ສປປ.ລາວ ຮັ່ງມີດ້ວຍສັດປ່າ ແລະ ພືດນານາພັນ ແຕ່ຕ້ອງປະສົບກັບໄພຂົ່ມຂູ່ຫຼາຍດ້ານ - ອິດສະຫຼະ

ສປປ.ລາວ ຮັ່ງມີດ້ວຍສັດປ່າ ແລະ ພືດນານາພັນ ແຕ່ຕ້ອງປະສົບກັບໄພຂົ່ມຂູ່ຫຼາຍດ້ານ



ສາຍພູຫຼວງຕັ້ງຢູ່ລະຫວ່າງ ສປປ.ລາວ ແລະ ສສ.ຫວຽດນາມ ເປັນທີ່ຢູ່ຂອງສັດທີ່ໃກ້ສູນພັນຫຼາຍຊະນິດ, ເຊິ່ງຄົນຕ່າງປະເທດ ແລະ ນັກວິທະຍາສາດຫຼາຍໆທ່ານອາດຈະບໍ່ເຄີຍພົບເຫັນມາກ່ອນເຊັ່ນ: ໂຕເສົາລາ ຫຼື ບາງເທື່ອກໍ່ຖືກເອີ້ນວ່າ ສັດໃນຕຳນານແຫ່ງອາຊີ ທີ່ມີຮູບແບບລັກສະນະຄ້າຍຄືໂຕເຍືອງ ແລະ ເປັນສັດລ້ຽງລູກດ້ວຍນ້ຳນົມທີ່ຫາຍາກທີ່ສຸດໃນໂລກ.

ໃນປີ 1992 ເສົາລາ ໄດ້ຖືກຄົ້ນພົບໂດຍນັກວິທະຍາສາດກຸ່ມໜຶ່ງ ໃນຂະນະທີ່ພວກເຂົາກຳລັງດຳເນີນການສຳຫຼວດທາງຊີວະວິທະຍາກ່ຽວກັບວັງສະຫງວນທຳມະຊາດໃນ ສສ.ຫວຽດນາມ.

ໃນປີ 2013 ເປັນຄັ້ງທຳອິດໃນຮອບ 14 ປີ ທີ່ໄດ້ພົບເຫັນເສົາລາຈາກກ້ອງບັນທຶກພາບ ສິ່ງທີ່ໜ້າເປັນຫ່ວງກໍ່ຄື ຖ້າຫາກບໍ່ມີການສ້າງມາດຕະການເພື່ອປົກປ້ອງໂຕເສົາລາ, ອີກບໍ່ຈັກປີຂ້າງໜ້າພວກມັນກໍ່ມີຄວາມສ່ຽງສູງທີ່ຈະສູນພັນ ໂດຍໄພຂົ່ມຂູ່ຫຼັກໆຕໍ່ໂຕເສົາລາແມ່ນການລ່າສັດແບບຜິດກົດໝາຍ ແລະ ການຂະຫຍາຍທີ່ຢູ່ອາໄສຂອງມະນຸດ ເຊິ່ງເປັນຜົນກະທົບຂອງການພັດທະນາພື້ນຖານໂຄງລ່າງຢ່າງໄວວາ.

ມັນຄົງຈະເປັນເລື່ອງທີ່ໜ້າເສົ້າໃຈຫຼາຍຖ້າໂຕເສົາລາສູນພັນໄປຈາກປ່າ, ເພາະວ່າຕັ້ງແຕ່ມີການຄົ້ນພົບພວກມັນເມື່ອ 25 ປີກ່ອນ, ສັດລ້ຽງລູກດ້ວຍນ້ຳນົມຂະໜາດນ້ອຍນີ້ຍັງຄົງມີຄວາມລຶກລັບຢູ່, ສັດເຫຼົ່ານີ້ບໍ່ຄ່ອຍປາກົດໂຕໃຫ້ເຫັນ ແລະ ມີຮູບພວກມັນພຽງບາງຮູບເທົ່ານັ້ນ.

