ກອງທັບອາກາດລັດເຊຍໂຈມຕີຮັງ IS ຕາຍ 180 ໃນປະເທດຊີຣີ - ອິດສະຫຼະ

ກອງທັບອາກາດລັດເຊຍໂຈມຕີຮັງ IS ຕາຍ 180 ໃນປະເທດຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 18 ມິຖຸນາ 2017 ວ່າ: ກະຊວງປ້ອງກັນປະເທດລັດເຊຍຖະແຫຼງເມື່ອວັນເສົາທີ່ຜ່ານມາ (17/06/2017) ວ່າ ການໂຈມຕີທາງອາກາດຂອງຍົນຮົບກອງທັບລັດເຊຍໃສ່ເປົ້າໝາຍກຸ່ມ IS ໃນເມືອງເດອີ ເອດຊໍ (Deir ez-Zor) ພາກຕາເວັນອອກຂອງຊີຣີ ເມື່ອວັນທີ 6 ແລະ ທີ 8 ມິຖຸນາທີ່ຜ່ານມາ ສາມາດທຳລາຍກຸ່ມ IS ໄດ້ 180 ຄົນ ພ້ອມທັງຜູ້ບັນຊາການຮົບພາກສະໜາມ 2 ຄົນຂອງ IS, ນອກຈາກນີ້ຍັງສາມາດທຳລາຍສາງອາວຸດຫຼາຍແຫ່ງ ແລະ ລົດຮັບໃຊ້ໃນການຮົບໄດ້ອີກ 16 ຄັນ.

ການໂຈມຕີຄັ້ງນີ້ເກີດຂຶ້ນພາຍຫຼັງທີ່ກອງທັບລັດເຊຍໃຊ້ໂດຣນສອດແນມ ເຫັນມີການກຽມພ້ອມຂອງກຸ່ມ IS ທີ່ຈະຜ່າວົງປິດລ້ອມຂອງທະຫານກອງທັບຊີຣີໃນເມືອງເດມີ ເອດຊໍ.

No comments

Powered by Blogger.