ເກົາຫຼີເໜືອທົດສອບເຄື່ອງຈັກຂີປະນາວຸດໃໝ່ ໃນຂະນະທີ່ສະຫະລັດອາເມຣິກາລົ້ມເຫຼວໃນການທົດສອບລະບົບປ້ອງກັນຂີປະນາວຸດ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhYLnLDMw9ihI8N-DKlHOCKS1TW-6rT7oHEhMa584oEuv_aL3RFCo9sSsVeEVBdMe8U16hPdAwDQHAxHI1LZ2ocGS_4yK4nlWHai6a7fzRRwV0xDWfM0sUBtQj_5Rdp9ZROMTUZeQqmdyo/s1600/431.jpg)
ສຳນັກຂ່າວຕ່າງປະເທດລາຍງານ 23 ມິຖຸນາ 2017 ໂດຍອ້າງຂໍ້ມູນຈາກແຫຼ່ງຂ່າວລະດັບສູງຂອງລັດຖະບານສະຫະລັດອາເມຣິກາວ່າ ເກົາຫຼີເໜືອໄດ້ມີການທົດລອງເຄື່ອງຈັກຈະຫຼວດປະສິດທິພາບສູງຄັ້ງໃໝ່ ເຖິງຈະບໍ່ມີການເປີດເຜີຍຂໍ້ມູນເພີ່ມເຕີມທີ່ຫຼາຍພໍ ແຕ່ຝ່າຍສະຫະລັດອາເມຣິກາເຊື່ອວ່າການທົດສອບທີ່ເກີດຂຶ້ນຄືຄວາມພະຍາຍາມຄັ້ງຫຼ້າສຸດຂອງລັດຖະບານເກົາຫຼີເໜືອໃນການພັດທະນາໂຄງການຜະລິດຂີປະນາວຸດຂ້າມທະວີບ (ICBM) ໃຫ້ສາມາດໂຈມຕີໄດ້ໄກເຖິງແຜ່ນດິນໃຫຍ່ຂອງສະຫະລັດອາເມຣິກາ.
ເຊິ່ງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາປະກາດວ່າ ການຢຸດຕິໂຄງການນິວເຄຼຍຂອງເກົາຫຼີເໜືອຄື ໜຶ່ງໃນວາລະສຳຄັນທີ່ສຸດໃນດ້ານນະໂຍບາຍຕ່າງປະເທດຂອງລັດຖະບານສະຫະລັດອາເມຣິກາຊຸດປັດຈຸບັນ, ສ່ວນໃນດ້ານຂອງທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາກ່າວລະຫວ່າງການພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານຈີນ ທີ່ນະຄອນຫຼວງວໍຊິງຕັນເມື່ອວັນພຸດທີ່ຜ່ານມາວ່າ ຈີນມີພາລະກິດທາງການທູດໃນການເພີ່ມແຮງກົດດັນທັງທາງດ້ານການເມືອງ ແລະ ເສດຖະກິດຕໍ່ເກົາຫຼີເໜືອ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການຮຸນແຮງຢູ່ແຫຼມເກົາຫຼີ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEjeOnwPoi8FBFxSiNVGU0xAGGZpHWyJfO-0b1ucSzTBiWp96fAsbVeyFccawtMW9gcRybjsxC2MvDQqlqseGDdq3mlDC1vEk8nUvUfWdFKrmfcJ9Z40Wgwma5HC78APMlpQQtQExBNd4e8/s1600/430.jpg)
ໃນຂະນະດຽວກັນສຳນັກງານປ້ອງກັນຂີປະນາວຸດ (MDA) ຂອງກະຊວງປ້ອງກັນປະເທດສະຫະລັດອາເມຣິກາໄດ້ລາຍງານເມື່ອວັນພະຫັດທີ່ຜ່ານມາວ່າ ເຮືອຮົບ USS John Paul Jones ປະສົບຄວາມລົ້ມເຫຼວໃນການທົດສອບປະສິດທິພາບຂອງລະບົບປ້ອງກັນຂີປະນາວຸດ ໂດຍຂີປະນາວຸດນຳວິຖີ Standard Missile-3 (SM-3) ທີ່ເດີນທາງອອກຈາກເຮືອ ພາດເປົ້າໝາຍຄືການທຳລາຍຂີປະນາວຸດວິຖີໂຄ້ງ (MRBM) ທີ່ມີການຍິງອອກຈາກຖານທັບເກາະຄາວາຍອິ ເຊິ່ງເປັນເກາະຂະໜາດໃຫຍ່ທີ່ສຸດຂອງກຸ່ມເກາະຮາວາຍ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