ນອກຈາກນີ້ມັນເປັນເລື່ອງຍາກທີ່ຈະລ້ຽງໂຕເສົາລາບໍ່ໃຫ້ຕາຍຖ້າພວກມັນຖືກຂັງ ແລະ ນີ້ເປັນເຫດຜົນທີ່ໂຕເສົາລາບໍ່ສາມາດອາໄສໃນສວນສັດໃດໃນໂລກນີ້ໄດ້.

ເລື່ອງຂອງໂຕເສົ້າລາເຮັດໃຫ້ເຮົາເຫັນວ່າ ສປປ.ລາວ ມີສິ່ງທີ່ມີຊີວິດໃນປ່າທີ່ອຸດົມສົມບູນ ແລະ ພິເສດຊ່ຳໃດ ມັນຍັງບອກໃຫ້ເຮົາຮູ້ວ່າສິ່ງທີ່ມີຊີວິດໃນປ່າກຳລັງຕົກຢູ່ໃນອັນຕະລາຍຈາກໄພຂົ່ມຂູ່ຕ່າງໆນາໆ.

ສິ່ງມີຊີວິດໃນປ່າຢູ່ ສປປ.ລາວ ແລະ ສສ.ຫວຽດນາມ ມີຄວາມພິເສດຫຼາຍ ຍ້ອນວ່າສັດຫຼາຍໆຊະນິດແມ່ນສັດສະເພາະຖິ່ນຂອງສອງປະເທດນີ້, ເພາະສະນັ້ນສັດເຫຼົ່ານີ້ຈຶ່ງເປັນເອກະລັກຂອງພູມສັນຖານແຫ່ງນີ້.

ໂຕເສົາລາແມ່ນຕົວຢ່າງທີ່ດີ ຍ້ອນວ່າພວກມັນອາໄສຢູ່ສາຍພູຫຼວງ ແລະ ບໍ່ສາມາດຫາພົບໄດ້ຢູ່ບ່ອນອື່ນຂອງໂລກ, ນອກຈາກນີ້ຍັງມີສັດສະເພາະຖິ່ນທີ່ອາໄສຢູ່ ສປປ.ລາວ ແລະ ສສ.ຫວຽດນາມເຊັ່ນ: ໂຕບ່າງລົ້ວ ແລະ ຂະຍຸ, ໂດຍອີງຕາມການຄາດຄະເນວ່າມີລັດລ້ຽງລູກດ້ວຍນ້ຳນົມຫຼາຍກວ່າ 247 ຊະນິດ, ເຈຍ 90 ຊະນິດ, ສັດເລືອຄານ ແລະ ສັດເຄິ່ງບົກເຄິ່ງນ້ຳ 166 ຊະນິດ ແລະ ນົກປະມານ 700 ຊະນິດ ທີ່ສາມາດພົບໄດ້ຢູ່ໃນ ສປປ.ລາວ.

ແມ່ນ້ຳຂອງ ແລະ ສາຂາແມ່ນ້ຳຕ່າງໆກໍ່ເປັນຖິ່ນຢູ່ອາໄສໃຫ້ປາປະມານ 500 ຊະນິດ.  ນອກຈາກນີ້ຈຳນວນປະຊາກອນຂອງຊ້າງອາຊີທີ່ຫຼາຍທີ່ສຸດໃນເຂດອິນດູຈີນແມ່ນອາໄສຢູ່ໃນ ສປປ.ລາວ, ທີ່ແຂວງຄຳມ່ວນ, ບໍລິຄຳໄຊ ແລະ ໄຊຍະບູລີ ເປັນສ່ວນໃຫຍ່. ເຊິ່ງປ່າຝົນເຂດຮ້ອນມັນໄດ້ສະໜອງສິ່ງທີ່ມີຊີວິດໃນປ່າໃຫ້ມີຄວາມສວຍງາມ ແລະ ຫຼາກຫຼາຍ, ເປັນຕົ້ນແມ່ນສັດ ແລະ ພືດຫຼາຍໆຊະນິດ ເຊິ່ງມີບົດບາດໃນລະບົບນິເວດຫຼາຍດ້ານ.

ຈາກ: ກຊສ ແລະ GIZ

No comments

Powered by Blogger.