ໃຜວ່າຄວາມຮັກ ບໍ່ກ່ຽວກັບຫຼັກການທາງວິທະຍາສາດ ຕ້ອງລອງອ່ານ - ອິດສະຫຼະ

ໃຜວ່າຄວາມຮັກ ບໍ່ກ່ຽວກັບຫຼັກການທາງວິທະຍາສາດ ຕ້ອງລອງອ່ານ



ເມື່ອເຮົາເລີ່ມເຂົ້າສູ່ຊ່ວງແຫ່ງຄວາມຮັກທັງແບບທີ່ແອບມັກເຂົາ ຫຼື ຖືກເຂົາມາແອບມັກເຮົາ ລ້ວນແຕ່ເຮັດໃຫ້ເຮົາມີອາກາດຫົວໃຈເຕັ້ນແຮງ,  ໜ້າແດງ ເຮັດຫຍັງບໍ່ຖືກມີແຕ່ຄິດຫາເຂົາເຈົ້າຢ່າງດຽວ ເຊິ່ງເຮົາອາດຈະຄິດວ່າມັນເປັນສິ່ງທີ່ເຮົາທຸກຄົນເປັນກັນເອງໂດຍອັດຕະໂນມັດ ແຕ່ນັກວິທະຍາສາດໄດ້ມີການທົດລອງກ່ຽວກັບລະບົບຮໍໂມນໃນຮ່າງກາຍຂອງມະນຸດວ່າເມື່ອຢູ່ໃນໄລຍະຂອງຄວາມຮັກນັ້ນ ລະບົບໃນຮ່າງກາຍຈະເປັນແບບໃດ ແລ້ວຈະມີຮໍໂມນຫຍັງແດ່ທີ່ເຮັດໃຫ້ເຮົາຮູ້ສຶກດີໃນຊ່ວງທີ່ມີຄວາມຮັກ ເຮົາລອງມາອ່ານທິດສະດີເຫຼົ່ານີ້ນຳກັນ:

ຄວາມຮັກກັບຫຼັກວິທະຍາສາດ: ທິດສະດີຄວາມຮັກ 3 ຕອນ ກ່ອນທີ່ພວກເຮົາຈະໄດ້ຮຽນຮູ້ເລື່ອງຄວາມຮັກຢ່າງລະອຽດ ແລະ ເລິກເຊິ່ງນັ້ນ ເຮົາມາທຳຄວາມຮູ້ຈັກກັບທິດສະດີຮັກ 3 ຕອນຂອງ ດຣ.ເຮເລນ ຟິສເຊີ (Helen Fisher) ຈາກ Rutgers University ເຈົ້າຂອງທິດສະດີຊ່ວງຄວາມຮັກຂອງຄົນເຮົາແບ່ງເປັນ 3 ຕອນດ້ວຍກັນ ໂດຍຈະມີຮໍໂມນທີ່ແຕກຕ່າງກັນໃນຮ່າງກາຍມາຮ່ວມສະແດງບົດບາດໃນແຕ່ລະຕອນຂອງການເລີ່ມມີຄວາມຮັກດັ່ງນີ້:

ຕອນທີ 1 ຊ່ວງເກີດຕັນຫາ: ຕັນຫາລາຄະຖືກຂັບເຄື່ອນດ້ວຍຮໍໂມນເພດ 2 ຊະນິດຄື Testosterone (ເທສໂທສເຕີໂຣນ) ແລະ Oestrogen (ເອສໂຕຣເຈນ) ເທສໂທສເຕີໂຣນເປັນຮໍໂມນທີ່ບໍ່ໄດ້ມີໃນສະເພາະຜູ້ຊາຍເທົ່ານັ້ນ ແຕ່ຜູ້ຍິງກໍ່ມີເຊັ່ນກັນ ດຣ.ຟິສເຊີກ່າວວ່າ ຮໍໂມນເພດທັງສອງຊະນິດນີ້ ທີ່ຊ່ວຍຄວບຄຸາມອາການຢາກໄດ້ນັ້ນຢາກໄດ້ນີ້ຂອງເຮົານັ້ນເອງ.

ຕອນທີ 2 ຫຼົງໄຫຼຄວາມຮັກ: ເປັນຊ່ວງທີ່ເຮັດໃຫ້ຊີວິດເຮົາຜິດໄປຈາກປົກກະຕິ, ບໍ່ຮັບຮູ້, ບໍ່ສົນໃຈສິ່ງຮອບຂ້າງ, ບໍ່ກິນ, ບໍ່ນອນ ມີແຕ່ນັ່ງຝັນນັ່ງລະເມີຫາແຕ່ຄົນຮັກ ອາກາດຕ່າງໆທີ່ເກີດຂຶ້ນໃນຊ່ວງນີ້ ຖືກຄວບຄຸມໂດຍກຸ່ມສານສື່ປະກາດທີ່ຮຽກວ່າ Monoamines (ໂມໂນອະມິເນສ) ເຊິ່ງປະກອບໄປດ້ວຍ:

