ກອງທັບອີຣານ ຍິງຂີປະນາວຸດໂຈມຕີເຂດທີ່ໝັ້ນ IS ຕອບໂຕ້ທີ່ເຂົ້າມາກໍ່ການຮ້າຍໃນອີຣານ - ອິດສະຫຼະ

ກອງທັບອີຣານ ຍິງຂີປະນາວຸດໂຈມຕີເຂດທີ່ໝັ້ນ IS ຕອບໂຕ້ທີ່ເຂົ້າມາກໍ່ການຮ້າຍໃນອີຣານ



ສຳນັກຂ່າວຕ່າງປະເທດລາຍງານ 20 ມິຖຸນາ 2017 ວ່າ: ກອງທັບອີຣານຍິງຂີປະນາວຸດຫຼາຍລູກ ໂຈມຕີເຂດທີ່ໝັ້ນຂອງກອງກຳລັງລັດອິດສະລາມ (IS) ໃນພາກຕາເວັນອອກຂອງຊີຣີ ເມື່ອວັນອາທິດທີ່ຜ່ານມາ (18/06/2017) ຕາມເວລາທ້ອງຖິ່ນ, ເພື່ອເປັນການຕອບໂຕ້ທີ່ນັກຮົບ IS ກໍ່ເຫດບຸກເຂົ້າໂຈມຕີສະພາອີຣານ ແລະ ສຸສານໂຄໄມນີ ຜູ້ນຳການປະຕິວັດອິດສະລາມອີຣານ ໃນນະຄອນຫຼວງເຕຫະຣານ ເມື່ອວັນທີ 07/06/2017 ທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດ 18 ຄົນ. ເຊິ່ງການໂຈມຕີໃນຄັ້ງນີ້ ເປັນຄັ້ງທຳອິດໃນຮອບ 30 ປີ ທີ່ອີຣານສົ່ງຂີປະນາວຸດໄປໂຈມຕີເປົ້າໝາຍນອກປະເທດ ພາຍຫຼັງສິ້ນສຸດສົງຄາມລະຫວ່າງອິຣັກກັບອີຣານເມື່ອປີ 1980-1988.


No comments

Powered by Blogger.