ຮູ້ໄວ້ບໍ່ໃຫ້ຖືກຫຼອກ ບໍລິສັດແບບໃດ ແລະ ມີເງື່ອນໄຂແບບໃດ ຈຶ່ງຈະສາມາດລະດົມທຶນຈາກປະຊາຊົນໄດ້ - ອິດສະຫຼະ

ຮູ້ໄວ້ບໍ່ໃຫ້ຖືກຫຼອກ ບໍລິສັດແບບໃດ ແລະ ມີເງື່ອນໄຂແບບໃດ ຈຶ່ງຈະສາມາດລະດົມທຶນຈາກປະຊາຊົນໄດ້



ໂດຍອີງຕາມກົດໝາຍວ່າດ້ວຍຫຼັກຊັບ ສະບັບເລກທີ 21/ສພຊ ລົງວັນທີ 10 ທັນວາ 2012 ແລະ ລະບຽບວ່າດ້ວຍການອອກຈຳໜ່າຍຮຸ້ນ ຂອງຄະນະກຳມະການຄຸ້ມຄອງຫຼັກຊັບ ສະບັບເລກທີ 018/ຄຄຊ ລົງວັນທີ 27 ກໍລະກົດ 2015 ບໍລິສັດທີ່ມີຈຸດປະສົງອອກຈຳໜ່າຍຮຸ້ນ ຫຼື ຕ້ອງການລະດົມທຶນຈາກມວນຊົນຕ້ອງມີເງື່ອນໄຂດັ່ງນີ້:

1. ຕ້ອງເປັນບໍລິສັດ ມະຫາຊົນ

2. ສ້າງຕັ້ງ ແລະ ເຄື່ອນໄຫວມາແລ້ວຢ່າງໜ້ອຍສາມປີ ຍົກເວັ້ນກໍລະນີ ບໍລິສັດມີການແຍກ, ຄວບ ຫຼື ຫັນເປັນບໍລິສັດຮູບແບບໃໝ່ຈາກບໍລິສັດເດີມທີ່ສ້າງຕັ້ງ ແລະ ເຄື່ອນໄຫວຢ່າງໜ້ອຍສາມປີ

3. ມີສະພາບໍລິຫານທີ່ປະກອບດ້ວຍສະມາຊິກອິດສະຫຼະຢ່າງໜ້ອຍ ໜຶ່ງສ່ວນສາມ ຂອງຈຳນວນສະມາຊິກສະພາບໍລິຫານທັງໝົດ ທີ່ໄດ້ຮັບການແຕ່ງຕັ້ງຈາກກອງປະຊຸມຜູ້ຖືຮຸ້ນ

4. ມີຄະນະກຳມະການກວດກາພາຍໃນ ທີ່ປະກອບດ້ວຍ ສະມາຊິກທັງໝົດຢ່າງໜ້ອຍ ສາມທ່ານທີ່ໄດ້ຮັບການແຕ່ງຕັ້ງຈາກສະພາບໍລິຫານ ໃນນັ້ນ ສອງສ່ວນສາມຕ້ອງເປັນສະມາຊິກອິດສະຫຼະ ເຊິ່ງຢ່າງໜ້ອຍ ໜຶ່ງທ່ານ ຕ້ອງມີຄວາມຮູ້ຄວາມສາມາດ ທາງດ້ານບັນຊີ ຫຼື ການເງິນ

5. ມີແຜນການລະດົມທຶນ ແລະ ແຜນການນຳໃຊ້ທຶນທີ່ລະດົມໄດ້ ໂດຍຜ່ານການຮັບຮອງຈາກກອງປະຊຸມຜູ້ຖືຮຸ້ນ

6. ມີເອກະສານລາຍງານການເງິນ ໜຶ່ງປີຄືນຫຼັງ ນັບແຕ່ປີຍື່ນຄຳຮ້ອງ ແລະ ເອກະສານປະກອບການຮ້ອງຂໍອອກຈຳໜ່າຍຮຸ້ນໃຫ້ແກ່ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ເປັນຕົ້ນໄປ ເຊິ່ງໄດ້ຮັບການກວດສອບຈາກບໍລິສັດກວດສອບ ແລະ ເອກະສານລາຍງານການເງິນ ປີສຸດທ້າຍກ່ອນວັນຍື່ນຄຳຮ້ອງ ແລະ ເອກະສານປະກອບ ການຮ້ອງຂໍອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ ຕ້ອງໄດ້ຮັບຄຳເຫັນແບບບໍ່ມີເງື່ອນໄຂ ຫຼື ແບບມີເງື່ອນໄຂ ທີ່ບໍ່ແມ່ນເງື່ອນໄຂສຳຄັນ ເຊິ່ງກະທົບຕໍ່ຜົນການດຳເນີນງານ ແລະ ຖານະການເງິນຂອງບໍລິສັດ

