ມື້ນີ້ ທ່ານນາຍົກເຂົ້າຮ່ວມພິທີປູກຕົ້ນໄມ້ທີ່ເມືອງໄຊທານີ - ອິດສະຫຼະ

ມື້ນີ້ ທ່ານນາຍົກເຂົ້າຮ່ວມພິທີປູກຕົ້ນໄມ້ທີ່ເມືອງໄຊທານີ



ຕອນເຊົ້າວັນທີ 2 ມິຖຸນາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ ຢູ່ໂຮງຮຽນປະຖົມສົມບູນໄຊສົມບູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍມີຄະນະນຳ, ພະນັກງານ-ວິຊາການ ຈາກກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ແລະ ເມືອງໄຊທານີ ຕະຫຼອດຮອດ ນັກຮຽນ-ລູກຫຼານນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມ.

ໃນພິທີ, ທ່ານ ລິນຄຳ ດວງສະຫວັນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ການຈັດຕັ້ງປະຕິບັດການປູກຕົ້ນໄມ້ ໃນຊຸມປີທີ່ຜ່ານມາ ເຊິ່ງເຫັນວ່າ: ນັບແຕ່ປີ 2009 ເປັນຕົ້ນມາ ນະຄອນຫຼວງວຽງຈັນ ໄດ້ປຸກລະດົມທົ່ວສັງຄົມ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ ໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ ໂດຍປູກໃສ່ດິນຂອງຕົນເອງ, ປູກຕາມສະຖານທີ່ສາທາລະນະ, ສຳນັກງານ-ຫ້ອງການ, ແຄມທາງ, ໂຮງຮຽນ, ໂຮງໝໍ ແລະ ຊຸກຍູ້ຢຸດຕິ ການທຳລາຍປ່າໄມ້ທຸກຮູບແບບ ທີ່ຂັດກັບກົດໝາຍວ່າດ້ວຍປ່າໄມ້.

ມາຮອດປະຈຸບັນ ທົ່ວນະຄອນຫຼວງວຽງຈັນ ມີສວນກ້າເບັ້ຍໄມ້ຂອງພາກລັດ ແລະ ເອກະຊົນ ທັງໝົດ 33 ແຫ່ງ ໃນນັ້ນ ຂອງພາກລັດ ມີ 13 ແຫ່ງ. ນັບແຕ່ປີ 2010-2016 ສາມາດຜະລິດເບັ້ຍໄມ້ໄດ້ທັງໝົດ ເກືອບ 9 ລ້ານເບັ້ຍ ໃນນັ້ນ ພາກລັດຜະລິດໄດ້ເກືອບ 1 ລ້ານເບັ້ຍ, ເອກະຊົນຜະລິດໄດ້ 7 ລ້ານກວ່າເບັ້ຍ ແລະ ສາມາດປູກຕົ້ນໄມ້ໄດ້ທັງໝົດ ເກືອບ 2.600 ເຮັກຕາ ໂດຍນຳໃຊ້ເບັ້ຍໄມ້ ປະມານ 6,5 ລ້ານເບັ້ຍ. ສະເພາະ ປີ 2017 ທົ່ວນະຄອນຫຼວງວຽງຈັນ ສາມາດຜະລິດເບັ້ຍໄມ້ໄດ້ທັງໝົດ 3,45 ລ້ານກວ່າເບັ້ຍ ໂດຍຈະປູກໃຫ້ໄດ້ປະມານ 300 ເຮັກຕາ ໃນນັ້ນ ພາກລັດໃຫ້ໄດ້ 18 ເຮັກຕາ; ສ່ວນການປູກຕົ້ນໄມ້ ຢູ່ໂຮງຮຽນປະຖົມສົມບູນໄຊສົມບູນຄັ້ງນີ້ ມີເນື້ອທີ່ປະມານ 3 ເຮັກຕາ ແລະ ນຳໃຊ້ເບັ້ຍໄມ້ ປະມານ 2.500 ເບັ້ຍ ເຊິ່ງປະກອບມີປະເພດໄມ້ປະດັບ, ໄມ້ກິນໝາກ ແລະ ໄມ້ອຸດສາຫະກຳ (ຕົ້ນຄູນ, ຕົ້ນຈຳປາ, ຕົ້ນກະເລົາ, ໄມ້ແຕ້, ໄມ້ດູ່, ໄມ້ຂະຍຸງ, ຕົ້ນໝາກມ່ວງ ແລະ ອື່ນໆ). ທັງນີ້ ກໍ່ເພື່ອເປັນການປູກຕົ້ນໄມ້ ໃຫ້ມີປະລິມານເພີ່ມຂຶ້ນໃນແຕ່ລະປີ, ກາຍເປັນຮົ່ມເຢັນ, ເພີ່ມຄວາມສວຍງາມ, ຊ່ວຍຮັກສາສິ່ງແວດລ້ອມ ຕິດພັນກັບ ການສ້າງໃຫ້ກາຍເປັນໂຮງຮຽນສີຂຽວ ກໍ່ຄື ປະກອບສ່ວນການປະຕິບັດຄຳຂວັນ 6 ສໍ ຂອງນະຄອນຫຼວງວຽງຈັນ ແລະ ເຮັດໃຫ້ແຜນການເພີ່ມເນື້ອທີ່ປົກຫຸ້ມ ຂອງປ່າໄມ້ທົ່ວປະເທດ ໃນປີ 2020 ກວມ 70 ສ່ວນຮ້ອຍ ໃຫ້ປະກົດຜົນເປັນຈິງ.


ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ແລະ ຜູ້ເຂົ້າຮ່ວມທັງໝົດ ໄດ້ພ້ອມກັນປູກຕົ້ນໄມ້ ຢ່າງເປັນຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດ ສະໜິດສະໜົມ ລະຫວ່າງ ບັນດາທ່ານຜູ້ນຳ, ພະນັກງານ-ວິຊາການ ແລະ ລູກຫຼານນ້ອງນ້ອຍເຍົາວະຊົນ.

No comments

Powered by Blogger.