຣິກາຢຶດໝັ້ນ ແລະ ເຄົາລົບນະໂຍບາຍຈີນດຽວ ໂດຍກ່າວວ່າໄຕ້ຫວັນເປັນພຽງດິນແດນສ່ວນໜຶ່ງຂອງຈີນ ແລະ ຈີນຂໍຄັດຄ້ານຢ່າງຍິ່ງທີ່ສະຫະລັດອາເມຣິກາຈະຂາຍອາວຸດໃຫ້ໄຕ້ຫວັນ, ຖະແຫຼງການຈາກກະຊວງການຕ່າງປະເທດຈີນເກີດຂຶ້ນພາຍຫຼັງທີ່ສະຖານທູດຈີນໃນສະຫະລັດອາເມຣິກາປະນາມຂໍ້ຕົກລົງດັ່ງກ່າວ ໂດຍລະບຸວ່າເປັນການກະທຳທີ່ບໍ່ຖືກຕ້ອງ ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມສຳພັນລະຫວ່າງສອງປະເທດ ແລະ ຈະສົ່ງຜົນເສຍຕໍ່ຄວາມໄວ້ວາງໃຈຮ່ວມກັນ ແລະ ກັນ ໃນການຮ່ວມມືລະຫວ່າງຈີນ ກັບ ສະຫະລັດອາເມຣິກາ.

No comments

Powered by Blogger.