ແຈ້ງການ...! ໄວຣັສຕັບອັກເສບຊະນິດ ເອ ກຳລັງລະບາດຢູ່ເມືອງໄຊທານີ ແລະ ເມືອງທຸລະຄົມ - ອິດສະຫຼະ

ແຈ້ງການ...! ໄວຣັສຕັບອັກເສບຊະນິດ ເອ ກຳລັງລະບາດຢູ່ເມືອງໄຊທານີ ແລະ ເມືອງທຸລະຄົມ



ວັນທີ 13 ມິຖຸນາ 2017 ທີ່ຜ່ານມາ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລື່ອງ: ມາດຕະການຄວບຄຸມ ແລະ ປ້ອງກັນການລະບາດຂອງໄວຣັສຕັບອັກເສບຊະນິດ ເອ. ພາຍຫຼັງກວດພົບວ່າ ມີການລະບາດຂອງໄວຣັສຕັບອັກເສບຊະນິດ ເອ ຢູ່ 6 ບ້ານ ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ເມືອງທຸລະຄົມ ແຂວງວຽງຈັນ ດັ່ງນັ້ນ, ທາງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນຈຶ່ງໄດ້ອອກແຈ້ງການ ເຖິງຫຼາຍພາກສ່ວນທີ່ກ່ຽວຂ້ອງດັ່ງນີ້:

ຫົວໜ້າຫອງການສາທາລະນະສຸກເມືອງ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ, ໃຫ້ເອົາໃຈໃສ່ຕິດຕາມກວດກາເຜີຍແພ່ຂໍ້ມູນຂ່າວສານ ບັນດາໂຮງງງານຜະລິດນໍ້າດື່ມ, ນໍ້າກ້ອນ ຕ້ອງປະຕິບັດຫຼັກສຸຂະອະນາໄມໃນການຜະລິດ, ພະນັກງານທຸກຄົນທີ່ພົວພັນກັບການຜະລິດຕ້ອງໄດ້ມາກວດຊອກຫາເຊື້ອພະຍາດດັ່ງກ່າວຢ່າງເຄັ່ງຄັດ.

ໃຫ້ສຸຂະສຶກສາແພດເມືອງ ແລະ ສຸກສາລາ ພ້ອມອາສາສະໝັກບ້ານ ໃນການປະຕິບັດຫຼັກອະນາໄມສາມສະອາດໃນບ້ານ ຫຼື ຊຸມຊົນໃຫ້ທົ່ວເຖິງ, ແພດປິ່ນປົວຕ້ອງໃຫ້ຂໍ້ມູນຂ່າວສານກັບຄົນເຈັບ ດ້ານວິທີປ້ອງກັນຕົນເອງ ແລະ ຜູ້ອື່ນ ເພື່ອຫຼີກລ່ຽງພະຍາດດັ່ງກ່າວ. ແພດປິ່ນປົວຕ້ອງກວດກາແຫຼ່ງນໍ້າດື່ມນໍ້າໃຊ້ໃນເຂດຊຸມຊົນ ໃຫ້ມີຫຼັກສຸຂາພິບານຢ່າງຖືກວິທີ. ຖ້າພົບເຫັນກໍລະນີສົງໄສ ໃຫ້ເກັບຕົວຢ່າງ ເຊຣອມເລືອດ ພ້ອມແຈ້ງໃຫ້ພະນັກງານລະບາດເມືອງ ພ້ອມປະຕິບັດການແຍກປ່ຽວຄົນເຈັບ.

ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ
ດຣ. ພອນປະເສີດ ອຸນາພົມ

ຂໍ້ແນະນຳວິທີປ້ອງກັນການຕິດຕໍ່ຂອງໄວຣັສຕັບອັກເສບ ເອ ໃນເບື້ອງຕົ້ນ:
1. ລ້າງມືໃຫ້ສະອາດຢູ່ສະເໝີ, ລ້າງມືໃສ່ສະບູທຸກເທື່ອຫຼັງເຂົ້າຫ້ອງນໍ້າ.
2. ດື່ມນໍ້າທີ່ຕົ້ມສຸກແລ້ວ ຫຼື ນໍ້າດື່ມທີ່ສະອາດ, ກິນອາຫານທີ່ປຸງສຸກໃໝ່ໆ.
3. ບໍ່ກິນນໍ້າ ຫຼື ເຄື່ອງດື່ມຮ່ວມຈອກດຽວກັນ.
4. ເວລາກິນເຂົ້າຕ້ອງໃຫ້ມີບ່ວງກາງ (ບໍ່ຄວນໃຊ້ບ່ວງ, ໃຊ້ຖູ່ ຮ່ວມກັນ ຫຼື ຈຸ່ມລົງໃນຖ້ວຍດຽວກັນ).
5. ຜູ້ເບິ່ງແຍງຄົນເຈັບທີ່ເປັນໄວຣັສຕັບອັກເສບ ເອ ຄວນໃສ່ຜ້າອັດດັງອັດປາກ, ຫຼີກລ້ຽງບໍ່ໃຫ້ສຳຜັດກັບກັບຂີ້ມູກ ນໍ້າລາຍ … ຂອງຜູ້ປ່ວຍ.
6. ເຄື່ອງນຸ່ງ, ເຄື່ອງນອນ ແລະ ບ່ອນນັ່ງບ່ອນນອນ ຕ້ອງສະອາດ

