ລັດເຊຍສັ່ງໃຫ້ລະບົບປ້ອງກັນອາກາດກວດຈັບທຸກວັດຖຸໃນນ່ານຟ້າຊີຣີ ພາຍຫຼັງອາເມຣິກາຍິງຍົນກອງທັບຊີຣີຕົກ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgT2cokAXEsnegnXzJeaisss8k-MDMJ9lLSfd9ET-Q7XCXDiFQhjpBQl7dOLxiWdfws0pOxRWslcDm6sQl93Ldd6M0B3Mqd8QMBUyvPZsZrL2_rno7cWe_uMbg4jf74DwmJ6jy1IXgpiS4/s1600/384.jpg)
ສຳນັກຂ່າວຕ່າງປະເທດລາຍງານ 20 ມິຖຸນາ 2017 ວ່າ: ກະຊວງການຕ່າງປະເທດລັດເຊຍອອກຖະແຫຼງການໃນມື້ວານນີ້ (19/06/2017) ວ່າ: ນັບແຕ່ນີ້ເປັນຕົ້ນໄປລະບົບປ້ອງກັນໄພທາງອາກາດຂອງລັດເຊຍຈະເລີ່ມກວດຈັບວັດຖຸທີ່ລອຍຢູ່ໃນອາກາດ ເໜືອຝັ່ງຕາເວັນຕົກຂອງແມ່ນໍ້າຢູເຟຼຕີິສ ທີ່ລວມເຖິງຍົນ ແລະ ໂດຣນແບບບໍ່ມີຄົນຂັບ ພ້ອມທັງໂດຣນຂອງກອງກຳລັງພັນທະມິດນານາຊາດອີກດ້ວຍ, ເຖິງຢ່າງໃດກໍ່ຕາມເນື້ອໃນຖະແຫຼງການບໍ່ໄດ້ລະບຸຊັດເຈນວ່າ ລັດເຊຍຈະຍິງຍົນຮົບຂອງສະຫະລັດອາເມຣິກາ ແລະ ພັນທະມິດຫຼືບໍ່.
![](https://blogger.googleusercontent.com/img/b/R29vZ2xl/AVvXsEgNiPLTDX6aeQQhUqSr6D2qIpr9G_yY82oKrkt5LxSd2ACGW3-x2MNKWYN0NKR0IhcW9506c6szyWebvj2qdqFgY5NilUdBLZll0lq-B44eNUCQJtVni8f-rnMLKqVmOIrOPsF7G_0nAYE/s1600/385.jpg)
ການທີ່ລັດເຊຍອອກຖະແຫຼງການດັ່ງກ່າວ ອາດເປັນເພາະຍົນຂັບໄລ່ F-18 ຂອງກອງທັບອາເມຣິກາຍິງຍົນຖິ້ມລະເບີດ Su-22 ຂອງກອງທັບຊີຣີຕົກ ໃນຂະນະທີ່ກຳລັງປະຕິບັດການຕໍ່ຕ້ານກຸ່ມ IS ຢູ່ບໍລິເວນເຂດບ້ານເຣຊາຟາ ໃນແຂວງຣັກກາ ພາກເໜືອຂອງປະເທດຊີຣີ ເມື່ອວັນອາທິດທີ່ຜ່ານມາ (18/06/2017), ເຊິ່ງໃນດ້ານຂອງກອງທັບສະຫະລັດອາເມຣິກາໃນອິຣັກໃຫ້ເຫດຜົນວ່າ ການຍິງຍົນຮົບຂອງຊີຣີ ເຊິ່ງກຳລັງໂຈມຕີເຂດທີ່ໝັ້ນຂອງແນວຮ່ວມນັກຮົບເຄີດພາຍໃຕ້ກອງກຳລັງປະຊາທິປະໄຕຊີຣີ (SDF) ທີ່ເປັນພັນທະມິດຂອງສະຫະລັດອາເມຣິການັ້ນ ເປັນຄວາມຈຳເປັນຕາມຫຼັກການປ້ອງກັນຕົນເອງຂອງກົດການປະທະໃນຍາມສົງຄາມ.
ໃນດ້ານຂອງພົນເອກ ໂຈເຊບ ດັນຟອດ ປະທານຄະນະເສນາທິການທະຫານຮ່ວມສະຫະລັດອາເມຣິກາ ກ່າວເຖິງເຫດການທີ່ເກີດຂຶ້ນທີ່ຫຼາຍຝ່າຍເປັນຫ່ວງວ່າອາດຈະຍິ່ງເພີ່ມຄວາມເຄັ່ງຕຶງໃຫ້ແກ່ສະຖານະການສົງຄາມທີ່ແກ່ຍາວມາເປັນເວລາ 6 ປີແລ້ວວ່າ ສະຫະລັດດຳເນີນການທຸກວິທີທາງຕາມຫຼັກການທູດ ແລະ ການທະຫານ ເພື່ອຫາທາງຟື້ນຟູວິທີຫຼຸດຜ່ອນຄວາມຂັດແຍ່ງ ພາຍຫຼັງມີລາຍງານວ່າລັດຖະບານລັດເຊຍໄດ້ປິດສາຍດ່ວນທາງທະຫານກັບສະຫະລັດອາເມຣິກາອີກຄັ້ງ, ໃນຂະນະດຽວກັນກະຊວງປ້ອງກັນປະເທດສະຫະລັດອາເມຣິກາໄດ້ອອກຄຳສັ່ງໃຫ້ປັບປ່ຽນຕຳແໜ່ງຍົນຮົບທີ່ປະຕິບັດການໃຫ້ຊີຣີໃໝ່ທັງໝົດ ເພື່ອຄວາມປອດໄພຂອງນັກບິນ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