ລາວ-ລັດເຊຍ ຈະສືບຕໍ່ຮັດແໜ້ນສາຍພົວພັນ ແລະ ເພີ່ມທະວີການຮ່ວມມືໃນຫຼາຍດ້ານ - ອິດສະຫຼະ

ລາວ-ລັດເຊຍ ຈະສືບຕໍ່ຮັດແໜ້ນສາຍພົວພັນ ແລະ ເພີ່ມທະວີການຮ່ວມມືໃນຫຼາຍດ້ານ



ກະຊວງການຕ່າງປະເທດລາຍງານ 18 ມິຖຸນາ 2017 ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ເຊເກ ລາວາຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມລັດເຊຍຢ່າງເປັນທາງການໃນລະຫວ່າງວັນທີ 15-17 ມິຖຸນາ 207, ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບແຕ່ໄດ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດຂອງລາວ.

ໃນວັນທີ 16 ມິຖຸນາ 2017 ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບທ່ານ ເຊເກ ລາວາຣົບ ທີ່ກະຊວງການຕ່າງປະເທດລັດເຊຍ ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ຍາວນານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ການເປັນຄູ່ຮ່ວມມືຍຸດທະສາດນຳກັນລະຫວ່າງສອງປະເທດທີ່ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຊິ່ງເຫັນໄດ້ຈາກການທີ່ທັງສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ.

ໃນນັ້ນການພົວພັນຮ່ວມມືລະຫວ່າງສອງລັດຖະສະພາ ແລະ ສອງກະຊວງປ້ອງກັນປະເທດລາວ-ລັດເຊຍ ໄດ້ຮັບການຂະຫຍາຍຕົວດີໃນໄລຍະຜ່ານມາ, ພ້ອມທັງໄດ້ມີການຕີລາຄາສູງຕໍ່ການຮ່ວມມື ແລະ ການເຄື່ອນໄຫວຂອງຄະນະສະມາຄົມມິດຕະພາບ ແລະ ຄະນະກຳມະທິການຮ່ວມມືລາວ-ລັດເຊຍ, ລັດເຊຍ-ລາວ ທີ່ເຮັດບົດບາດໃນການຊຸກຍູ້ ແລະ ຜັນຂະຫຍາຍການພົວພັນຮ່ວມມືລາວ-ລັດເຊຍ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຍິ່ງຂຶ້ນ.

ໃນດ້ານການຮ່ວມມືສອງຝ່າຍລາວ-ລັດເຊຍແມ່ນໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງໃນດ້ານເສດຖະກິດ-ການຄ້າ ໃນປີ 2016 ຜ່ານມາ ມູນຄ່າການຄ້າສອງຝ່າຍບັນລຸໄດ້ 16.3 ລ້ານໂດລາສະຫະລັດ. ການລົງທຶນຂອງລັດເຊຍຖືກຈັດຢູ່ອັນດັບທີ 22 ຂອງການລົງທຶນຕ່າງປະເທດໃນລາວ, ລວມມີ 23 ໂຄງການ ແລະ ມີມູນຄ່າປະມານ 52.7 ລ້ານໂດລາສະຫະລັດ, ເຊິ່ງການລົງທຶນຂອງລັດເຊຍ ສ່ວນໃຫຍ່ປະກອບມີຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ໂທລະຄົມ, ການພິມເງິນກີບ, ໂຄງການພິມໜັງສືຜ່ານແດນ ອີ-ປັດສະປອດ ແລະ ອື່ນໆ.

ການຮ່ວມມືດ້ານການທ່ອງທ່ຽວກໍ່ຢູ່ໃນຈັງຫວະການຂະຫຍາຍຕົວຂຶ້ນ, ເຊິ່ງຈຳນວນນັກທ່ອງທ່ຽວລັດເຊຍທີ່ເຂົ້າມາລາວເພີ່ມຂຶ້ນຈາກ 10 ພັນກວ່າຄົນໃນປີ 2014
 ມາເປັນ 12 ພັນກວ່າຄົນໃນປີ 2015.

ນອກຈາກນັ້ນ, ການຮ່ວມມືດ້ານການສຶກສາກໍ່ໄດ້ຮັບການເສີມຂະຫຍາຍຢ່າງເປັນປົກກະຕິ, ໂດຍຈຳນວນນັກສຶກສາລາວໄປຮຽນຢູ່ລັດເຊຍໄດ້ເພີ່ມຂຶ້ນໃນແຕ່ລະປີ, ເຊິ່ງໃນປີ 2016 ມີຈຳນວນນັກຮຽນລາວ 87 ຄົນທີ່ໄປສຶກສາຢູ່ມະຫາວິທະຍາໄລຕ່າງໆຂອງລັດເຊຍ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.

ໃນໂອກາດດັ່ງກ່າວ, ສອງຝ່າຍເຫັນດີຈະເພີ່ມທະວີການພົວພັນຮ່ວມມືທີ່ມີແລ້ວນັ້ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ມີໝາກຜົນລື່ນເກົ່າ ເພື່ອຍົກລະດັບສາຍພົວພັນສອງຝ່າຍຂຶ້ນສູ່ຈຸດສູງໃນໄລຍະໃໝ່, ໂດຍຈະຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ກັນໃນທຸກລະດັບ ແລະ ທຸກຂະແໜງການຮ່ວມມື ນັບແຕ່ການນຳຂັ້ນສູງຈົນຮອດລະດັບວິຊາການຂອງສອງປະເທດ, ລວມທັງລະຫວ່າງສອງນະຄອນຫຼວງມົດສະກູ ແລະ ນະຄອນຫຼວງວຽງຈັນ ເພື່ອຜັນຂະຫຍາຍ ແລະ ຊຸກຍູ້ບັນດາສັນຍາຮ່ວມມືກັນໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ປາກົດຜົນເປັນຈິງ.

ພ້ອມກັນນັ້ນ, ສອງຝ່າຍຍັງເຫັນດີຈະຈັດກອງປະຊຸມປຶກສາຫາລືລະດັບຮອງລັດຖະມົນຕີກະຊວງການຕ່າງປະເທດລາວ-ລັດເຊຍ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ການທ່ອງທ່ຽວ, ໂທລະຄົມມະນາຄົມ, ການທະຫານ ແລະ ຂະແໜງການອື່ນໆທີ່ທັງສອງຝ່າຍມີຄວາມສົຈໃຈຮ່ວມກັນ, ໂດຍສະເພາະຈະເພີ່ມທະວີຊຸກຍູ້ບັນດາໂຄງການລົງທຶນຂອງລັດເຊຍທີ່ກຳລັງດຳເນີນການຢູ່ ສປປ.ລາວ ໃຫ້ປະຕິບັດສຳເລັດຕາມຄາດໝາຍ ທີ່ໄດ້ຕົກລົງກັນໄວ້ ເພື່ອນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດລາວ-ລັດເຊຍ. ນອກຈາກນີ້ສອງຝ່າຍຍັງເປັນເອກະພາບກັນທີ່ຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນພາກພື້ນ ແລະ ສາກົນ.


No comments

Powered by Blogger.