7. ບໍ່ມີການປ່ຽນແປງປະເພດການດຳເນີນທຸລະກິດຕົ້ນຕໍໃນໄລຍະ ສາມປີ ຜ່ານມາ

8. ມີລາຍຮັບປີສຸດທ້າຍ ກ່ອນມື້ຍື່ນເອກະສານປະກອບການຮ້ອງຂໍອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ ບໍ່ຫຼຸດໜຶ່ງຕື້ກີບ, ບໍ່ຂາດທຶນສະສົມ, ການດຳເນີນທຸລະກິດໃນໜຶ່ງປີຜ່ານມາມີກຳໄລສຸດທິ ແລະ ບໍ່ມີໜີ້ເກີນກຳນົດ ເຊິ່ງຄ້າງຊຳລະຕົ້ນທຶນ ຫຼື ດອກເບ້ຍ ສ່ວນໃດສ່ວນໜຶ່ງ ຫຼື ທັງໝົດ ຕາມທີ່ໄດ້ກຳນົດໄວ້ໃນສັນຍາກູ້ຢືມ

9. ມີການຢັ້ງຢືນຄວາມພ້ອມ ການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ ຈາກທີ່ປຶກສາດ້ານການເງິນ ພ້ອມດ້ວຍລາຍຊື່ທີມງານທີ່ຮັບຜິດຊອບເປັນທີ່ປຶກສາດ້ານການເງິນ

10. ມີການຄ້ຳປະກັນການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນລະຫວ່າງບໍລິສັດທີ່ມີຈຸດປະສົງອອກຈຳໜ່າຍຮຸ້ນໃຫ້ກ່ມ່ວນຊົນ ກັບ ຜູ້ຄ້ຳປະກັນການອອກຈຳໜ່າຍຮຸ້ນ

11. ມີແຜນການກ່ຽວກັບການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ, ການເຄື່ອນໄຫວທຸລະກິດ ແລະ ການຄາດຄະເນຖານະການເງິນຢ່າງໜ້ອຍສາມປີ ຕໍ່ໜ້າ ນັບແຕ່ປີສຳເລັດການອອກຈຳໜ່າຍຮຸ້ນໃຫ້ແກ່ມ່ວນຊົນ ເປັນຕົ້ນໄປ ໂດຍຜ່ານການຮັບຮອງຈາກສະພາບໍລິຫານ

12. ມີເງື່ອນໄຂອື່ນໆຕາມການກຳນົດຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ.

ບໍ່ມີການອະນຸຍາດໃຫ້ບໍລິສັດໃດສ້າງຂຶ້ນມາແລ້ວລະດົມທຶນຈາກມວນຊົນໄດ້ຕາມລຳພັງໃຈ ບໍລິສັດທີ່ຈະລະດົມທຶນ ຫຼື ອອກຮຸ້ນຕ້ອງການຜ່ານຂັ້ນຕອນ ແລະ ການພິຈາລະນາຈາກຄະນະກຳມະການຄຸ້ມຄອງຫຼັກຊັບ ເພື່ອອະນຸຍາດກ່ອນ ແລະ ຕ້ອງມີການຈົດທະບຽນຢ່າງຖືກຕ້ອງໃນຕະຫຼາດຫຼັກຊັບລາວ.

ເຊິ່ງປັດຈຸບັນ (3 ມິຖຸນາ 2017) ມີພຽງ 5 ບໍລິສັດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ລະດົມທຶນ ຫຼື ຂາຍຮຸ້ນໃຫ້ແກ່ມວນຊົນຄື:

1. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
2. ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ
3. ບໍລິສັດ ລາວເວີນ ມະຫາຊົນ
4. ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ
5. ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ

No comments

Powered by Blogger.