ການວິໄຈສະພາບຂອງ ຊາວໜຸ່ມ ແລະ ເຍົາວະຊົນ ໃນ ສປປ.ລາວ - ອິດສະຫຼະ

ການວິໄຈສະພາບຂອງ ຊາວໜຸ່ມ ແລະ ເຍົາວະຊົນ ໃນ ສປປ.ລາວ



ຂໍ້ມູນຈາກການວິໄຈສະພາບຊາວໜຸ່ມ ແລະ ເຍົາວະຊົນໃນປີ 2014 ໄດ້ສະແດງໃຫ້ເຫັນວ່າ ມີຄົນຮຸ້ນໜຸ່ມຈຳນວນຫຼາຍໃນ ສປປ.ລາວ ຍັງມີສຸຂະພາບແຂງແຮງ, ມີໂອກາດເຂົ້າໂຮງຮຽນ, ມີເວລາສຳລັບກິດຈະກຳເວລາຫວ່າງ ແລະ ປະກອບສ່ວນຫຼາຍໆດ້ານຕໍ່ກັບຄອບຄົວ ແລະ ທ້ອງຖິ່ນຕົນເອງ.

ແຕ່ກໍ່ຍັງມີຫຼາຍຄົນກໍ່ບໍ່ເປັນເຊັ່ນນັ້ນ, ຄົນຮຸ້ນໜຸ່ມຈຳນວນໜຶ່ງຍັງມີສຸຂະພາບບໍ່ແຂງແຮງ, ບໍ່ສາມາດເຂົ້າເຖິງການສຶກສາ, ປະເຊີນກັບສະພາບແວດລ້ອມໃນການເຮັດວຽກທີ່ເປັນອັນຕະລາຍ ແລະ ສະພາບການທີ່ບໍ່ສາມາດສະແດງສິດທິ ແລະ ພັດທະນາຕົນເອງໄດ້.

ສປປ.ລາວ ມີພົນລະເມືອງທີ່ມີຢູ່ອາຍຸໜຸ່ມ 60% ຂອງພົນລະເມືອງລາວທັງໝົດ 6 ລ້ານກວ່າຄົນ ແມ່ນມີອາຍຸຕ່ຳກວ່າ 25 ປີ ແລະ ໃນັ້ນ 50% ແມ່ນເພດຍິງ. 70% ຂອງພົນລະເມືອງທີ່ອາຍຸໜຸ່ມ ແມ່ນອາໄສຢູ່ໃນເຂດຊົນນະບົດເຊິ່ງຈຳນວນຊາວໜຸ່ມຫຼາຍທີ່ສຸດແມ່ນອາໄສຢູ່ໃນແຂວງໃຫຍ່ໆຂອງປະເທດເຊັ່ນ: ແຂວງສະຫວັນນະເຂດ, ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ. 52.5% ເປັນຊົນເຜົ່າລາວລຸ່ມ. ຊາວໜຸ່ມເພດຍິງໃນເກນອາຍຸ 15-19 ປີ 59% ແມ່ນແຕ່ງງານແລ້ວ ສ່ວນເພດຊາຍ 19% ແມ່ນແຕ່ງງານແລ້ວ ແລະ ຊາວໜຸ່ມເພດຍິງໃນເກນອາຍຸ 20-24 ປີ 36% ແມ່ນແຕ່ງງານແລ້ວ ສ່ວນເພດຊາຍ 6% ແຕ່ງງານແລ້ວ ນັ້ນສະແດງໃຫ້ເຫັນວ່າເພດຍິງໄດ້ແຕ່ງງານແລ້ວຫຼາຍກວ່າເພດຊາຍໃນກຸ່ມອາຍຸດຽວກັນ. ການແຕ່ງງານແຕ່ອາຍຸຍັງນ້ອຍ ແມ່ນເປັນເລື່ອງປົກກະຕິໃນ ສປປ.ລາວ. ອາຍຸສະເລ່ຍໃນການແຕ່ງງານຄັ້ງທຳອິດຂອງແມ່ຍິງອາຍຸລະຫວ່າງ 25-49 ປີ ແມ່ນ 19.2%, ເຊິ່ງບໍ່ມີການປ່ຽນແປງຫຼາຍໃນສອງທົດສະຫວັດທີ່ຜ່ານມາ. ອັດຕາສ່ວນຂອງຊາວໜຸ່ມທີ່ແຕ່ງງານ ມີຄວາມກ່ຽວພັນຢ່າງໃກ້ຊິດກັບລະດັບການສຶກສາ ແລະ ຖານະທາງເສດຖະກິດຂອງເຂົາເຈົ້າ. ອັດຕາສ່ວນການແຕ່ງງານແຕ່ຍັງນ້ອຍຂອງຊາວໜຸ່ມໃນຕົວເມືອງແມ່ນມີໜ້ອຍກວ່າ ເມື່ອທຽບໃສ່ໃນເຂດຊົນນະບົດ ແລະ ການແຕ່ງງານແຕ່ອາຍຸຍັງນ້ອຍຢູ່ໃນບາງຊົນເຜົ່າແມ່ນຍັງມີຫຼາຍ.

