ສະໜາມຮົບເມືອງມາຣາວີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວກວ່າ 300 ຄົນ - ອິດສະຫຼະ

ສະໜາມຮົບເມືອງມາຣາວີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວກວ່າ 300 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 18 ມິຖຸນາ 2017 ວ່າ: ກອງທັບຟິລິບປິນຖະແຫຼງເມື່ອວັນເສົາທີ່ຜ່ານມາ (17/06/2017) ວ່າ ໄດ້ເສີມກຳລັງເຂົ້າສູ່ເມືອງມາຣາວີເພີ່ມອີກ 400 ຄົນ, ຂະນະທີ່ຈຳນວນຜູ້ເສຍຊີວິດຈາກການສູ້ຮົບທີ່ແກ່ຍາວມາແຕ່ວັນທີ 23/05/2017 ເປັນຕົ້ນມາສູງເຖິງ 310 ຄົນແລ້ວ ໃນຈຳນວນນັ້ນເປັນກຸ່ມກະບົດເມົາເຕທີ່ເປັນແນວຮ່ວມຂອງກຸ່ມ IS ຢ່າງໜ້ອຍ 225 ຄົນ, ທະຫານອີກຢ່າງໜ້ອຍ 59 ຄົນ ແລະ ປະຊາຊົນອີກຢ່າງໜ້ອຍ 26 ຄົນ ສ່ວນຈຳນວນປະຊາຊົນທີ່ຕ້ອງອົບພະຍົບອອກຈາກເມືອງມາຣາວີ ແລະ ເຂດໃກ້ຄຽງມີປະມານ 300,000 ຄົນ.

ເຊິ່ງທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນກ່າວວ່າ ການສູ້ຮົບຄັ້ງນີ້ແກ່ຍາວຍ້ອນຄວາມຍາກລຳບາກຂອງທະຫານທີ່ຕ້ອງສູ້ຮົບກັບກຸ່ມຄົນທີ່ພ້ອມຈະຕາຍຕະຫຼອດເວລາ ໂດຍໃຊ້ພະເຈົ້າເປັນຂໍ້ອ້າງໃນການຂ້າຜູ້ບໍລິສຸດ ແຕ່ທ່ານ ດູເຕເຕ ເຊື່ອໝັ້ນວ່າສະຖານະການໃກ້ຢຸດຕິແລ້ວ.

ຂະນະດຽວກັນຜູ້ນຳຟິລິບປິນໄດ້ກ່າວຕຳໜິພັກຝ່າຍຄ້ານ ແລະ ນັກສິດທິມະນຸດ ທີ່ວິພາກວິຈານທ່ານວ່າປະກາດເສິກໃນປະເທດ ທີ່ຄວບຄຸມທົ່ວເກາະມິນດາເນົາໂດຍມີຜົນໃນເບື້ອງຕົ້ນເປັນເວລາ 60 ວັນ ນັບແຕ່ວັນທີ 23/05/2017 ເປັນຕົ້ນມາວ່າ ເຊິ່ງທ່ານໄດ້ຕອບໂຕ້ວ່າ "ພຶດຕິກຳຂອງກຸ່ມເມົາເຕຖືເປັນທັງກະບົດ ແລະ ກຸ່ມກໍ່ການຮ້າຍ ຢ່າງຊັດເຈນຕັ້ງແຕ່ເລີ່ມຕົ້ນ ຫຼື ຈະປ່ອຍໃຫ້ຄົນເຫຼົ່ານັ້ນເຜົາບ້ານເຜົາເມືອງຈົນບໍ່ເຫຼືອຍັງແລ້ວຈຶ່ງຄ່ອຍກ່າວຫາວ່າເປັນກະບົດ?"

ເຊິ່ງໃນມາດຕາ 7 ວັກ 1 ຂອງລັດຖະທຳມະນູນຟິລິບປູນມອບອຳນາດໃຫ້ປະທານປະເທດສາມາດປະກາດເສິກໄດ້ ໃນຍາມທີ່ບ້ານເມືອງຖືກຮຸກຮານຈາກສັດຕູ ຫຼື ຝ່າຍກະບົດ.

No comments

Powered by Blogger.