ຈີນເຕືອນພົນລະເມືອງຂອງຕົນໃນ ສປປ.ລາວ ໃຫ້ລະມັດລະວັງໄພອັນຕະລາຍ ພາຍຫຼັງທີ່ຄົນຈີນຖືກຍິງຕາຍໃນລາວ - ອິດສະຫຼະ

ຈີນເຕືອນພົນລະເມືອງຂອງຕົນໃນ ສປປ.ລາວ ໃຫ້ລະມັດລະວັງໄພອັນຕະລາຍ ພາຍຫຼັງທີ່ຄົນຈີນຖືກຍິງຕາຍໃນລາວ



19 ມິຖຸນາ 2017 : ສະຖານທູດຈີນ ປະຈຳນະຄອນຫຼວງວຽງຈັນ ອອກຖະແຫຼງການເຕືອນໄພພົນລະເມືອງຂອງຕົນໃນ ສປປ.ລາວ ໃຫ້ເພີ່ມຄວາມລະມັດລະວັງໃນການດຳລົງຊີວິດໃນລາວ ພາຍຫຼັງທີ່ເກີດເຫດພົນລະເມືອງຈີນຄົນໜຶ່ງຖືກຍິງເສຍຊີວິດເມື່ອວັນສຸກທີ່ຜ່ານມາ (16/06/2017) ຢູ່ແຂວງໄຊສົມບູນ ແຕ່ບໍ່ໄດ້ມີການເປີດເຜີຍຂໍ້ມູນໃດເພີ່ມເຕີມອີກ ແລະ ໄດ້ຮຽກຮ້ອງໃຫ້ລັດຖະບານລາວເລັ່ງກວດສອບ ແລະ ແກ້ໄຂເຫດການທີ່ເກີດຂຶ້ນ ດ້ວຍການຈັບກຸມຜູ້ກະທຳຜິດມາຮັບໂທດຕາມກົດໝາຍໃຫ້ໄວ້ທີ່ສຸດ.

No comments

Powered by Blogger.