ສປປ.ລາວ ຍັງເປັນປະເທດໜຶ່ງທີ່ມີອັດຕາການເກີດລູກຂອງໄວໜຸ່ມສູງທີ່ສຸດໃນພາກພື້ນ, ມີເດັກເກີດ 94 ຄົນຕໍ່ໄວໜຸ່ມຍິງຈຳນວນ 1,000 ຄົນ (ອາຍຸ 15-19 ປີ), ແລະ ມີຄວາມແຕກຕ່າງກັນຫຼາຍລະຫວ່າງເຂດຊົນນະບົດ ແລະ ຕົວເມືອງ ໂດຍໃນຊົນນະບົດມີເດັກເກີດ 114 ຄົນ ແລະ ໃນຕົວເມືອງມີເດັກເກີດ 44 ຄົນ ຕໍ່ໄວໜຸ່ມຍິງ 1,000 ຄົນ.

ໃນດ້ານການສຶກສາ, ອັດຕາການເຂົ້າໂຮງຮຽນຊັ້ນປະຖົມຂອງເດັກນ້ອຍແມ່ນ 95.2%. ອັດຕາການຮູ້ໜັງສືຂອງຊາວໜຸ່ມອາຍຸ 15-19 ປີ ແມ່ນສູງກວ່ານ້ອຍໜຶ່ງ ຖ້າສົມທຽບກຸ່ມອາຍຸ 20-24 ປີ, ແລະ ອັດຕາການຮູ້ໜັງສືຂອງຊາວໜຸ່ມເພດຍິງ ແມ່ນຕ່ຳກວ່າເພດຊາຍທີ່ຢູ່ໃນກຸ່ມອາຍຸ 15-24 ປີ, ຄິດເປັນ 69% ແລະ 77% ຕາມລຳດັບ.

ການມີສ່ວນຮ່ວມໃນກຳລັງແຮງງານຂອງຄົນໜຸ່ມຢູ່ ສປປ.ລາວ ແມ່ນມີສູງ. ອັດຕາການມີສ່ວນຮ່ວມໃນກຳລັງແຮງງານຂອງພົນລະເມືອງໃນກຸ່ມອາຍຸ 15-19 ປີ ແມ່ນ 48.9% ແລະ 83.7% ໃນກຸ່ມອາຍຸ 20-24 ປີ. ໃນປັດຈຸບັນ, ອັດຕາການມີວຽກເຮັດຂອງແມ່ຍິງແມ່ນສູງກວ່າອັດຕາການມີວຽກເຮັດຂອງເພດຊາຍໃນກຸ່ມອາຍຸ 15-24 ປີ. ອັດຕາການວ່າງງານໃນກຸ່ມອາຍຸ 15-24 ປີ ແມ່ນສູງກວ່າກຸ່ມທີ່ມີອາຍຸແກ່ກວ່າເຂົາເຈົ້າ ແລະ ຈະຂ້ອນຂ້າງສູງຢູ່ໃນຕົວເມືອງ. ອັດຕາການວ່າງງານຂອງຊາວໜຸ່ມໃນກຸ່ມອາຍຸ 15-24 ປີ ສຳລັບເພດຍິງແມ່ນ 2.5% ແລະ ສຳລັບເພດຊາຍແມ່ນ 3.5%.


No comments

Powered by Blogger.