ທ່ານນາຍົກລັດຖະມົນຕີ ລົງຢ້ຽມຢາມ ແລະ ຊຸກຍູ້ພື້ນຖານການຜະລິດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ລົງຢ້ຽມຢາມ ແລະ ຊຸກຍູ້ພື້ນຖານການຜະລິດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ



ໃນວັນທີ 20 ມິຖຸນາ 2017, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວວຽກງານ ແລະ ຢ້ຽມຢາມ ພື້ນຖານການຜະລິດຈໍານວນໜຶ່ງ ເປັນຕົ້ນ ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ (ແຊມວນອຸນດົງ) ແລະ ສູນຂໍ້ມູນທີ່ນຳໃຊ້ພະລັງງານ ຢ່າງມີປະສິດທິພາບ ແຫ່ງ ສປປ.ລາວ (ສູນຂໍ້ມູນ Data Center) ຢູ່ບ້ານດົງໝາກຄາຍ, ນະຄອນຫຼວງວຽງຈັນ. ຈາກນັ້ນ, ໄດ້ສືບຕໍ່ຢ້ຽມຊົມສວນປູກຜັກປອດສານພິດ ໃນເຮືອນຮົ່ມ ຢູ່ບ້ານຫາດໄຊ ເມືອງທຸລະຄົມ, ຢ້ຽມຊົມ ການທົດລອງລ້ຽງງົວຜູ້ທອມ ແລະ ງົວແມ່ປັບປຸງພັນ ຂອງຄອບຄົວຕົວແບບ ບ້ານຖິ່ນຍຸງ, ໂຮງງານ ຜະລິດຕະພັນຫວາຍ ເມືອງວຽງຄຳ, ພ້ອມທັງ ຢ້ຽມຢາມ. ພ້ອມດຽວກັນນັ້ນ, ກໍ່ໄດ້ພົບປະກັບປະຊາຊົນ ກຸ່ມຫັດຖະກຳຈັກສານ ບ້ານ ນາຍາງ ແລະ ປະຊາຊົນ ບ້ານ ແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ.


ສູນຝຶກອົບຮົມ ເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ແມ່ນນອນຢູ່ໃນໂຄງການ ພັດທະນາຊົນນະບົດແບບມີສ່ວນຮ່ວມ ຕາມແບບແຊມວນອຸນດົງ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກລັດຖະບານ ສ.ເກົາຫຼີ ຫຼື KOICA ໂຄງການດັ່ງກ່າວ ແມ່ນໃຊ້ເວລາ 5 ປີ ໂດຍເລີ່ມແຕ່ປີ 2015-2019 ໃນມູນຄ່າ 14 ລ້ານກວ່າໂດລາສະຫະລັດ, ໂດຍມີເປົ້າໝາຍ ຈັດຕັ້ງປະຕິບັດວຽກງານຢູ່ 2 ແຂວງ, 6 ເມືອງ, 30 ບ້ານເປົ້າໝາຍ ໃນນີ້ຢູ່ ແຂວງວຽງຈັນ ຈໍານວນ 17 ບ້ານ ແລະ ສະຫວັນນະເຂດ ຈໍານວນ 13 ບ້ານ. ເປົ້າໝາຍຫຼັກຂອງໂຄງການດັ່ງກ່າວ ເພື່ອ 1). ຫຼຸດຜ່ອນຄວາມທຸກຍາກ; 2). ປັບປຸງຄຸນນະພາບ ໃນການດໍາລົງຊີວິດ ຂອງປະຊາຊົນ ແລະ 3). ພັດທະນາຊົນນະບົດແບບຍືນຍົງ. ປັດຈຸບັນ ສູນດັ່ງກ່າວ ໄດ້ຮັບການກໍ່ສ້າງສຳເລັດແລ້ວ 90%, ຄາດວ່າຈະສຳເລັດສົມບູນ ແລະ ເປີດນຳໃຊ້ຢ່າງເປັນທາງການ ໃນທ້າຍປີນີ້ ໃນມູນຄ່າ 2,2 ລ້ານໂດລາສະຫະລັດ, ໃນໄລຍະດຳເນີນການກໍ່ສ້າງສູນ ຍັງໄດ້ມີການຝຶກອົບຮົມ ໃຫ້ແກ່ພະນັກງານພາຍໃນສູນ ແລະ ອໍານາດການປົກຄອງ ບ້ານຕ່າງໆ ເກືອບ 200 ຄົນ.


ສຳລັບສູນຂໍ້ມູນ Data Center ແມ່ນໄດ້ຮັບການສະໜັບສະໜູນ ຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ມີ 340 Server, ຂະໜາດບັນຈຸຂໍ້ມູນໃນຮາດດິສ HDD:400 TB/40.000 GB, ປະຈຸບັນ ແມ່ນໄດ້ນໍາໃຊ້ເນື້ອທີ່ພຽງແຕ່ 15-20% ເພື່ອບັນຈຸຂໍ້ມູນ ທີ່ມີໃນປັດຈຸບັນ. ສູນຂໍ້ມູນ Data Center ມີຄວາມທັນສະໄໝ ແລະ ຮອງຮັບ ໃຫ້ແກ່ການເກັບກໍາຂໍ້ມູນໄດ້ຫຼາຍ ຊຶ່ງໄດ້ອອກແບບ ເພື່ອຮອງຮັບໃຫ້ສາມາດນໍາໃຊ້ຮ່ວມໄດ້ຫຼາຍລະບົບ ໃນວຽກງານຄຸ້ມຄອງ-ບໍລິຫານລັດ ແບບທັນສະໄໝ ແລະ ຈະປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດ ລະບົບບໍລິການປະຕູດຽວ ແຫ່ງຊາດ ໃຫ້ໄດ້ຮັບຜົນເປັນຈິງ.


ໃນໂອກາດເດີນທາງມາຢ້ຽມຢາມ ພື້ນຖານການຜະລິດໃນຄັ້ງນີ້ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກ ໃຫ້ອໍານາດການປົກຄອງແຂວງວຽງຈັນ ກໍ່ຄື ບັນດາ ໂຄງການພັດທະນາຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດທຸກໂຄງການ ແລະ ທຸກກິດຈະກຳ ໃຫ້ມີຜົນສຳເລັດຕາມເປົ້າໝາຍ ເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນເຂດຊົນນະບົດ, ສ້າງວຽກເຮັດງານທໍາ ແນໃສ່ ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊົນນະບົດ ໃຫ້ມີຄວາມຍືນຍົງ. ພ້ອມດຽວກັນນັ້ນ, ການພັດທະນາຊົນນະບົດ ຕ້ອງຕິດພັນກັບ ວຽກງານ 3 ສ້າງ, ນໍາໃຊ້ຊັບພະຍາກອນ ພາຍໃນທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ, ສໍາຄັນໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ ຂອງປະຊາຊົນ ໃຫ້ມີການຂະຫຍາຍຕົວ ເປັນຕົ້ນ ການປູກຜັກປອດສານພິດ ຕິດພັນກັບ ການຊອກຫາຕະຫຼາດ ທີ່ໝັ້ນຄົງ.



No comments

Powered by Blogger.