1. Dopamine (ໂດພາມີນ) ເປັນສານເຄມີໃນຮ່າງກາຍທີ່ເຮັດໃຫ້ສະໝອງຕື່ນຕົວຢູ່ຕະຫຼອດເວລາ ເຊັ່ນດຽວກັບນິໂຄຕິນ ແລະ ໂຄເຄອີນ.
2. Norepinephrine (ນໍເອພິເນຟຣີນ) ຫຼື ຮູ້ຈັກກັນໃນຊື່ຂອງ Adrenalin (ອະດຣີນາລິນ) ທີ່ເປັນຕົວການເຮັດໃຫ້ເຮົາເຫື່ອແຕກ ແລະ ຫົວໃຈເຕັ້ນແຮງເມື່ອຍາມຕື່ນເຕັ້ນ
3. Serotonin (ເຊໂຣໂທນິນ) ໜຶ່ງໃນສານສຳຄັນທີ່ເຮັດໃຫ້ເຮົາເກີດອາການຊຶມ, ເສົ້າ, ເຫງົາ ເພາະຮັກໄດ້

ຕອນທີ 3 ຊ່ວງຜູກພັນ: ບໍ່ມີໃຜທີ່ສາມາດຫຼົງໄຫຼຮັກໄດ້ຕະຫຼອດຊີວິດ ຫຼື ຕະຫຼອດເວລາ ເພາະເມື່ອເວລາຜ່ານໄປໄດ້ໄລຍະໜຶ່ງ ຄວາມຮັກຂອງເຮົາກັບເຂົາອາດຈະລົ້ມບໍ່ເປັນທ່າ ຫຼື້ ຖ້າຜ່ານພົ້ນເວລານັ້ນມາໄດ້ ກໍ່ຈະເຂົ້າສູ່ປະຕູວິວາແຕ່ງດອງກັນ ກ່າວເຂົ້າສູ່ອີກໜຶ່ງຊ່ວງຂອງຊີວິດຮັກ ໂດຍຈະມີຮໍໂມນ 2 ຊະນິດທີ່ສຳຄັນຄື:

1. Oxytocin (ອອກຊີໂຕຊິນ) ຈາກຕ່ອມ Hypothalamus (ໄຮໂປທາລາມັສ) ເຊິ່ງຊ່ວຍກະຕຸ້ນໃຫ້ເກີດການຂັບນ້ຳນົມ ແລະ ເຊື່ອມຄວາມສຳພັນລະຫວ່າງແມ່ ແລະ ລູກ ໂດຍມີການພົບວ່າອອກຊີໂຕຊິນຈະຖືກຂັບອອກມາ ເມື່ອຍິງຊາຍມີຄວາມສຳພັນເລິກເຊິ່ງ ທິດສະດີບອກໄວ້ວ່າຊາຍຍິງມີຄວາມສຳພັນກັນເລິກເຊິ່ງພຽງໃດ ຄວາມຜູກພັນກໍ່ມີຫຼາຍຂຶ້ນເທົ່ານັ້ນ
2. Vasopressin (ວາໂຊເປຣດຊິນ) ສານສຳຄັນອີກຊະນິດໜຶ່ງທີ່ເປັນຕົກຮັກສາສົມດຸນຂອງນ້ຳໃນຮ່າງກາຍ ຈະຖືກຂັບອອກມາເມື່ອຮ່າງກາຍຂາດນ້ຳ ຄວາມຕຶງຄຽດສູງ, ຄວາມດັນເລືອດສູງ ຫຼື ເມື່ອຄູ່ຮັກມີຄວາມສຳພັນທາງເພດ.

ທິດສະດີເລື່ອງການຈີບ
ເມື່ອເຮົາເລີ່ມແອບມັກໃຜຄົນໃດຄົນໜຶ່ງ ເຊື່ອຫຼືບໍ່ວ່າພາຍໃນເວລາພຽງແຕ່ 90 ວິນາທີ ເຖິງ 4 ນາທີຂອງການໂອ້ລົມກັນນັ້ນ ລະບົບພາຍໃນຮ່າງກາຍຂອງເຮົາກໍ່ຕັດສິນໃຈໄດ້ແລ້ວ່າ ເຮົາຈະບຸກໜ້າຕໍ່ໄປ ຫຼື ຈະຖອຍໜີດີກວ່າ ເພາະການໂອ້ລົມກັບຄົນທີ່ເຮົາແອບມັກນັ້ນ ເປັນອີກສິ່ງໜຶ່ງທີ່ສາມາດບອກໃຫ້ເຮົາຮູ້ວ່າ ເຮົາມີຄວາມປະທັບໃຈຕໍ່ເຂົາເຈົ້າຫຼາຍຊຳໃດ ໂດຍແບ່ງອອກເປັນ 55% ມາຈາກສາພາກາຍ, 38% ມາຈາກນ້ຳສຽງ ແລະ ຄວາມໄວໃນການເວົ້າ ແລະ 7% ຈາກເນື້ອໃຈທີ່ເວົ້າອອກມາ ເຊິ່ງໝາຍຄວາມວ່າພຽງແຕ່ມີລີລາດີ ກໍ່ຈະມີໄຊໄປເກີນເຄິ່ງທາງແລ້ວ.

