ລັດເຊຍສົ່ງຍົນຮົບ ບິນຂຶ້ນທຽບຍົນຖິ້ມລະເບີດ B-52 ຂອງສະຫະລັດທີ່ເຂົ້າມາໃນທະເລບໍຕິກ - ອິດສະຫຼະ

ລັດເຊຍສົ່ງຍົນຮົບ ບິນຂຶ້ນທຽບຍົນຖິ້ມລະເບີດ B-52 ຂອງສະຫະລັດທີ່ເຂົ້າມາໃນທະເລບໍຕິກ



ສຳນັກຂ່າວຕ່າງປະເທດລາຍງານ 8 ມິຖຸນາ 2017 ວ່າ: ເຫດການສະທ້ອນຍຸກສົງຄາມເຢັນ ການປາກົດຕົວຂອງ B-52 ຍົນຖິ້ມລະເບີດໄລຍະໄກຂອງສະຫະລັດທີ່ບິນຢູ່ເໜືອທະເລບໍຕິກ ໃກ້ເຂດແດນລັດເຊຍ ສ້າງຄວາມບໍ່ພໍໃຈໃຫ້ກັບລັດເຊຍເປັນຢ່າງຍິງ, ເຈົ້າໜ້າທີ່ກະຊວງການຕ່າງປະເທດລັດເຊຍກ່າວວ່າ ການປາກົດຕົວຂອງ B-52 ໃນເອີຣົບ ຈະບໍ່ຊ່ວຍຜ່ອນຄາຍຄວາມເຄັ່ງຕຶງລະຫວ່າງຕາເວັນຕົກກັບລັດເຊຍ, ຂະນະທີ່ອະດີດຜູ້ບັນຊາການກອງທັບອາກາດລັດເຊຍກ່າວວ່າ ການເຄື່ອນໄຫວຂອງສະຫະລັດຄັ້ງນີ້ຖືເປັນການ "ດູໜິ່ນ" ລັດເຊຍ.

ລະບົບປ້ອງກັນໄພທາງອາກາດຂອງລັດເຊຍ ກວດຈັບຍົນ B-52 ຂອງສະຫະລັດໄດ້ເມື່ອເວລາປະມານ 07:00 ນາທີ ຂອງວັນອັງຄານ ທີ 6 ມິຖຸນາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ຂະນະກຳລັງບິນຢູ່ເໜືອເຂດນ່ານນ້ຳສາກົນ ຂະໜານກັບເຂດແດນລັດເຊຍ ແລະ ໜ່ວຍປ້ອງກັນໄພທາງອາກາດຂອງກອງເຮືອບໍຕິກລັດເຊຍ ໃນເມືອງຄາລິນິນກຣາດ ໄດ້ສົ່ງຍົນຮົບ SU-27 ບິນຂຶ້ນທຽບ ເພື່ອສະກັດ ຈົນຍົນ B-52 ໃຫ້ປ່ຽນເສັ້ນທາງ ແລະ ບິນອອກໄປຈາກເຂດແດນ.

ກອງທັບສະຫະລັດຖະແຫຼງວ່າ ຍົນຂອງຕົນບິນຢູ່ໃນເຂດນ່ານຟ້າສາກົນ ແລະ ປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບປະຕິບັດການຂອງຍົນຮົບລັດເຊຍ.

No comments

Powered by Blogger.