ສະຖານະການໄຟໄໝ້ປ່າ ຢູ່ປອກຕຸຍການຍັງຄົງໜ້າເປັນຫ່ວງ ແລະ ມີຜູ້ເສຍຊີວິດແລ້ວກວ່າ 60 ຄົນ - ອິດສະຫຼະ

ສະຖານະການໄຟໄໝ້ປ່າ ຢູ່ປອກຕຸຍການຍັງຄົງໜ້າເປັນຫ່ວງ ແລະ ມີຜູ້ເສຍຊີວິດແລ້ວກວ່າ 60 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 20 ມິຖຸນາ 2017 ວ່າ: ທ່ານ ອັນໂຕນິໂອ ຄອສຕາ ນາຍົກລັດຖະມົນຕີປອກຕຸຍການ ລົງກວດກາໃນເຂດເມືອງໄລຣາ ແລະ ກັສເຕໂລ ບຣານໂກ ພາກກາງຂອງປະເທດ ຫ່າງຈາກນະຄອນຫຼວງລິສບອນ ປະມານ 200 ກິໂລແມັດ ເມື່ອວັນອາທິດທີ່ຜ່ານມາ ເພື່ອສຳຫຼວດຄວາມເສຍຫາຍ ແລະ ສັງເກດການການເຮັດວຽກຂອງເຈົ້າໜ້າທີ່ດັບເພີງ ຕະຫຼອດຮອດຢ້ຽມຢຽມ ແລະ ໃຫ້ກຳລັງໃຈປະຊາຊົນທີ່ໄດ້ຮັບຄວາມເດືອດຮ້ອນຈາກໄຟປ່າໃນຄັ້ງນີ້ ເຊິ່ງມີຄວາມຮຸນແຮງທີ່ສຸດໃນປະຫວັດສາດຂອງປະເທດ.

ຂະນະທີ່ຈຳນວນຜູ້ເສຍຊີວິດຈາກໄຟປ່າທີ່ເລີ່ມຂຶ້ນເມື່ອວັນເສົາທີ່ຜ່ານມາ ເພີ່ມເປັນຢ່າງໜ້ອຍ 63 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 135 ຄົນ ໂດຍສ່ວນໃຫຍ່ແມ່ນຄາຢູ່ໃນລົດທີ່ແລ່ນຕາມເສັ້ນທາງເລກທີ 236 ເນື່ອງຈາກເຂດດັ່ງກ່າວສອງຝາກທາງເປັນປ່າຕຶບໜາທີ່ຖືວ່າເປັນເຊື້ອໄຟຊັ້ນດີ, ແຕ່ກໍ່ມີລາຍງານຂ່າວດີວ່າພົບຜູ້ຮອດຊີວິດຢ່າງໜ້ອຍ 12 ຄົນ ໜຶ່ງໃນນັ້ນເປັນຜູ້ເຖົ້າອາຍຸ 95 ປີ ທີ່ພາກັນເຂົ້າໄປຢູ່ໃນຖັງນ້ຳ.

ໃນດ້ານຂອງປະເທດແອັດສະປາຍ, ຝຣັ່ງ, ອິຕາລີ ໄດ້ຮ່ວມກັນສົ່ງມອບຄວາມຊ່ວຍເຫຼືອໃນການດັບເພີງໄຟປ່າໃຫ້ແກ່ປອກຕຸຍການທັງການສົ່ງຍົນດັບເພີງ ແລະ ເຈົ້າໜ້າທີ່ດັບເພີງເຂົ້າຮ່ວມປະຕິບັດການຮ່ວມ, ປັດຈຸບັນມີລາຍງານເຂດທີ່ເກີດໄຟປ່າຍັງເຫຼືອອີກ 35 ຈຸດ ຈາກເດີມທີ່ເກີດຂຶ້ນຫຼາຍກວ່າ 60 ຈຸດທົ່ວປະເທດຕັ້ງແຕ່ທ້າຍອາທິດທີ່ຜ່ານມາ ແລະ ມີເຈົ້າໜ້າທີ່ທີ່ກຳລັງປະຕິບັດການຢູ່ໃນເຂດທີ່ມີໄຟໄໝ້ຫຼາຍກວ່າ 2,000 ຄົນ ພ້ອມລົດສີດນໍ້າອີກ 700 ຄັນ.


No comments

Powered by Blogger.