ການແນມຕານັ້ນກໍ່ເປັນອີກໜຶ່ງຢ່າງທີ່ສາມາດນຳມາພິສູດໄດ້ເປັນຢ່າງດີວ່າເຮົາຈະສົນໃຈເຂົາເຈົ້າຕໍ່ໄປຫຼືບໍ່ ຄືດັ່ງຄຳທີ່ເຮົາມັກໄດ້ຍິນຢູ່ເລື້ອຍໆວ່າ "ຕາເປັນປະຕູຂອງຫົວໃຈ" ນັກວິທະຍາສາດບອກວ່າເມື່ອເຮົາຮູ້ສຶກສົນໃຈສິ່ງໃດສິ່ງໜຶ່ງ ມ້ານຕາຂອງເຮົາຈະຂະຫຍາຍ, ດວງຕາຈະກົມໃຫຍ່ ແລະ ເປັນປະກາຍ ເຊິ່ງອາດຈະເປັນການສົ່ງສັນຍານເຕືອນໃຫ້ເຂົາຫຼືເຮາຮູ້ຕົວກໍ່ເປັນໄດ້ ສ່ວນສັນຍານອື່ນໆທີ່ບົ່ງບອກໃຫ້ຮູ້ເຖິງຄວາມຮັກໄດ້ແກ່: ການຮຽນແບບ ເມື່ອຢູ່ໃນໂລກແຫ່ງຄວາມຮັກຂອງສອງເຮົາ ຄົນສອງຄົນນີ້ກໍ່ຈະລອກຮຽນແບບທຸກສິ່ງທຸກຢ່າງຈາກກັນ ແລະ ກັນແບບບໍ່ຮູ້ຕົວ ບໍ່ວ່າຈະເປັນການຍ່າງ, ນັ່ງ, ເວົ້າ, ບຸກຄະລິກທ່າທາງຕ່າງໆ ນັກວິທະຍາສາດຮຽກປາກົດການນີ້ວ່າ "ປາກົດການແວ່ນແຍງ" ການທີ່ຄູ່ຮັກເຮັດສິ່ງໃດທີ່ຄືກັນ ສະແດງວ່າທັງຄູ່ເປີດໃຈໃຫ້ກັນພ້ອມທີ່ຈະຍອມຮັບເຊິ່ງກັນ ແລະ ກັນ ຖ້າເປັນເຊັ່ນນັ້ນຖືວ່າເປັນຂີດໝາຍອັນດີ.

ຮັກຂ້ອຍເພາະຫຍັງ?
ເມື່ອຄົບຫາກັນໄປໄດ້ໄລຍະໜຶ່ງ ຫຼາຍຄົນອາດຈະເກີດຄຳຖາມຂຶ້ນໃນໃຈວ່າ ເຮົາປະທັບໃຈເຊິ່ງກັນ ແລະ ກັນໃນບ່ອນໃດ ມີເຫດຜົນໃດແດ່ທີ່ເຮັດໃຫ້ເຮົາໄດ້ມາຮັກກັນ ໃນຂະນະທີ່ຍັງມີອີກຫຼາຍສິ່ງຫຼາຍຢ່າງທີ່ເຮັດໃຫ້ເຮົາເກີດອາການດັ່ງກ່າວໄດ້ ໂດຍຜູ້ຊາຍ ແລະ ຜູ້ຍິງກໍ່ຈະມີກົດເກນທີ່ແຕກຕ່າງກັນຢູ່ໃນໃຈ ບາງຄົນບໍ່ຮູ້ຕົວເລີຍວ່າຕົວເອງເປັນຄົນມັກເລືອກຊຳໃດ.

ຄວາມບໍ່ສົມດຸນເປັນສັນຍານທີ່ສະແດງເຖິງຄວາມບົກຜ່ອງຂອງຢີນ ດັ່ງນັ້ນ, ຜູ້ຊາຍສ່ວນຫຼາຍຈຶ່ງເບິ່ງຜູ້ຍິ່ງທີ່ຮູບລັກສະນະພາຍນອກ ໃນຂະນະທີ່ຜູ້ຊາຍສະແຫວງຫາຜູ້ຍິງໃນຝັນຈາກເປືອກນອກ (ເຫດຜົນທີ່ແມ່ຍິງງາມໃນປຽບໃນສັງຄົມ)  ສ່ວນຜູ້ຍິງເອງຜັດບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບເລື່ອງນີ້ເລຍ ເຂົາເຈົ້າເບິ່ງທີ່ຄວາມສາມາດໃນດ້ານຕ່າງໆ ແລະ ພາວະຜູ້ນຳທີ່ມີຢູ່ໃນຕົວຂອງຜູ້ຊາຍຄົນນັ້ນຫຼາຍກວ່າ (ເຫດຜົນທີ່ຜູ້ຊາຍທີ່ມີສາມາດ, ມີອຳນາດ ແລະ ເງິນ ເຖິງໜ້າຕາບໍ່ດີ ແຕ່ໄດ້ເມຍງາມ)



No comments

Powered by Blogger.