ເຢຍລະມັນຜ່ານຮ່າງກົດໝາຍ ອະນຸຍາດໃຫ້ຄູ່ຮັກເພດດຽວກັນ ແຕ່ງດອງກັນໄດ້ຕາມກົດໝາຍ - ອິດສະຫຼະ

ເຢຍລະມັນຜ່ານຮ່າງກົດໝາຍ ອະນຸຍາດໃຫ້ຄູ່ຮັກເພດດຽວກັນ ແຕ່ງດອງກັນໄດ້ຕາມກົດໝາຍ



ສຳນັກຂ່າວຕ່າງປະເທດລາຍງານ 30 ມິຖຸນາ 2017 ວ່າ: ສະພາຜູ້ແທນເຢຍລະມັນມີມະຕິສຽງສ່ວນໃຫຍ່ໃນການປະຊຸມໃນມື້ນີ້ 393 ຕໍ່ 226 ສຽງ ແລະ ງົດອອກສຽງ 4 ສຽງ ຮັບຮອງຮ່າງກົດໝາຍການແຕ່ງດອງຂອງຄູ່ຮັກເພດດຽວກັນ ທີ່ນອກຈາກຈະຊ່ວຍໃຫ້ຄູ່ຮັກເພດດຽວກັນໄດ້ຮັບສິດທິພົນລະເມືອງທີ່ສາມາດມີສະຖານະຄູ່ສົມລົດທຽບເທົ່າກັບຄູ່ຮັກຍິງ-ຊາຍແລ້ວ ຮ່າງກົດໝາຍຍັງຈະອະນຸຍາດໃຫ້ຄູ່ຮັກເພດດຽວກັນສາມາດຮັບລ້ຽງເດັກເປັນລູກໄດ້ອີກດ້ວຍ ເຊິ່ງຈະມີຜົນບັງຄັບໃຊ້ພາຍໃນປີນີ້.


ເຖິງຢ່າງໃດກໍ່ຕາມ ເປັນທີ່ສັງເກດວ່າໜຶ່ງໃນຈຳນວນຜູ້ທີ່ອອກສຽງຄັດຄ້ານຄື ທ່ານນາງ ອັງເກລາ ແມເຄີ ນາຍົກລັດຖະມົນຕີຂອງເຢຍລະມັນ ເຊິ່ງທ່ານໄດ້ກ່າວເມື່ອສິ້ນສຸດການປະຊຸມວ່າ ໂດຍສ່ວນຕົວຂໍຕີຄວາມໝາຍການແຕ່ງດອງຂອງຄົນເຢຍລະມັນວ່າ ເປັນການໃຊ້ຊີວິດຮ່ວມກັນລະຫວ່າງຜົວ ກັບ ເມຍ ທີ່ເປັນ ຜູ້ຊາຍ ກັບ ຜູ້ຍິງ ແຕ່ເຫັນດີກັບການທີ່ຈະອະນຸຍາດໃຫ້ຄູ່ຮັກເພດດຽວກັນຮັບເດັກມາລ້ຽງໄດ້ ແລະ ກ່າວເຖິງຈຸດຢືນຂອງຕົວເອງໃນອະດີດທີ່ມີຕໍ່ເລື່ອງດັ່ງກ່າວວ່າ ບໍ່ເພິ່ງພໍໃຈ.


ປັດຈຸບັນປະເທດໃນເອີຣົບທີ່ອະນຸຍາດໃຫ້ການແຕ່ງດອງລະຫວ່າງບຸກຄົນເພດດຽວກັນມີຜົນຜູກພັນທາງກົດໝາຍໄດ້ແກ່: ນອກແວ, ຊູແອດ, ດານມາກ, ແຟງລັງ, ອຽກລັງ, ໂຮນລັງ, ແບນຊິກ, ແອັດສະປາຍ, ປອກຕຸຍການ, ລຸກຊຳບວກ, ຝຣັ່ງ ແລະ ອັງກິດ.


No comments

Powered by Blogger.