ອາການຂອງຄົນເປັນພະຍາດ ໄວຣັສຕັບອັກເສບ ເອ
ໃນເດັກອາຍຸນ້ອຍກວ່າ 6 ປີ ມັກຈະບໍ່ມີອາການສະແດງຫຍັງອອກມາ ສຳລັບໄວລຸ້ນຂຶ້ນໄປພົບວ່າ 70-90% ຈະມີອາການຂອງຕັບອັກສອບ ອາການທີ່ສຳຄັນໄດ້ແກ່:

• ມີໄຂ້
• ອ່ອນເພຍ
• ເບື່ອອາຫານ
• ປວດຮາກ, ຮາກ
• ແໜ້ນໜ້າເອິກເບື້ອງຂວາ (ບໍລິເວນຕັບ)
• ຖອກທ້ອງ
• ປັດສາວະສີເຂັ້ມ ອາຈົມຊີດ
• ມີອາການໂຕເຫຼືອງ ຕາເຫຼືອງ ທີ່ເຮົາເອີ້ນວ່າ ບີຮົ່ວ

ໂດຍປົກກະຕິອາການຈະຫາຍໄປເອງພາຍໃນ 2 ເດືອນ ຫຼື ບາງຄົນອາການຢູ່ໄດ້ 6 ເດືອນ ຄົນເຈັບມັກຈະມີອາການສະແດງອອກຫຼັງຈາກໄດ້ຮັບເຊື້ອ 28 ວັນ (ໃນຂອບເຂດ 15-50 ວັນ). ເຊິ່ງຜູ້ໃຫຍ່ຈະມີອາການ ແລະ ຄວາມຮຸນແຮງຫຼາຍກວ່າເດັກນ້ອຍ ຄົນເຈັບສ່ວນຫຼາຍອາການຈະບໍ່ເປັນຄົບທຸກຢ່າງ (ເປັນບາງອາການ ຫຼື ຫຼາຍອາການຮ່ວມກັນ).

ອາການຂອງໄວຣັສຕັບອັກເສບ ເອ ແບ່ງອອກເປັນ 4 ໄລຍະ
1. ໄລຍະທຳອິດເອີ້ນວ່າ ໄລຍະຟັກໂຕ ເປັນໄລຍະຕັ້ງແຕ່ໄດ້ຮັບເຊື້ອຈົນຮອດມື້ເກີດອາການຂອງພະຍາດ ໂດຍປົກກະຕິປະມານ 28 ວັນ ໄລຍະນີ້ຈະເປັນໄລຍະທີ່ສຳຄັນໃນການແຜ່ເຊື້ອ.

2. ໄລຍະເກີດອາການທົ່ວໆໄປ ຄົນເຈັບຈະເກີດອາການທົ່ວໄປດັ່ງກ່າວຂ້າງເທິງ ແຕ່ຍັງບໍ່ມີອາການໂຕເຫຼືອງ ຕາເຫຼືອງ.

3. ໄລຍະໂຕເຫຼືອງ ຕາເຫຼືອງ ໄລຍະນີ້ຈະເລີ່ມຫຼັງຈາກໄລຍະທີ່ສອງປະມານ 10 ວັນ ຫຼັງຈາກໂຕເຫຼືອງຕາເຫຼືອງອາດຈະມີໄຂ້ໄດ້ອີກ 2-3 ມື້ ເມື່ອມີອາການໂຕເຫຼືອງຕາເຫຼືອງແລ້ວ ເຮົາມັກຈະບໍ່ພົບເຊື້ອໃນກະແສເລືອດ ແຕ່ຍັງສາມາດພົບເຊື້ອໃນອາຈົມ ແລະ ຍັງສາມາດຕິດຕໍ່ໃສ່ຜູ້ອື່ນໄດ້ອີກ 2-3 ອາທິດ.

4. ໄລຍະຟື້ນໂຕ ເຖິງແມ່ນວ່າການຟື້ນໂຕຂອງຄົນເຈັບໄວຣັສຕັບອັກເສບ ເອ ຈະຊ້າ ແຕ່ສ່ວນຫຼາຍຈະຫາຍຂາດໂດຍທີ່ບໍ່ມີພະຍາດແຊກຊ້ອນ.

ຖ້າຫາກແພດກວດຮ່າງກາຍຈະພົບວ່າຕັບ ມ້າມໃຫຍ່ ມີບີຮົ່ວ ປະມານ 10-15% ຈະມີການກຳເລີບໃນໄລຍະເວລາ 6 ເດືອນ ຕັ້ງແຕ່ເກີດອາການອັກເສບຂອງຕັບ, ພະຍາດແຊກຊ້ອນທີ່ສຳຄັນ ຄື ອາການຕັບວາຍ ແຕ່ພົບໄດ້ໜ້ອຍຫຼາຍ ປະມານ 0.5% ເທົ່ານັ້ນ.

ການປິ່ນປົວແມ່ນ ຖ້າຮູ້ວ່າໂຕເອງມີອາການຄືດັ່ງກ່າວຂ້າງເທິງນັ້ນ (ໂດຍສະເພາະແມ່ນບຸກຄົນທີ່ຢູ່ໃນພື້ນທີ່ການລະບາດຂອງໄວຣັສດັ່ງກ່າວ) ໃຫ້ໄປໂຮງໝໍເພື່ອກວດກາ ແລະ ບົ່ງມະຕິ ແລະ ຮັບການປິ່ນປົວຢ່າງຖືກຕ້ອງຈາກໂຮງໝໍ. (ລະວັງຢ່າກິນຢາປາລາເຊຕາໂມນ ເພາະຈະຊໍ້າເຕີມຕັບ).

ຈາກ: LaoPost

No comments

Powered by Blogger.