3 ປະເທດໃນອາຊຽນປະສານກຳລັງ ຍາມຝັ່ງປ້ອງກັນໄພຈາກກຸ່ມຫົວຮຸນແຮງ ທີ່ຈະເຂົ້າມາເຄື່ອນໄຫວກໍ່ການຮ້າຍ - ອິດສະຫຼະ

3 ປະເທດໃນອາຊຽນປະສານກຳລັງ ຍາມຝັ່ງປ້ອງກັນໄພຈາກກຸ່ມຫົວຮຸນແຮງ ທີ່ຈະເຂົ້າມາເຄື່ອນໄຫວກໍ່ການຮ້າຍ



ສຳນັກຂ່າວຕ່າງປະເທດລາຍງານ 20 ມິຖຸນາ 2017 ວ່າ: ລັດຖະມົນຕີກະຊວງປ້ອງກັນປະເທດ 3 ຊາດໃນອາຊຽນທີ່ປະກອບດ້ວຍ: ຟິລິບປິນ, ອິນໂດເນເຊຍ ແລະ ມາເລເຊຍ ຮ່ວມກັນເປັນປະທານໃນພິທີເປີດປະຕິບັດການລາດຕະເວນທາງທະເລ ທີ່ເມືອງຕາຣາກັນ ນອກຊາຍຝັ່ງທາງທິດເໜືອຂອງເກາະບໍນຽວ ເມື່ອວັນຈັນທີ່ຜ່ານມາ.

ໃນມື້ດຽວກັນນັ້ນ ກອງທັບຂອງທັງສາມປະເທດໄດ້ເປີດສູນບັນຊາການທາງທະເລຮ່ວມກັນທີ່ເມືອງຕາເວົາ ໃນລັດຊາບາ ເກາະບໍນຽວຝັ່ງມາເລເຊຍ ແລະ ເມືອງບອງເກົາ ໃນຟິລິບປິນອີກດ້ວຍ, ສຳລັບການແລກປ່ຽນ ແລະ ແບ່ງປັນຂໍ້ມູນດ້ານຄວາມໝັ້ນຄົງກ່ຽວກັບເສັ້ນທາງເຮືອ ແລະ ການເຄື່ອນໄຫວອື່ນໆທີ່ສຳຄັນ ກໍ່ເພື່ອເປັນການຍົກລະດັບປະສິດທິພາບໃນການກວດສອບການເຄື່ອນໄຫວຂອງກຸ່ມຫົວຮຸນແຮງໃນຂົງເຂດດັ່ງກ່າວ ໂດຍສະເພາະກຸ່ມອາບູ ໄຊຢາບ ທີ່ມີເຂດທີ່ໝັ້ນຢູ່ໃນພາກໃຕ້ຂອງຟິລິບປິນ ແລະ ເພື່ອປ້ອງກັນເຫດຮ້າຍທີ່ອາດເກີດຂຶ້ນກັບເຮືອປະມົງ ແລະ ເຮືອຂອງນັກທ່ອງທ່ຽວ ບໍ່ວ່າຈະເປັນການປຸ້ນຈີ້ ຫຼື ລັກພາຕົວ, ນອກຈາກນີ້ລັດຖະບານອິນໂດເນເຊຍ, ຟິລິບປິນ ແລະ ມາເລເຊຍ ຍັງໄດ້ຂໍຄວາມຮ່ວມມືຈາກຊາວປະມົງໃນຂົງເຂດດັ່ງກ່າວໃຫ້ລາຍງານຕໍ່ເຈົ້າໜ້າທີ່ທັນທີ ຫາກພົບເຫັນການເຄື່ອນໄຫວຂອງກຸ່ມຕ້ອງສົງໄສ.

ການເພີ່ມຄວາມຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງທັງສາມປະເທດໃນອາຊີຕາເວັນອອກສຽງໃຕ້ ທີ່ມີພົນແດນທາງທະເລເຊື່ອມຈອດເຖິງກັນນັ້ນ ໄດ້ເກີດຂຶ້ນໃນຂະນະທີ່ກອງທັບຟິລິບປິນຍັງຄົງສູ້ຮົບກັບກຸ່ມຫົວຮຸນແຮງເມົາເຕ ເຊິ່ງເປັນແນວຮ່ວມຂອງກຸ່ມ IS ທີ່ບຸກເຂົ້າຢຶດເມືອງມາຣາວີ ເທິງເກາະບິນດາເນົາ ພາກໃຕ້ຂອງປະເທດຟິລິບປິນຢູ່.

No comments

Powered by Blogger.