ຈັບພໍ່ ຈັບແມ່ ຫົວໜ້າກຸ່ມຫົວຮຸນແຮງເມົາເຕ ທີ່ຢຶດເມືອງມາຣາວີ ປະເທດຟິລິບປິນ - ອິດສະຫຼະ

ຈັບພໍ່ ຈັບແມ່ ຫົວໜ້າກຸ່ມຫົວຮຸນແຮງເມົາເຕ ທີ່ຢຶດເມືອງມາຣາວີ ປະເທດຟິລິບປິນ



ສຳນັກຂ່າວຕ່າງປະເທດລາຍງານ 11 ມິຖຸນາ 2017 ວ່າ: ພົນໂທ ໂຈ-ອາ ເຮີເຣຣາ ໂຄສົກກອງທັບຟິລິບປິນຖະແຫຼງວ່າ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໃຊ້ວິທີບຸກຄົນຕາມບ້ານເຮືອນປະຊາຊົນເທື່ອລະຫຼັງ ໃນເມືອງມາຣາວີ ເພື່ອຄົ້ນຫາສະມາຊິກກຸ່ມຕິດອາວຸດເມົາເຕ ເຊິ່ງເປັນແນວຮ່ວມຂອງກຸ່ມ IS ແລະ ຍັງຄົງຫຼົບລີ້ຢູ່ໃນເຂດດັ່ງກ່າວ ພາຍຫຼັງທີ່ຂໍ້ຕົກລົງຢຸດຍິງຊົ່ວຄາວເພື່ອມະນຸດສະທຳບໍ່ໄດ້ຜົນ ແລະ ການສູ່ຮົບໄດ້ຮຸນແຮງຂຶ້ນອີກຄັ້ງເມື່ອວັສຸກທີ່ຜ່ານມາ ໂດຍກຸ່ມຄົນຮ້າຍໄດ້ເລືອກເອົາມັດສະຢິດເປັນສະຖານທີ່ຫຼົບລີ້ ແລະ ໃຊ້ປະຊາຊົນເປັນກຳແພງມະນຸດ ສ້າງຄວາມຍາກລຳບາກໃຫ້ແກ່ປະຕິບັດການຂອງເຈົ້າໜ້າທີ່.


ຂະນະທີ່ຈຳນວນຜູ້ເສຍຊີວິດຈາກການສູ່ຮົບທີ່ເລີ່ມແຕ່ວັນທີ 23 ພຶດສະພາ 2017 ທີ່ຜ່ານມາ ຫຼາຍກວ່າ 200 ຄົນແລ້ວ ແບ່ງເປັນກຸ່ມຄົນຮ້າຍຢ່າງໜ້ອຍ 138 ຄົນ, ທະຫານ ແລະ ຕຳຫຼວດລວມກັນຢ່າງໜ້ອຍ 58 ຄົນ ແລະ ປະຊາຊົນຢ່າງໜ້ອຍ 21 ຄົນ.


ນອກຈາກນີ້ກອງທັບຟິລິບປິນເຊື່ອວ່າ "ມີຄວາມເປັນໄປໄດ້ສູງຫຼາຍ" ທີ່ທ້າວ ໂອມານ ເມົາເຕ ແລະ ທ້າວ ມາດີ ເມົາເຕ ໜຶ່ງໃນກຸ່ມອ້າຍນ້ອງຫົວຮຸນແຮງເມົາເຕ ເສຍຊີວິດແລ້ວລະຫວ່າງການຕໍ່ສູ່ກັບເຈົ້າໜ້າທີ່ ແຕ່ຍັງເຫຼືອອີກຄົນໜຶ່ງຄືທ້າວ ອັບດຸນເລາະ ເມົາເຕ ເຊິ່ງເປັນຜູ້ບັນຊາການ, ເຖິງຢ່າງໃດກໍ່ຕາມໜ່ວຍຂ່າວກອງກຳລັງກວດສອບລາຍງານດັ່ງກ່າວຢ່າງລະອຽດ ເຊິ່ງມີການເຜີຍແຜ່ອອກມາພາຍຫຼັງການຈັບກຸມນາງ ໂອເມນຕາ ໂຣມາໂຕ ເມົາເຕ ແມ່ຂອງທ້າວ ໂອມານ ແລະ ທ້າວ ອັບດຸນເລາະ ໂດຍເຈົ້າໜ້າທີ່ຢຶດຂອງກາງຈາກນາງ ໂອເມນຕາ ທີ່ມີທັງອາວຸດປືນ, ລູກປືນ ແລະ ລະເບີດ ພ້ອມຈັບກຸ່ມຜູ້ຕ້ອງສົງໄສທີ່ເປັນເພດຍິງອີກຈຳນວນໜຶ່ງອີກດ້ວຍ ແລະ ເຈົ້າໜ້າທີ່ສາມາດຈັບກຸ່ມທ້າວ ຄາຢາໂມຣາ ເມົາເຕ ພໍ່ຂອງບັນດາອ້າຍນ້ອງເມົາເຕ ໄດ້ທີ່ເມືອງດາເວົາ ເມື່ອວັນອັງຄານທີ່ຜ່ານມາ ແລະ ປັດຈຸບັນທ້າວ ຄາຢາໂມຣາ ຖືກຄວບຄຸມຕົວຢູ່ໃນຄ້າຍທະຫານແລ້ວ.


No comments

Powered by Blogger.