ລັດເຊຍເລັ່ງກວດສອບຂ່າວການຕາຍຂອງຜູ້ນຳສູງສຸດ IS ຈາກການໂຈມຕີຂອງກອງທັບລັດເຊຍ - ອິດສະຫຼະ

ລັດເຊຍເລັ່ງກວດສອບຂ່າວການຕາຍຂອງຜູ້ນຳສູງສຸດ IS ຈາກການໂຈມຕີຂອງກອງທັບລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 16 ມິຖຸນາ 2017 ວ່າ: ກະຊວງປ້ອງກັນປະເທດລັດເຊຍອອກຖະແຫຼງການໃນມື້ນີ້ວ່າ ກຳລັງກວດສອບລາຍງານຈາກຫຼາກຫຼາຍຊ່ອງທາງ ກ່ຽວກັບຜົນຂອງປະຕິບັດການໂຈມຕີທາງອາກາດໃນເຂດເມືອງຣັກກາ ຢູ່ພາກເໜືອຂອງປະເທດຊີຣີ ເມື່ອວັນທີ 28 ພຶດສະພາ ທີ່ຜ່ານມາ ເຊິ່ງໄດ້ໂຈມຕີສະຖານທີ່ແຫ່ງໜຶ່ງທີ່ແກນນຳກຸ່ມ IS ໃຊ້ລວມຕົວກັນເພື່ອຈັດກອງປະຊຸມ ໂດຍມີລາຍງານວ່າໜຶ່ງໃນຜູ້ຢູ່ໃນເຫດການຂະນະນັ້ນຄື ທ້າວ ອາບູ ບາກາ ອັນ-ບັກດາດີ ຜູ້ນຳສູງສຸດຂອງກຸ່ມກໍ່ການຮ້າຍ IS ຮ່ວມກັບສະມາຊິກລະດັບສູງຂອງກຸ່ມ IS ອີກປະມານ 30 ຄົນ ແລະ ທະຫານອີກປະມານ 300 ຄົນ.

ເຖິງຢ່າງໃດກໍ່ຕາມ ຂໍ້ມູນກ່ຽວກັບສະຖານະພາບ ແລະ ບ່ອນຫຼົບລີ້ຂອງອັນ-ບັກດາດີ ໃນໄລຍະຜ່ານມານັ້ນແມ່ນບໍ່ມີຄວາມຊັດເຈນ ແລະ ກະແສຂ່າວການຕາຍຂອງອັນ-ບັກດາດີ ເກີດຂຶ້ນເປັນໄລຍະໆນັ້ບຕັ້ງແຕ່ປີທີ່ຜ່ານມາ, ໂດຍຜູ້ນຳສູງສຸດຂອງກຸ່ມ IS ເປັນຊາວອິຣັກ ແລະ ປັດຈຸບັນມີອາຍຸປະມານ 45 ປີ, ປາກົດຕົວຕໍ່ສາທາລະນະຄັ້ງທຳອິດ ແລະ ຄັ້ງດຽວ ຜ່ານວິດີໂອທີ່ມີການເຜີຍແຜ່ເມື່ອປີ 2014 ປະກາດຕັ້ງຕົນເປັນ "ກາຫຼິບ" ແລະ ສະຖາປະນາ "ລັດອິດສະລາມ" ຄວບຄຸມເຂດພາກເໜືອຂອງອິຣັກ ແລະ ຊີຣີ ໂດຍໃຫ້ຍົກເອົາເມືອງຣັກກາໃນຊີຣີເປັນເມືອງຫຼວງຂອງ IS ແລະ ໃນໄລຍະ 1-2 ຜ່ານມາກໍ່ໄດ້ເສຍເຂດທີ່ໝັ້ນຢ່າງຕໍ່ເນື່ອງ. ນອກຈາກນີ້ລັດຖະບານສະຫະລັດອາເມຣິກາ ໄດ້ຕັ້ງລາງວັນນຳຈັບອັນ-ບັກດາດີ 25 ລ້ານໂດລາສະຫະລັດ.

No comments

Powered by Blogger.