ອາເມຣິກາຍິງຍົນຮົບກອງທັບຊີຣີຕົກ ໃນຣັກກາ ໃຫ້ເຫດຜົນວ່າເພື່ອປ້ອງກັນຕົນເອງ - ອິດສະຫຼະ

ອາເມຣິກາຍິງຍົນຮົບກອງທັບຊີຣີຕົກ ໃນຣັກກາ ໃຫ້ເຫດຜົນວ່າເພື່ອປ້ອງກັນຕົນເອງ



ສຳນັກຂ່າວຕ່າງປະເທດລາຍງານ 19 ມິຖຸນາ 2017 ວ່າ: ສຳນັກຂ່າວຊານາຂອງລັດຖະບານຊີຣີລາຍງານໃນມື້ວານນີ້ວ່າ ຍົນຂັບໄລ່ສັງກັດກອງກຳລັງພັນທະມິດນານາຊາດ ໄດ້ໂຈມຕີຍົນຖິ້ມລະເບີດ Su-22  ຂອງກອງທັບຊີຣີ ທີ່ກຳລັງປະຕິບັດການຕໍ່ຕ້ານກຸ່ມ IS ຢູ່ບໍລິເວນເຂດບ້ານເຣຊາຟາ ໃນແຂວງຣັກກາ ພາກເໜືອຂອງປະເທດຊີຣີ ສົ່ງຜົນໃຫ້ນັກບິນສູນຫາຍ 1 ຄົນ ພ້ອມທັງປະນາມວ່າເຫດການດັ່ງກ່າວສະທ້ອນເຈດຕະນາຂອງທີ່ຕ້ອງການທຳລາຍຄວາມພະຍາຍາມຂອງລັດຖະບານຊີຣີໃນການປາບປາມກຸ່ມກໍ່ການຮ້າຍ ທີ່ຍັງຄົງແຊກຊຶມຢູ່ໃນປະເທດ.

ຕໍ່ມາບໍ່ດົນກອງທັບສະຫະລັດອາເມຣິກາໃນອິຣັກອອກຖະແຫຼງການວ່າຍົນຂັບໄລ່ F-18 ຂອງອາເມຣິກາ ເປັນຜູ້ຍິງຍົນ Su-22 ຂອງກອງທັບຊີຣີ ທີ່ຖິ້ມລະເບີດໂຈມຕີເຂດທີ່ໝັ້ນຂອງແນວຮ່ວມນັກຮົບເຄີດພາຍໃຕ້ກອງກຳລັງປະຊາທິປະໄຕຊີຣີ (SDF) ເຊິ່ງເປັນພັນທະມິດຂອງສະຫະລັດອາເມຣິກາໃນການເຮັດສົງຄາມຊີຣີ ໂດຍຢືນຢັນການຕັດສິນໃຈດັ່ງກ່າວເປັນໄປຕາມຫຼັກການຂອງກົດການປະທະໃນຍາມສົງຄາມ ແລະ ເປັນການປ້ອງກັນຕົນເອງ, ນອກຈາກນີ້ ຖະແຫຼງການຂອງກອງທັບສະຫະລັດອາເມຣິກາຍັງລະບຸວ່າ ພາຍໃນອີກພຽງ 2 ຊົ່ວໂມງຕໍ່ມາ ກອງທັບຊີຣີໄດ້ໂຈມຕີເຂດທີ່ໝັ້ນຂອງ SDF ໃນເມືອງຈາເອດີນ ໃນແຂວງຣັກກາ.

ເຊິ່ງເຫດການທີ່ເກີດຂຶ້ນຄາດວ່າຈະເພີ່ມບັນຍາກາດຄວາມເຄັ່ງຕຶງໃຫ້ແກ່ສົງຄາມກາງເມືອງໃນຊີຣີ ທີ່ແກ່ຍາວມາເປັນເວລາ 6 ປີແລ້ວ ແຕ່ຍັງບໍ່ມີຊ່ອງທາງວ່າຈະຢຸດຕິໄດ້, ໂດຍເມື່ອໃນອາທິດກ່ອນໜ່ວຍຮົບພິເສດຂອງອາເມຣິກາ ແລະ ກອງກຳລັງພັນທະມິດຊາວເຄີດສາມາດຮຸກເຂົ້າເມືອງຣັກກາໄດ້ ແລະ ເຂົ້າໃກ້ເຂດທີ່ໝັ້ນຂອງກອງທັບຊີຣີຫຼາຍຂຶ້ນ.

No comments

Powered by Blogger.