ຈີນສ້າງທາງຫຼວງຂ້າມທະເລຊາຍຍາວທີ່ສຸດໃນໂລກ ຈາກປັກກິ່ງເຖິງຊິນຈຽງອຸຍກູ - ອິດສະຫຼະ

ຈີນສ້າງທາງຫຼວງຂ້າມທະເລຊາຍຍາວທີ່ສຸດໃນໂລກ ຈາກປັກກິ່ງເຖິງຊິນຈຽງອຸຍກູ


 

ສຳນັກຂ່າວຊິນຫົວຂອງຈີນ ເຜີຍແຜ່ພາບຖ່າຍສ່ວນໜຶ່ງຂອງທາງຫຼວງຂ້າມທະເລຊາຍທີ່ຍາດທີ່ສຸດນໂລກ ທີ່ຈະເປີດໃຫ້ບໍລິການໃນທ້າຍເດືອນມິຖຸນານີ້ ແລະ ສ່ວນອື່ນໆທີ່ຍັງເຫຼືອມີກຳນົດວ່າຈະເປີດໃຫ້ບໍລິການໃນປີ 2019.

ສຳລັບທາງຫຼວງເສັ້ນດັ່ງກ່າວຈະເຊື່ອມລະຫວ່າງນະຄອນຫຼວງປັກກິ່ງ ກັບເຂດປົກຄອງຊິນຈຽງອຸຍກູ ໂດຍມີຄວາມຍາວເຖິງ 2,540 ກິໂລແມັດ ແລະ ມີແລວທາງຜ່ານ 6 ມົນທົນ.

ນອກຈາກນີ້ສ່ວນໜຶ່ງຂອງທາງຫຼວງສາຍດັ່ງກ່າວຍັງຜ່ານລະຫວ່າງ Linhe ແລະ Baigeda ໃນເຂດປົກຄອງຕົນເອງມອງໂກເລຍ ມີຄວາມຍາວ 930 ກິໂລແມັດ ທີ່ມີແລວທາງຂ້າມທະເລຊາຍໂກບີ ແລະ ທະເລຊາຍ Badain Jaran ເຮັດໃຫ້ທາງຫຼວງນີ້ກາຍເປັນທາງຫຼວງຂ້າມທະເລຊາຍທີ່ຍາວທີ່ສຸດໃນໂລກ.






No comments

Powered by Blogger.