ລັດເຊຍສົ່ງຍົນຂັບໄລ່ຂຶ້ນບິນສະກັດຍົນສອດແນມຂອງສະຫະລັດອາເມຣິກາ ທີ່ບິນເຂົ້າມາໃກ້ເຂດນ່ານຟ້າຂອງປະເທດ - ອິດສະຫຼະ

ລັດເຊຍສົ່ງຍົນຂັບໄລ່ຂຶ້ນບິນສະກັດຍົນສອດແນມຂອງສະຫະລັດອາເມຣິກາ ທີ່ບິນເຂົ້າມາໃກ້ເຂດນ່ານຟ້າຂອງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 21 ມິຖຸນາ 2017 ວ່າ: ເມື່ອວັນທີ 20/06/2017 ທີ່ຜ່ານມາ ກະຊວງປ້ອງກັນປະເທດສະຫະລັດອາເມຣິກາຖະແຫຼງວ່າ ຍົນສອດແນມ RC-135 ຂອງສະຫະລັດອາເມຣິກາປະເຊີນໜ້າກັບຍົນຂັບໄລ່ Su-27 ຂອງກອງທັບລັດເຊຍບໍລິເວນເຂດນ່ານຟ້າສາກົນຂອງທະເລບໍຕິກ (Baltic Sea) ເມື່ອວັນຈັນທີ່ຜ່ານມາ ໂດຍຍົນລຳດັ່ງກ່າວຂອງລັດເຊຍມີການຕິດອາວຸດຄົບຊຸດອີກດ້ວຍ ແລະ ເຄື່ອນທີ່ຢ່າງວ່ອງໄວເຂົ້າຫາຍົນຂອງສະຫະລັດອາເມຣິກາ ແລະ ບິນໃນໄລຍະຫ່າງພຽງ 5 ແມັດ ຖືເປັນການສະແດງງອອກຂອງນັກບິນທີ່ຂາດຄວາມເປັນມືອາຊີບ ແລະ ສ່ຽງຕໍ່ການເກີດອັນຕະລາຍຢ່າງຍິ່ງ (ຄຳຖະແຫຼງຂອງສະຫະລັດອາເມຣິກາ).

ເຖິງຢ່າງໃດກໍ່ຕາມຖະແຫຼງການຂອງກະຊວງປ້ອງກັນປະເທດລັດເຊຍລະບຸວ່າ ຍົນ Su-27 ຂອງລັດເຊຍຈຳເປັນຕ້ອງເຂົ້າສະກັດຍົນ RC-135 ຂອງອາເມຣິກາ ພາຍຫຼັງພົບວ່າຍົນຂອງອີກຝ່າຍເຄື່ອນທີ່ໃນທິດທາງທີ່ມຸ່ງໜ້າສູ່ນ່ານຟ້າລັດເຊຍ ເຊິ່ງຍົນ RC-135 ໄດ້ບິນເຂົ້າມາໃກ້ນ່ານຟ້າລັດເຊຍ ແລ້ວລ້ຽວກັບຢ່າງກະທັນຫັນໃນໄລຍະໃກ້ ແຕ່ໃນທີ່ສຸດທ້າຍຝ່າຍສະຫະລັດອາເມຣິກາກໍ່ເປັນຝ່າຍຖອຍອອກຈາກນ່ານຟ້າລັດເຊຍ.

ເຊິ່ງນັບແຕ່ວັນທີ 2 ມິຖຸນາ 2017 ເປັນຕົ້ນມາ ຍົນຮົບຂອງສະຫະລັດອາເມຣິກາ ແລະ ລັດເຊຍປະເຊີນໜ້າກັນແລ້ວຢ່າງໜ້ອຍ 35 ຄັ້ງ ໃນເຂດນ່ານຟ້າສາກົນເໜືອທະເລບໍຕິກ ແຕ່ເຫດການຄັ້ງລ່າສຸດນີ້ເກີດຂຶ້ນພຽງ 1 ມື້ ພາຍຫຼັງທີ່ລັດຖະບານລັດເຊຍປະກາດຈະກວດສອບ ແລະ ຈັບຕາທຸກວັດຖຸຂອງສະຫະລັດອາເມຣິກາ ແລະ ພັນທະມິດທີ່ບິນຜ່ານເຂົ້າມາໃນຝັ່ງຕາເວັນຕົກນອງແມ່ນ້ຳຢູເຟຼຕິສ ຂອງປະເທດຊີຣີ ພາຍຫຼັງທີ່ຍົນຂັບໄລ່ ​F-18 ຂອງສະຫະລັດອາເມຣິກາຍິງຍົນຖິ້ມລະເບີດ Su-22 ຂອງກອງທັບຊີຣີຕົກໃນແຂວງຣັກກາ ໂດຍສະຫະລັດອາເມຣິກາໃຫ້ເຫດຜົນວ່າ ເພື່ອປ້ອງກັນຕົນເອງ ເນື່ອງຈາກຍົນຂອງກອງທັບຊີຣີໂຈມຕີກອງກຳລັງຊາວເຄີດທີ່ເປັນພັນທະມິດຂອງສະຫະລັດອາເມຣິກາ.

No comments

Powered by Blogger.