UN ຂຶ້ນບັນຊີດຳບຸກຄົນ ແລະ ອົງກອນຂອງເກົາຫຼີເໜືອ ເພື່ອກົດດັນໃຫ້ຢຸດຕິໂຄງການນິວເຄຼຍ - ອິດສະຫຼະ

UN ຂຶ້ນບັນຊີດຳບຸກຄົນ ແລະ ອົງກອນຂອງເກົາຫຼີເໜືອ ເພື່ອກົດດັນໃຫ້ຢຸດຕິໂຄງການນິວເຄຼຍ



ສຳນັກຂ່າວຕ່າງປະເທດລາຍງານ 3 ມິຖຸນາ 2017 ວ່າ: ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ມີມະຕິຂວ້ຳບາດເກົາຫຼີເໜືອເພີ່ມເຕີມ ໂດຍຈະຂຶ້ນບັນຊີດຳບຸກຄົນຂອງເກົາຫຼີເໜືອ 14 ຄົນ ແລະ ອົງກອນຕ່າງໆຂອງເກົາຫຼີເໜືອ 4 ອົງກອນ ເພີ່ມຕອບໂຕ້ໂຄງການອາວຸດນິວເຄຼຍຂອງເກົາຫຼີເໜືອ.

ສະມາຊິກທັງ 15 ປະເທດຂອງ UNSC ມີມະຕິເປັນເອກະພາບໃຫ້ລະງັບສິດທິການເດີນທາງ ແລະ ຢຶດຊັບສິນຂອງບຸກຄົນຂອງເກົາຫຼີເໜືອ 14 ຄົນ ແລະ ຂວ້ຳບາດບໍລິສັດ 2 ແຫ່ງ, ທະນາຄານທຸລະກິດ 1 ແຫ່ງ ແລະ ໜ່ວຍງານ Strategic Rocket Force ຂອງເກົາຫຼີເໜືອ

ນອກຈາກນີ້ UNSC ຍັງອອກຖະແຫຼງການປະນາມໂຄງການອາວຸດນິວເຄຼຍ ແລະ ການພັດທະນາຂີປະນາວຸດຂອງເກົາຫຼີເໜືອຢ່າງຮຸນແຮງ ພ້ອມທັງຮຽກຮ້ອງໃຫ້ເກົາຫຼີເໜືອຢຸດຕິໂຄງການນິວເຄຼຍ ແລະ ຢຸດຕິກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບນິວເຄຼຍໃນທັນທີ.

No comments

Powered by Blogger.