ເກົາຫຼີເໜືອທົດລອງຂີປະນາວຸດ ສຳລັບການໂຈມຕີເຮືອຮົບໃນທະເລ - ອິດສະຫຼະ

ເກົາຫຼີເໜືອທົດລອງຂີປະນາວຸດ ສຳລັບການໂຈມຕີເຮືອຮົບໃນທະເລ



ສຳນັກຂ່າວຕ່າງປະເທດລາຍງານ 8 ມິຖຸນາ 2017 ວ່າ: ເກົາຫຼີເໜືອໄດ້ມີການທົດລອງຂີປະນາວຸດຫຼາຍລູກຈາກເມືອງວອນຊານ ເຊິ່ງເປັນເມືອງແຄມຝັ່ງທາງຕາເວັນອອກຂອງປະເທດ ໃນຕອນເຊົ້າຂອງມື້ນີ້, ເຊິ່ງສຳນັກຂ່າວ YTN ຂອງເກົາຫຼີໃຕ້ກ່າວວ່າ ອາດຈະເປັນຂີປະນາວຸດສຳລັບການໂຈມຕີເຮືອຮົບໃນທະເລ ແລະ ຖືເປັນການທົດລອງຄັ້ງຫຼ້າສຸດຂອງເກົາຫຼີເໜືອ ໃນໄລຍະຫ່າງບໍ່ເຖິງອາທິດທີ່ຄະນະມົນຕີດ້ານຄວາມໝັ້ນຄົງຂອງສະຫະປະຊາຊາດ ຫາກໍ່ອະນຸມັດແຜ່ນການຂວ້ຳບາດເກົາຫຼີເໜືອເພີ່ມເຕີມ ເພື່ອກົດດັນໃຫ້ເກົາຫຼີເໜືອຢຸດຕິການທົດສອບຍິງຂີປະນາວຸດ.

ນອກຈາກນີ້ສຳນັກຂ່າວ YTN ຂອງເກົາຫຼີໃຕ້ຍັງລາຍງານໂດຍອ້າງຄຳກ່າວຂອງກອງທັບເກົາຫຼີໃຕ້ວ່າ ຂີປະນາວຸດທີ່ເກົາຫຼີເໜືອທົດລອງມື້ນີ້ ໄປໄກປະມານ 200 ກມ ແລະ ໄດ້ຕົກລົງໃນທະເລຕາເວັນອອກ.


No comments

Powered by Blogger.