ອົດສະຕຣາລີ ຢຸດຕິການໂຈມຕີທາງອາກາດໃນຊີຣີຊົ່ວຄາວ ຫຼັງລັດເຊຍປະກາດຈະຕິດຕາມ ແລະ ກວດຈັບທຸກວັດຖຸໃນນ່ານຟ້າຊີຣີ - ອິດສະຫຼະ

ອົດສະຕຣາລີ ຢຸດຕິການໂຈມຕີທາງອາກາດໃນຊີຣີຊົ່ວຄາວ ຫຼັງລັດເຊຍປະກາດຈະຕິດຕາມ ແລະ ກວດຈັບທຸກວັດຖຸໃນນ່ານຟ້າຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 20 ມິຖຸນາ 2017 ວ່າ: ທາງການອົດສະຕຣາລີຖະແຫຼງວ່າ  ກອງກຳລັງປ້ອງກັນອົດສະຕຣາລີ (ADF) ຢຸດຕິປະຕິບັດການໂຈມຕີທາງອາກາດໃນຊີຣີຊົ່ວຄາວ ເພື່ອປ້ອງກັນຄວາມປອດໄພໄວ້ກ່ອນ ພາຍຫຼັງທີ່ທາງການລັດເຊຍຖະແຫຼງວ່າ ຫາກພົບວ່າມີຍົນ ຫຼື ໂດຣນແບບບໍ່ມີຄົນຂັບຂອງສະຫະລັດອາເມຣິກາ ແລະ ກອງກຳລັງພັນທະມິດທີ່ນຳໂດຍສະຫະລັດອາເມຣິກາ ບິນເຂົ້າມາໃນເຂດນ່ານຟ້າເໜືອແມ່ນ້ຳຢູເຟຼຕີສ ໃນຊີຣີຈະຖືວ່າເປັນໄພຮຸກຮານ ໂດຍຈະຕິດຕາມ ແລະ ກວດຈັບດ້ວຍລະບົບປ້ອງກັນທາງອາກາດ ແລະ ຍົນຮົບທາງການທະຫານ ແຕ່ບໍ່ໄດ້ບອກວ່າຈະຍິງໃຫ້ຕົກຫຼືບໍ່.

ທາງການລັດເຊຍຖະແຫຼງຊັດເຈນວ່າ ລັດເຊຍຈະປັບປ່ຽນທ່າທີທາງການທະຫານ ເພື່ອຕອບໂຕ້ທີ່ສະຫະລັດອາເມຣິກາຍິງຍົນ Su-22 ຂອງກອງທັບຊີຣີຕົກເມື່ອວັນອາທິດທີ່ຜ່ານມາ (18/06/207).

ຂ່າວທີ່ກ່ຽວຂ້ອງ:
- ລັດເຊຍສັ່ງໃຫ້ລະບົບປ້ອງກັນອາກາດກວດຈັບທຸກວັດຖຸໃນນ່ານຟ້າຊີຣີ ພາຍຫຼັງອາເມຣິກາຍິງຍົນກອງທັບຊີຣີຕົກ


No comments

Powered by Blogger.