ຜູ້ນຳສອງປະເທດ ສ.ອາເມຣິກາ ແລະ ເກົາຫຼີໃຕ້ ພົບປະເຈລະຈາບັນຫາການຄ້າ ແລະ ບັນຫາເກົາຫຼີເໜືອເປັນສຳຄັນ - ອິດສະຫຼະ

ຜູ້ນຳສອງປະເທດ ສ.ອາເມຣິກາ ແລະ ເກົາຫຼີໃຕ້ ພົບປະເຈລະຈາບັນຫາການຄ້າ ແລະ ບັນຫາເກົາຫຼີເໜືອເປັນສຳຄັນ



ສຳນັກຂ່າວຕ່າງປະເທດລາຍງານ 30 ມິຖຸນາ 2017 ວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກ່າວປົກປ້ອງຂໍ້ຕົກລົງການຄ້າເສລີ ກັບ ສະຫະລັດອາເມຮິກາ ຫຼື KORUS ເຊິ່ງ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ເຄີຍກ່າວໄວ້ວ່າ ເປັນຂໍ້ຕົກລົງທີ່ທຳລາຍການຈ້າງງານໃນສະຫະລັດ.

ທ່ານ ມູນ ກ່າວຕໍ່ທີ່ປະຊຸມການຄ້າອາເມຣິກາໃນລະຫວ່າງການຢ້ຽມຢາມນະຄອນຫຼວງວໍຊິງຕັນວ່າ ຂໍ້ຕົກລົງການຄ້າເສລີອາຍຸ 5 ປີ ລະຫວ່າງເກົາຫຼີໃຕ້-ສະຫະລັດອາເມຣິກາ ສ້າງປະໂຫຍດໃຫ້ກັບທັງສອງປະເທດ ໂດຍສະເພາະໃນອຸດສາຫະກຳລົດ ເນື່ອງຈາກປັດຈຸບັນເຄິ່ງໜຶ່ງຂອງລົດບໍລິສັດ Hyundia ແລະ KIA ຜະລິດໃນອາເມຣິກາ.

ໃນໄລຍະ 3 ປີທີ່ຜ່ານມາ ການລົງທຶນໂດຍກົງຈາກເກົາຫຼີໃຕ້ໃນອາເມຣິກາ ເພີ່ມຂຶ້ນເກືອບສາມເທົ່າຕົວ ຫຼື ປະມານ 40,000 ລ້ານໂດລາສະຫະລັດ ໂດຍໃນປີທີ່ຜ່ານມາບໍລິສັດເກົາຫຼີໃຕ້ໃນອາເມຣິກາ ໄດ້ຈ້າງພະນັກງານປະມານ 45,000 ຄົນ ແລະ ມີປະລິມານການຜະລິດຄິດເປັນຕົວເລກລວມ 138,000 ລ້ານໂດລາສະຫະລັດ.

ເຖິງຢ່າງໃດກໍ່ຕາມກ່ອນໜ້ານີ້ ທ່ານ ໂດໂນ ທຣຳ ກ່າວຂູ່ວ່າຈະຍົກເລີກຂໍ້ຕົກລົງ KORUS ເພາະເຮັດໃຫ້ອາເມຣິກາຂາດດຸນການຄ້າກັບເກົາຫຼີໃຕ້ປະມານ 27,000 ລ້ານໂດລາສະຫະລັດໃນປີທີ່ຜ່ານມາ ໂດຍສະເພາະໃນອຸດສາຫະກຳລົດ, ເຊິ່ງບັນຫາດັ່ງກ່າວຖືເປັນບັນຫາສຳຄັນໃນການເຈລະຈາລະຫວ່າງຜູ້ນຳທັງສອງປະເທດໃນວັນພະຫັດທີ່ຜ່ານມາ ແລະ ວັນສຸກນີ້.

ອີກໜຶ່ງບັນຫາສຳຄັນໃນການປຶກສາຫາລືລະຫວ່າງຜູ້ນຳທັງສອງຄື ບັນຫາເກົາຫຼີເໜືອ ເຖິງແມ່ນວ່າທັງສອງປະເທດຈະເຫັນດີຮ່ວມກັນວ່າຈຳເປັນຈະຕ້ອງຢຸດຕິໂຄງການອາວຸດນິວເຄຼຍຂອງເກົາຫຼີເໜືອກໍ່ຕາມ ແຕ່ກໍ່ຍັງມີວິທີການເພື່ອໃຫ້ບັນລຸເປົ້າໝາຍທີ່ແຕກຕ່າງກັນ.

ໂດຍສະຫະລັດອາເມຣິກາ ເນັ້ນໃຊ້ມາດຕະການໄລຍະສັ້ນເພື່ອປ້ອງກັນເກົາຫຼີເໜືອບໍ່ໃຫ້ພັດທະນາຂີປະນາວຸດຕິດຫົວຮົບນິວເຄຼຍຂ້າມທະວີບ ແລະ ອາດຕັດສິນໃຈໃຊ້ກຳລັງທະຫານເຂົ້າໂຈມຕີທີ່ຕັ້ງທາງນິວເຄຼຍຂອງເກົາຫຼີເໜືອ.

ແຕ່ຜູ້ນຳເກົາຫຼີໃຕ້ມີມາດຕະການທີ່ກົງກັນຂ້າມຄື ຄວນສ້າງຄວາມສົມດຸນໃນເລື່ອງມາດຕະການໂດຍຄວນຢຸດຍັ້ງມາດຕະການທາງການທະຫານ ແລະ ໃຫ້ເພີ່ມມາດຕະການລົງໂທດທາງເສດຖະກິດ ບວກກັບການເຈລະຈາ ແລະ ປຶກສາຫາລືກັບລັດຖະບານເກົາຫຼີເໜືອ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນໄລຍະຍາວ.

ໂດຍໃນມຸມມອງຂອງທ່ານ ມູນ ໄດ້ກ່າວວ່າ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອນັ້ນ ອາດມີຄວາມຕ້ອງການທີ່ຈະເຈລະຈາ ແລະ ວີທີດຽວທີ່ຈະຮູ້ຄຳຕອບໄດ້ຄືການເລີ່ມໂອ້ລົມກັບເກົາຫຼີເໜືອ ແລະ ທ່ານ ມູນ ກໍ່ເປັນຫ່ວງວ່າ ເກົາຫຼີເໜືອ ອາດຈະຕອບໂຕ້ຫາກຖືກສະຫະລັດອາເມຣິກາ ໂຈມຕີ ແລະ ເລື່ອງນີ້ກໍ່ຈະເຮັດໃຫ້ປະຊາຊົນຊາວເກົາຫຼີໃຕ້ຕ້ອງຕົກຢູ່ໃນອັນຕະລາຍ.

No comments

Powered by Blogger.